ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ເປີດຊຸດອົບຮົມວຽກງານຂົນຂວາຍກໍ່ສ້າງຮາກຖານ ໃຫ້ພະນັກງານກອງທັບປະຊາຊົນລາວ
ເວລາອອກຂ່າວ: 2025-07-16 10:14:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1911 | ຄວາມນິຍົມ:



ກົມຂົນຂວາຍມະຫາຊົນ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈັດພິທີເປີດຊຸດອົບຮົມວຽກງານວິຊາສະເພາະຂົນຂວາຍກໍ່ສ້າງຮາກຖານ ໃຫ້ພະນັກງານກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນວັນທີ 15 ກໍລະກົດ 2015 ທີ່ສູນເຝິກອົບຮົມ 871 ກອງທັບປະຊາຊົນຫວຽດນາມ, ໂດຍມີສະຫາຍ ພັນເອກ ວູ້ແທງມິງ ຮອງຫົວໜ້າກົມຂົນຂວາຍມະຫາຊົນ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນເອກ ວູ້ດຶກເກືອງ ຮອງຫົວໜ້າສູນເຝິກອົບຮົມ 871 ກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນເອກ ວຽງໄຊ ສຸລິວົງ ຫົວໜ້າຫ້ອງການທີ່ປຶກທູດປ້ອງຊາດລາວ ປະຈຳ ສສ ຫວຽດນາມ, ສະຫາຍ ພັນເອກ ຄອນວິໄລ ທໍາມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້, ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ເວົ້າສະເພາະແມ່ນ ວຽກງານຂົນຂວາຍປະຊາຊົນ ແລະ ກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກໍ່ຄືກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພາກພື້ນ, ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດ ລາວ-ຫວຽດນາມ. ຕະຫຼອດໄລຍະຜ່ານມາ, ກົມຂົນຂວາຍປະຊາຊົນ ແລະ ກໍ່ສ້າງຮາກຖານ ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວ ຊຸກຍູ້, ແລກປ່ຽນບົດຮຽນປະສົບການເຮັດວຽກຮ່ວມກັນ ເພື່ອຍົກລະດັບການຄົ້ນຄວ້າ, ຜັນຂະຫຍາຍວຽກງານຂົນຂວາຍມະຫາຊົນ, ກໍ່ສ້າງຮາກຖານກອງທັບປະຊາຊົນລາວ ໃນໄລຍະໃໝ່ ຢ່າງມີປະສິດທິຜົນ, ພາຍຫຼັງການເຝິກອົບຮົມແຕ່ລະຄັ້ງ, ຄຸນນະພາບ ແລະ ປະສິດທິຜົນຂອງການປະຕິບັດໜ້າທີ່ໄດ້ຮັບການປັບປຸງຢ່າງຕັ້ງໜ້າ, ທັງໄດ້ຮັບການຕີລາຄາສູງຈາກຂັ້ນເທິງ. ການເຝິກອົບຮົມໃຫ້ພະນັກງານກໍ່ສ້າງຮາກຖານກອງທັບປະຊາຊົນລາວຄັ້ງນີ້ ຈະໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນປະສົບການໃນ 8 ຫົວຂໍ້ ກ່ຽວກັບວຽກງານ ຂົນຂວາຍມະຫາຊົນ ແລະ ວຽກງານໂຄສະນາອົບຮົມພິເສດ. ນອກຈາກນັ້ນ, ນັກເຝິກອົບຮົມຍັງຈະໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນວຽກງານຂົນຂວາຍມະຫາຊົນຢູ່ບາງກົມກອງ ຂອງກອງທັບ ປະຊາຊົນຫວຽດນາມ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ