ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ເມສາ 2026

  

ທາບ​ທາມ​ບຸກ​ຄະລາ​ກອນ ຮັບ​ສະໝັກ​​ເລືອກ​ຕັ້ງ​ເຂົ້າ ໃນ​ຄະນະ​ບໍລິຫານ​ງານ​ພັກ ກະຊວງ​ປ້ອງ​ກັນ​ປະເທດ ຮອບ​ທີ 2 ຢູ່​ກອງພັນ​ໃຫຍ່ 643
ເວລາອອກຂ່າວ: 2025-07-16 10:12:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2905 | ຄວາມນິຍົມ:



ກອງ​ປະຊຸມ​ທາບ​ທາມ​ບຸກ​ຄະລາ​ກອນ ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ພັກ ກະຊວງ​ປ້ອງ​ກັນ​ປະເທດ ສະໄໝ​ທີ VI ຮອບ​ທີ 2 ຢູ່​ກອງພັນ​ໃຫຍ່ 643 ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 10 ກໍລະກົດ 2025 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ປອ ສອນ​ໄຊ ຈັນ​ຍາ​ລາດ ກຳມະການ​ຄະນະ​ພັກກົມ​ໃຫຍ່, ຫົວໜ້າ​ກົມ​ພະນັກງານກົມ​ໃຫຍ່​ການເມືອງ​ກອງທັບ, ອະນຸ​ກຳມະການ​ບຸກ​ຄະລາ​ກອນ ຂັ້ນ​ກະຊວງ, ຫົວໜ້າ​ໜ່ວຍ​ງານ​ທາບ​ທາມ ເຂດ 2 ແຂວງ​ຊຽງ​ຂວາງ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 643, ກອງພັນ​ໃຫຍ່ 702, ໂຮງໝໍ​ບໍລິເວນ 101, ໂຮງຮຽນ​ນາຍ​ສິບ​ເຫຼົ້າ​ຮົບ, ກອງພັນ 174, ສາງ ອ5 ແລະ ໂຮງແຮມ​ພູ​ຊ້າງ ຕະຫຼອດ​ຮອດ​ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ​ທົ່ວ​​​ກອງພັນ​ໃຫຍ່ 643 ແລະ ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ ໄດ້​ຮັບ​ຟັງ​ການ​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ແລະ ຮ່າງ​ບົດ​ສຳ​ຫຼວດ​ການ​ນຳພາ​ລວມ ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ສະໄໝ​ທີ V ແລະ ຜ່ານ​ຮ່າງ​ນິຕິ​ກຳ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ (ສະບັບ​ປັບປຸງ) ແລະ ຜ່ານ​ມາດຖານ​ເງື່ອນໄຂ​ບຸກ​ຄະລາ​ກອນ​ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ພັກ, ຄະນະ​ປະຈຳ, ເລຂາ, ຮອງ​ເລຂາ, ປະທານ ແລະ ຮອງ​ປະທານ​ຄະນະ​ກວດກາ​ພັກ ກະຊວງ​ປ້ອງ​ກັນ​ປະເທດ ສະໄໝ​ທີ VI. ໂອກາດ​ນີ້, ສະຫາຍ ພັນ​ເອກ ​ປອ ສອນ​ໄຊ ຈັນ​ຍາ​ລາດ ໄດ້​ມີ​ ຄຳ​ເຫັນ​ແນະນຳ​ຫຼາຍ​ບັນຫາ​ສຳຄັນ ເພື່ອ​ເປັນ​ທິດ​ນຳ​ໃຫ້​ແກ່​ສະມາຊິກ​ພັກ, ພະນັກງານ​ຫຼັກ​ແຫຼ່ງ ໃນ​ການ​ຄັດ​ເລືອກ​ເອົາ​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ, ມີ​ມາດຖານ​ເງື່ອນໄຂ​ຄົບ​ຖ້ວນ ເພື່ອ​ເຂົ້າ​ມາ​ນຳພາ-ຊີ້​ນຳ​ກອງທັບ​ປະຊາຊົນ​ລາວ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ, ນຳພາ​ກອງທັບ ໃຫ້​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈາກ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ໄດ້​ພ້ອມ​ກັນ​ໃຊ້​ສິດ​ຂອງ​ຕົນ​ປ່ອນ​ບັດ​ທາບ​ທາມ​ເອົາ​ບຸກ​ຄະລາ​ກອນ​ທີ່​ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ພັກ ກະຊວງ​ປ້ອງ​ກັນ​ປະເທດ ສະໄໝ​ທີ VI (ຮອບ​ທີ 2) ສຳເລັດ​ຕາມ​ແຜນການ. ໂດຍ: ຄຳ​ໝັ້ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ