ຊຸກຍູ້ກວດກາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງບັນນາທິການ ໜັງສືພິມກອງທັບ
ເວລາອອກຂ່າວ: 2025-07-16 10:08:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2443 | ຄວາມນິຍົມ: ![]()
ວັນທີ 14 ກໍລະກົດ 2025 ນີ້, ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງ ການເມືອງ, ຫົວໜ້າຄະນະຊຸກຍູ້ກວດກາການກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະ ນະ ໄດ້ເຄື່ອນໄຫວຊຸກຍູ້ກວດກາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງບັນນາທິການ ໜັງສືພິມກອງທັບ, ມີສະຫາຍ ພັນເອກ ວັນເຮືອງ ສີວິໄລ ເລຂາໜ່ວຍພັກ, ຫົວໜ້າບັນນາທິການ ໜັງສຶພິມກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນ ນາທິການ ໜັງສືພິມກອງທັບ, ປະທານກວດກາໜ່ວຍພັກ ໄດ້ຜ່ານບົດສະຫຼຸບການນຳພາປັບ
ປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ວ່າ: ໜ່ວຍພັກ ກອງບັນນາທິການ ໜັງສືພິມກອງທັບ ແມ່ນໜ່ວຍພັກເອກະລາດ ຂຶ້ນກັບຄະນະພັກ ກົມໃຫຍ່ການເມືອງກອງທັບ, ມີພາລະບົດບາດໃນການນຳພາກົມ
ກອງຜະລິດເນື້ອໃນ ແລະ ຈຳໜ່າຍໜັງສືພິມລາຍວັນ, ໜັງສືພິມເອເລັກໂຕຣນິກພາສາລາວ, ພາສາອັງກິດ ແລະ ເຟສບຸກລາຍວັນ ເຊິ່ງເປັນກະບອກສຽງ ຂອງຄະນະພັກກະຊວງ ແລະ ກະຊວງປ້ອງກັນປະເທດ ໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໜາຍຂອງລັດ, ເຫດການຂໍ້ມູນຂ່າວສານ ທັງພາຍໃນ ແລະ ຕ່າງປະເທດ ທັງເປັນເວທີ ຂອງມະຫາຊົນ ແລະ ເປັນສາຍໄຍຜູກພັນ ລະຫວ່າງ ມະຫາຊົນ ກັບ ພັກ-ລັດ. ໃນໄລຍະ 1 ປີຜ່ານມາ, ຄະນະໜ່ວຍພັກ ໄດ້ນຳພາກົມກອງຜະລິດເນື້ອໃນ ແລະ ຈຳໜ່າຍໜັງສືພິມລາຍວັນ, ໜັງສືພິມເອເລັກໂຕຣນິກ ພາສາລາວ, ພາສາອັງກິດ ແລະ ເຟສບຸກລາຍວັນ ໃນນັ້ນ, ສາມາດຜະລິດໜັງສືພິມລວມ 264 ເທື່ອ ຈຳນວນພິມ 153.120 ສະບັບ, ມີຄົນເຂົ້າເບິ່ງເວັບໄຊ 55.128.662 ເທື່ອຄົນ ຈາກ 90 ປະເທດ, ສະໜອງຂ່າວ
ໄດ້ 6.856 ຂ່າວ, ບົດ 2.423 ບົດ ແລະ ຮູບພາບ 8.945 ແຜ່ນ. ພ້ອມທັງປັບປຸງກໍ່ສ້າງພັກ, ພະນັກງານ ແລະ ກໍ່ສ້າງກົມກອງສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບ ເຂົ້າໃຈແຈ້ງຕໍ່ມະຕິ, ຄຳສັ່ງ, ຂໍ້ກຳນົດ,
ກົດລະບຽບຂອງກອງທັບ, ກົດໝາຍຂອງລັດ, ຕ້ານ ແລະ ສະກັດກັ້ນໄດ້ປະກົດການຫຍໍ້ທໍ້, ສ້າງໃຫ້ໜ່ວຍພັກ ມີຄວາມສະຫງົບ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ມະຕິ ຂອງຄະນະໜ່ວຍພັກ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ ນອກນີ້, ຍັງໄດ້ຈັດຕັ້ງພະນັກງານ-ນັກຮົບ ເຂົ້າຮ່ວມການຮ່ຳຮຽນການເມືອງ, ເຊື່ອມຊຶມເອກະສານຕ່າງໆ ທີ່ຂັ້ນເທິງຈັດຕັ້ງຂຶ້ນ; ໄດ້ປັບປຸງການຈັດຕັ້ງຂັ້ນພະແນກໃຫ້ມີຄວາມໜັກແໜ້ນ ສາມາດເປັນເສນາທິການທາງດ້ານວຽກງານພັກ-ວຽກງານການເມືອງ ໃຫ້ແກ່ຄະນະໜ່ວຍພັກ. ປັດ
ຈຸບັນໜ່ວຍພັກ ກອງບັນນາທິການໜັງສືພິມກອງທັບ ມີສະມາຊິກພັກທັງໝົດ 59 ສະຫາຍ, ຍິງ 19 ສະຫາຍ, ຜ່ານການຕີລາຄາແບ່ງປະເພດຄຸນນະພາບສະມາ
ຊິກພັກ ໃນປີ 2025 ມີສະມາຊິກພັກ ໄດ້ປະເພດແຂງ 51 ສະຫາຍ ກວມເອົາ 86,4% ບໍ່ໄດ້ແບ່ງປະເພດ 7 ສະຫາຍ ເທົ່າກັບ 11,8%.
ໂອກາດນີ້, ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ເສີມຂະຫຍາຍບົດບາດການນຳພາ, ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ເລິກເຊິງ, ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນກົມກອງ, ສືບຕໍ່ຍູ້ແຮງຂະບວນການວຽກງານປ້ອງກັນພາຍໃນ, ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໂດຍ: ໄຊສະຫວາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















