ທຄຕລ ມະຫາຊົນ ສາຂາແຂວງສະຫວັນນະເຂດ ພົບປະ ຄະນະກອງບັນຊາການທະຫານແຂວງ ສະຫວັນນະເຂດ
ເວລາອອກຂ່າວ: 2025-07-16 09:57:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2004 | ຄວາມນິຍົມ: ![]()
ວັນທີ 9 ກໍລະກົດ 2025, ຢູ່ທີ່ກອງບັນຊາການທະຫານແຂວງສະຫວັນນະເຂດ ສະຫາຍ ພັນເອກ ຄູນສະໄໝ ລິນສັນຍາ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງສະຫວັນນະເຂດ, ສະຫາຍ ພັນໂທ ພູວາ ບົວໄລພາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຕ້ອນ ຮັບການເຂົ້າພົບປະຂອງ ສະຫາຍ ນາງ ແກ້ວລຳມອນ ພາລີສອນ ຮອງຫົວໜ້າສາຂາ ທະນາຄານການຄ້າຕ່າງປະເທດລາວ ມະຫາ ຊົນ ສາຂາແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ.
ເພື່ອສະເໜີຜະລິດຕະພັນຂອງທະນາຄານ ໂດຍສະເພາະການບໍລິການເປີດບັນຊີໃໝ່, ໂດຍບໍ່ໄດ້ເສຍຄ່າບໍລິການ ແລະ ການເປີດນຳໃຊ້ບີຊີອີແອວວັນ (BCEL ONE) ເພື່ອສ້າງຄວາມສະດວກ, ສະບາຍ ແລະ ຄວາມປອດໄພໃນວຽກງານການເງິນ, ເປັນຕົ້ນການຝາກ, ຖອນ ແລະ ການຊຳ ລະຕ່າງໆ ເພື່ອຫຼີກລ່ຽງການຖືເງິນສົດ. ພ້ອມດຽວກັນນັ້ນ, ກໍໄດ້ມີການມອບຂອງຂວັນທີ່ລະນຶກຈາກທະນາຄານໃຫ້ກັບ ຄະນະກອງບັນຊາການທະຫານແຂວງສະຫວັນນະເຂດ ຕື່ມອີກ.
ສະຫາຍ ພັນເອກ ຄູນສະໄໝ ລິນສັນຍາ ໄດ້ເຫັນດີຕໍ່ການນຳສະເໜີຜະລິດຕະພັນ ກໍຄື ການບໍ ລິການເປີດນຳໃຊ້ບັນຊີໃໝ່ຂອງທະນາຄານດັ່ງກ່າວ ເພາະເປັນທາງເລືອກທີ່ດີໃຫ້ ນາຍ ແລະ ພົນທະຫານທີ່ບໍ່ສະດວກເຂົ້າໄປເປີດຢູ່ທະນາຄານໄດ້ມີຄວາມສະດວກສະບາຍຂຶ້ນຕື່ມ.
ໂດຍ: ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















