ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ ແຂວງ​ສະຫວັນ​ນະ​ເຂດ ຄັ້ງ​ທີ VI
ເວລາອອກຂ່າວ: 2025-07-16 10:02:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1676 | ຄວາມນິຍົມ:



ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ຄັ້ງ​ທີ VI,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍລະກົດ 2025, ຢູ່​ທີ່​ສະໂມສອນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຜົງພັດທະນາ ຫົວໜ້າ​ຫ້ອງ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ມີ​ສະ ຫາຍ ພັນ​ໂທ ພູ​ວາ ບົວ​ໄລ​ພາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ ຫວັນ​ນະ​ເຂດ, ສະຫາຍ ນາງ ບັງອອນ ພິມ​ມະ​ສານ ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ​ສະ​ຫັວນ​ນະ​ເຂດ, ບັນດາ​ຄະນະ​ຊາວ​ໜຸ່ມ​ຈາກ​ອົງການ 5 ຫ້ອງ, ກົມ​ກອງ, ຄະນະ​ຊາວ​ໜຸ່ມ​ຈາກ​ກົມ​ກອງ 14 ເມືອງ, 1 ນະຄອນ, ກອງພັນ ແລະ ກອງຮ້ອຍ​ເອກ​ກະ​ລາດ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວິໄລ​ສັກ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ສະຫຼຸບ​ຕີ​ລາຄາ ການຈັດຕັ້ງ​ຜັນ​ຂະຫຍາຍ​ວຽກ​ງານ​ຊາວ​ໜຸ່ມ​ທົ່ວ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ​ໃນ​ໄລຍະ 5 ປີຜ່ານມາ; ໃນ​ໄລຍະ​ຜ່ານ​ມາ ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ເອົາໃຈໃສ່​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ແລະ ຊຸກ​ຫຍູ້​ການເຄື່ອນໄຫວ​ປະຕິບັດ​ສິດ, ໜ້າທີ່ ແລະ ພັນທະ​ຂອງ​ສະມາຊິກ​ຊາວ​ໜຸ່ມ​ຂອງ​ຕົນ​ເອງ​ໃຫ້​ເປັນ​ພົນລະເມືອງ​ດີ, ມີ​ຄວາມ​ຕື່ນ​ຕົວ​ປະຕິບັດ​ແນວ ທາງ​ນະໂຍບາຍ​ຂອງ​ພັກ-ລັດ, ສຶກ​ສາ​ອົບຮົມ​ປະຊາຊົນ​ບັນດາ​ຊັ້ນ​ຄົນ​ຕ່າງໆ ຕື່ນ​ຕົວ​ປະກອບສ່ວນ​ເຂົ້າ​ ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ​ຢ່າງ​ຕັ້ງໜ້າ ໄດ້​ປຸກລະດົມ​ສະມາຊິກ, ຄອບຄົວ, ລູກ​ຫຼານ ແລະ ຊັ້ນ​ຄົນ​ຕ່າງໆ​ໃນ​ທົ່ວ​ສັງຄົມ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ລວມ​ໝູ່, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ປັບປຸງ​ຊີວິດ​ການ​ເປັນ​ຢູ່, ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ ແລະ ຄຸ້ມ​ຄອງ​ສັງຄົມ ເອົາໃຈໃສ່​ປະຕິບັດ​ນະໂຍບາຍ​ສາມັກ ຄີ​ປອງ​ດອງ​ລະຫວ່າງ​ຊາວ​ໜຸ່ມ​ອົງການ​ປົກຄອງ​ອ້ອມ​ຂ້າງ​ດ້ວຍ​ກັນ ກໍ​ຄື ສາມັກຄີ​ກັບ​ທຸກ​ຊັ້ນ​ຄົນ​ໃນ​ທົ່ວ​ສັງຄົມ​ບົນ​ພື້ນຖານ​ແນວທາງ​ນະໂຍບາຍ​ຂອງ​ພັກ; ສ້າງ​ນ້ຳໃຈ​ສາມັກຄີ​ຮັກ​ເຊື້ອ​ແພງ​ຊາດ ແລະ ອຸດົມ​ການ​ສັງຄົມ​ນິຍົມ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ, ຍາດ​ແຍ່ງ​ເອົາ​ທຸກ​ກຳລັງ​ແຮງ​ເຂົ້າ​ຮ່ວມ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງ ສາ​ປະເທດ​ຊາດ ເອົາໃຈໃສ່​ປັບ ປຸງ​ລະບົບ​ການຈັດຕັ້ງ​ທີ່​ຊາວ​ໜຸ່ມ​ສູນ​ກາງ​ວາງ​ອອກ​ໃຫ້​ໜັກ​ແໜ້ນ ເຂັ້ມແຂງ, ຮັບປະກັນ​ປະ ສິດທິພາບ​ໃນ​ການເຄື່ອນໄຫວ​ວຽກ​ງານ​ຕາມ​ຂອບ​ເຂດ​ສິດ ແລະ ໜ້າ​ທີ່​​ີ​ຂອງ​ຕົນ. ນອກຈາກ​ນັ້ນ, ຍັງ​ໄດ້​ມອບ​ຢັ້ງຢືນ ແລະ​ໃບ​ຍ້ອງຍໍຊາວ​ໜຸ່ມ 4 ບຸກ​ໃຫ້​ຄະນະ​ໜ່ວຍ​ຊາວ​ໜຸ່ມ ແລະ ບຸກຄົນ​ທົ່ວ​ກົມ​ກອງ; ມອບ​ໃບ​ຍ້ອງຍໍ​ຈາກ​ເຈົ້າ ແຂວງ ແຂວງ​ສະຫວັນ​ນະ​ເຂດ ໃຫ້​ບຸກຄົນ ແລະ ກົມ​ກອງ​ລວມ​ໝູ່ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ມີ 42 ກົມ​ກອງ ແລະ ບຸກຄົນ ຈຳນວນ 513 ສະຫາຍ; ໄດ້​ຊຸກຍູ້​ສະມາຊິກ​ຊາວ​ໜຸ່ມ​ທຳ​ການ​ປູກຝັງ-ລ້ຽງສັດ, ການ​ຄ້າຂາຍ​ອື່ນໆ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ດີ​ເທົ່າ​ທີ່​ຄວນ; ໄດ້​ຮັບ​ການ​ຍ້ອງຍໍ​ຕ່າງໆ​ຈາກ​ຂັ້ນ​ເທິງ​ຄື: ໄດ້​ຮັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ II ຈຳນວນ 2 ໜ່ວຍ, ໄດ້​ຮັບ​ທຸງໄຊ​ນຳ​ໜ້າ​ໃນ​ການຈັດຕັ້ງ​ປະ ຕິບັດ​ຂໍ້​ແຂງ​ຂັນ 4 ບຸກ 3 ປີ​ຕໍ່​ເນື່ອງ ຈຳນວນ 6 ຜືນ, ຫຼຽນ​ໄຊ ແລະ ຫຼຽນ​ກາ​ແຕ່​ລະ​ປະເພດ ຈຳນວນ 175 ໜ່ວຍ, ໃບ​ຍ້ອງຍໍ-ໃບ​ຊົມເຊີຍ​ຂັ້ນ​ຕ່າງໆ 638 ໃບ, ໄດ້​ຮັບ​ໃບຢັ້ງຢືນ​ນາ​ມະ​ຍົດ​ໜ່ວຍ​ຊາວ​ໜຸ່ມ 4 ບຸກ​ໄດ້ 291 ໃບ. ນອກຈາກ​ນັ້ນ, ຄະນະ​ຊາວ​ໜຸ່ມ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ຍັງ​ໄດ້​ພົບ​ປະ ​ແລກປ່ຽນ​ບົດຮຽນ​ກັບ ຄະນະ​ຊາວ​ໜຸ່ມ​ປະເທດ​ເພື່ອນ​ມິດ ໂດຍ ​ສະເພາະ ກໍ​ຄື ຄະນະ​ຊາວ​ໜຸ່ມ​ທະຫານ​ແຂວງ​ກວາງ​ຈິ ​ສສ ຫວຽດ ນາມ ໃນ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ ແລະ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ. ໃນ​ກອງ​ປະຊຸມ ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ມອບ​ໃບ ​ຍ້ອງຍໍ​ໃຫ້​ບຸກຄົນ​ທີ່​ມີ​ຜົນງານ​ດີເດັ່ນ ຈຳນວນ 3 ສະຫາຍ ແລະມະຕິ​ຕົກລົງ ຂອງ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ​ປປລ ແຂວງ​ສະ ຫວັນ​ນະ​ເຂດ ວ່າ​ດ້ວຍ​ການ​ມອບ​ທຸງໄຊ​ນຳ​ໜ້າ​ໃນ​ການຈັດຕັ້ງ​ປະ ຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ຈຳນວນ 3 ກົມ​ກອງ​ຕື່ມ​ອີກ. ໂດຍ: ຄຳ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ