ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ມອບ-ຮັບ​ໜ້າທີ່ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 941 ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່
ເວລາອອກຂ່າວ: 2025-07-16 10:10:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1515 | ຄວາມນິຍົມ:



ພິທີ ມອບ-ຮັບ​ໜ້າທີ່ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 941 ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກໍລະກົດ 2025 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພູ​ໂຂງ ມະໂນ​ລາ ເລຂາ​ຄະນະ​ພັກ, ຫົວ ໜ້າ​ການເມືອງ ກອງພັນ​ໃຫຍ່ 941, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ຂະແໜງການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ພັນ​ສອນ ຄຳ​ຜິວ ຫົວໜ້າ​ການ​ທະຫານ ກອງ ພັນ​ໃຫຍ່ 941 (ຜູ້​ເກົ່າ) ໄດ້​ຜ່ານ​ບົດ​ບັນທຶກ ມອບ-ຮັບ​ໜ້າທີ່​ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 941 ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່ ໂດຍ​ອີງ​ຕາມ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ບັນຊາ​ ກອງພັນ​ໃຫຍ່ 941, ອີງ​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໜ້າ​ທີ່ວຽກ​ງານ​ປັດຈຸບັນ ແລະ ໃນຕໍ່ໜ້າ, ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕາມ​ພາລະ​ບົດບາດ, ສິດ ແລະ ໜ້າ ທີ່, ບົນ​ພື້ນຖານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ແລະ ປະຕິບັດ​ຕາມ​ຂໍ້​ຕົກລົງ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ ດ້ວຍ​ການ​ຍົກຍ້າຍ​ນາຍ​ທະຫານໂດຍ​ອີງ​ຕາມການ​ຄົ້ນຄວ້າ​ຕົກລົງ ​ເຫັນ​ດີ​ເປັນ​ເອກະ​ພາບ ຂອງ​ກອງ​ປະຊຸມ​ຄະນະ​ປະຈຳ​ພັກ ກະຊວງ​ປ້ອງ​ກັນ​ປະເທດ ຄັ້ງ​ວັນ​ທີ 17 ເມສາ 2025, ອີງ​ຕາມການ​ຄົ້ນຄວ້າ ແລະ ນຳ​ສະເໜີຂອງ​ກົມ​ໃຫຍ່ການເມືອງ​ກອງທັບ, ກະຊວງ​ປ້ອງ​ກັນ​ປະເທດຕົກລົງ: ຍົກຍ້າຍ ສະຫາຍ ພັນ​ເອກ ສັນຕິ ຈັນທະ​ລັງ​ສອນ ຮອງ​ຫົວໜ້າ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄປ​ຮັບ​ໜ້າທີ່​ໃໝ່ ຢູ່​ກອງພັນ​ໃຫຍ່ 941 ແລະ ໄດ້​ຍົກຍ້າຍສະຫາຍພັນ​ເອກ ພັນ​ສອນ ຄຳ​ຜິວ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 941 ໄປ​ຮັບ​ໜ້າ​ທີ​່ໃໝ່ຢູ່​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ. ຈາກ​ນັ້ນ, ກໍ​ໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ ມອບ-ຮັບ​ໜ້າ​ທີ່ຫົວໜ້າ​ການ​ທະຫານ ລະຫວ່າງ ສະຫາຍ ພັນ​ເອກ ພັນ​ສອນ ຄຳ​ຜິວ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 941 (ຜູ້​ເກົ່າ) ກັບ ສະຫາຍ ພັນ​ເອກ ສັນຕິ ຈັນທະ​ລັງ​ສອນ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 941 (ຜູ້​ໃໝ່). ໂດຍ: ຂັນ​ທະວີ ແກ້ວ​ກາ​ໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ