ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງພັນ​ໃຫຍ່ 202 ມອບ-ຮັບ ໜ້າທີ່ ຜູ້​ສັ່ງ​ການ​ເອກ​ຂັ້ນ III
ເວລາອອກຂ່າວ: 2025-07-16 09:59:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1874 | ຄວາມນິຍົມ:



ໃນ​ວັນ​ທີ 9 ກໍລະກົດ 2025,ຢູ່​ທີ່​ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2​ ​ໄດ້​ມອບ-ຮັບ ໜ້າທີ່ ຜູ້​ສັ່ງ​ການ​ເອກ​ຂັ້ນ III ລະຫວ່າງ ສະຫາຍພັນ​ເອກ ສົມ​ໝາຍ ດອນ​ພະຈັນ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 202 ແລະ ສະຫາຍ ພັນ​ໂທ ສົມ​ສະ​ຄິດ ຄຳ​ຊຸມພູ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 202, ໂດຍ​ມີ ສະຫາຍ ພັນ​ເອກ ບຸນ​ກ່ຳພີມ​ພົງພັນ ຫົວໜ້າ​ຫ້ອງ​ພະລາທິການ ກອງ​ພົນ​ທີ 2, ຄະນະ​ພັກ-ຄະນະ​ບັນຊາ ພະແນກການ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພູ​ສະ​ນິດ ໂພ​ສາ​ລາດ ຫົວໜ້າ​ພະ​ແນກ​ແຜນ ການ ຫ້ອງ​ພະລາທິການ ກອງ​ພົນ​ທີ 2 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ພົນ​ທີ 2 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຜູ້​ສັ່ງ​ການ​ເອກ​ຂັ້ນ III ກອງພັນ​ໃຫຍ່ 202, ອີງ​ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການຈັດຕັ້ງ ແລະ ການເຄື່ອນໄຫວ​ຂອງ ​ກະຊວງ​ປ້ອງ​ກັນ​ປະເທດ; ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ງົບປະ ມານ​ແຫ່ງ​ລັດ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຄຸ້ມ​ຄອງ​ການ​ເງິນ​ກ້າວ​ສູ່​ລະບົບ​ແບບແຜນ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ​ງົບປະມານ​ແຫ່ງ​ລັດ, ເປັນ​ການ​ປັບປຸງ ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ເອກະ​ພາບ​ກັນ ແລະ ຖືກຕ້ອງ, ເຂັ້ມ​ງວດ ເພື່ອ​ໃຫ້​ຄະນະ​ບັນຊາ​ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່ ແລະ ພາລະ​ບົດບາດ​ຂອງ​ຕົນ, ຜູ້​ສັ່ງ​ການ​ເອກ​ຂັ້ນ III ແມ່ນ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ບົ່ງ​ຕົວ ມອບ​ສິດ ແລະ ຕົກລົງ​ຂອງ​ຜູ້​ບັນຊາ​ການ​ກອງ​ພົນ​ໂດຍ​ກົງ ໃຫ້​ເປັນ​ຜູ້​ສັ່ງ​ຮັບ-ສັ່ງ​ຈ່າຍ​ເງິນ​ແທນ​ຜູ້​ສັ່ງ​ການ​ເອກ​ກອງ​ພົນ ຢູ່​ ບັນດາ​ຫົວໜ່ວຍ​ກົມ​ກອງ​ທີ່​ມີ​ຫງົບ​ປະມານ​ຂຶ້ນ​ກັບ​ກອງ​ພົນ​ທີ 2, ຜູ້​ສັ່ງ​ການ​ເອກ​ຂັ້ນ III ແມ່ນ​ຜູ້​ທີ່​ຖືກ​ມອບ​ໝາຍ​ໃຫ້​ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ ລົງ​ລາຍ​ເຊັນ​ໃນ​ໃບ​ສະເໜີ​ຂໍ​ຮັບ​ເງິນ-ຈ່າຍ​ເງິນ ແລະ ໃບ​ບົງ​ຮັບ-ບົງ​ຈ່າຍ​ເງິນ, ເຊັນ​ໃບ​ສະຫຼຸບ,ບົດ​ລາຍ​ງານ​ທາງ​ດ້ານ​ການ​ເງິນ, ໃບ​ງົບປະມານ​ດ້ານ​ການ​ເງິນ ແລະ ເອກະສານ​ຕ່າງໆ​ຂອງ​ການ​ເງິນ​ທີ່​ຂຶ້ນ​ກັບ​ຕົນ. ສະຫາຍ ພັນ​ເອກ ສົມ​ໝາຍດອນ​ພະຈັນ ຜູ້​ສັ່ງ​ການ​ເອກ (ຜູ້​ເກົ່າ) ໄດ້​ລາຍ​ງານ​ໃນ​ການຈັດ ຕັ້ງ​ປະຕິບັດ​ໜ້າທີ່​ຄຸ້ມ​ຄອງ​ງົບ ປະມານ​ຂອງ​ກົມ​ກອງ​ໄລຍະ​ທີ່​ຕົນ​ດຳລົງ​ຕຳແໜ່ງ​ເປັນ​ຜູ້​ສັ່ງ​ການ​ເອກ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ ກ່າວ​ມອບ​ໜ້າທີ່​ຕໍ່ໃຫ້ ສະຫາຍ ພັນ​ໂທ ສົມ​ສະ​ຄິດ ຄຳ​ຊຸມພູ ຜູ້​ສັ່ງ​ການ​ເອກ(ຜູ້​ໃໝ່) ແລະ ລົງ​ນາມ​ເຊັນ​ບົດ​ບັນທຶກ ມອບ-ຮັບ ເຊິ່ງ​ກັນແລະ ກັນ ຢ່າງ​ເປັນ​ທາງ​ການ. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ