ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ທະຫານເມືອງຫ້ວຍຊາຍ ລົງຊ່ວຍເຫຼືອປະຊາຊົນ ບ້ານໃຫຍ່ນ້ຳປຸກ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
ເວລາອອກຂ່າວ: 2025-07-15 15:19:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4244 | ຄວາມນິຍົມ:



ກອງບັນຊາການທະຫານເມືອງຫ້ວຍຊາຍ ໄດ້ນຳກຳລັງທະຫານ ພ້ອມພາຫະນະຈໍານວນໜຶ່ງເຂົ້າຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບໄພນ້ຳຖ້ວມ ຈາກຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ນ້ຳຊຸເຂົ້າທີ່ຢູ່ອາໄສ ແລະ ທີ່ທຳການຜະລິດ ໃນວັນທີ 14 ກໍລະກົດ 2025 ນີ້, ຢູ່ທີ່ ບ້ານໃຫຍ່ນ້ຳປຸກ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ໂດຍການນໍາພາຂອງ ສະຫາຍ ພັນໂທ ສີສອນ ຄຳເມືອງຄຸນ ຮອງຫົວໜ້າການທະຫານ ກອງບັນຊາການທະຫານເມືອງຫ້ວຍຊາຍ ໄດ້ຈັດຕັ້ງ ແລະ ວາງກໍາລັງລົງຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ ໃນການເກັບມ້ຽນເຄື່ອງ, ອະນາໄມເຮືອນຊານ ແລະ ສະຖານທີ່ບ່ອນຢູ່ອາໄສທີ່ເປ່ເພ, ນໍ້າຖ້ວມໃນຄັ້ງນີ້ ເຮັດໃຫ້ປະຊາຊົນ ໄດ້ຮັບຜົນເສຍຫາຍພໍສົມຄວນ ນອກຈາກທີ່ຢູ່ອາໄສເປ່ເພແລ້ວ ທີ່ທຳການຜະລິດ ບໍ່ວ່າຈະເປັນ ນາ, ສ່ວນ, ໜອງປາ ແລະ ສັດລ້ຽງຕ່າງໆ ກໍ ໄດ້ຮັບຄວາມເສຍຫາຍ ແລະ ຖືກນ້ຳພັດໄປ. ທັງນີ້ ເພື່ອເປັນການເສີມສ້າງ ແລະ ຮັກສາມູນເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມວິກິດ ຫຼື ກໍລະນີສຸກເສີນຂອງກອງທັບ ກັບ ປະຊາຊົນ ທີ່ເຄີຍມີມາ ດັ່ງຄໍາເວົ້າທີ່ວ່າ: ກອງທັບ ກັບປະຊາຊົນ ປຽບເໝືອນດັ່ງ ປາກັບນ້ຳ ທີ່ຕັດແຍກອອກຈາກກັນບໍໍ່ໄດ້. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ