ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ກໍລະກົດ 2026

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ບົວທອງ ສຳເລັດ​ການ​ປັກ​ດຳເຂົ້ານາ​ປີ
ເວລາອອກຂ່າວ: 2025-07-16 10:16:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2631 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ທິດ​ນຳ​ທີ່​ວ່າ “ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ”. ໃນ​ທ້າຍ​ເດືອນ​ມິຖຸນາ ຫາ ຕົ້ນ​ເດືອນ​ກໍລະກົດ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ບົວທອງ ແຂວງ​ຄຳ​ມ່ວນ ໄດ້​ສຸມ​ໃສ່​ການ​ປັກ​ດຳ​ເຂົ້ານາ​ປີ ເພື່ອ​ໃຫ້​ຖ່ວງ​ທັນ​ຕາມ​ລະດູ​ການ. ໂດຍ​ການ​ຊີ້​ນຳ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ ແລະ ມີ​ພະນັກງານ-ນັກ ຮົບ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ​ການ​ປັກ​ດຳ​ເຂົ້ານາ​ປີ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ. ສະຫາຍ ພັນ​ໂທ ຫົງ​ຄຳ ສອນ​ມຸກດາ ຫົວໜ້າ​ພະ​ແນກພະລາ ທິການກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ບົວທອງ ໄດ້​ໃຫ້​ຮູ້​ວ່າ: ນາ​ລວມ​ຂອງ​ກົມ​ກອງ ມີ​ເນື້ອທີ່​ທັງ​ໝົດ 10,50 ເຮັກຕາ​ໃນ​ນີ້, ເນື້ອທີ່​ປັກ​ດຳ​ຕົວ​ຈິງ​ແມ່ນ 4,5 ເຮັກຕາ ໂດຍ​ນຳ​ໃຊ້​ແຮງງານ ​ອ້າຍ​ນ້ອງ​ພາຍ​ໃນ​ກົມ​ກອງຈຳ ນວນ 135 ສະຫາຍ ໃນ​ການ​ປັກ​ດຳ. ມາ​ຮອດ​ປັດຈຸບັນ ການ​ປັກ​ດຳ​ເຂົ້ານາ​ດັ່ງກ່າວ ໄດ້​ສຳເລັດ​ຕາມ​ແຜນການ 100%. ທັງ​ນີ້, ກໍ​ເພື່ອ​ປະຕິບັດ​ຕາມ​ທິດ​ນຳ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ຫ້ອງ​ພະລາທິການກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ກ່ຽວ​ກັບ​ວຽກ​ງານ 4 ປູກ 4 ລ້ຽງ ຕິດ​ພັນ​ກັບ​ຄຳ​ຂວັນ​ທີ່​ວ່າ “ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ” ໂດຍ​ອີງໃສ່​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ໃນ​ການ​ຊອກ​ແຫຼ່ງ​ລາຍ​ຮັບ​ດ້ວຍ​ການ​ເຮັດ​ນາປີ​ຕາມ​ລະດູ​ການ ເພື່ອ​ເພີ່ມ​ເຂົ້າ​ລະບົບ​ອັດຕາ​ໃຫ້​ພະນັກງານ-ນັກຮົບ ໂດຍ​ບໍ່​ເອື້ອ​ອີງໃສ່​ແຕ່​ເຂົ້າ​ອັດຕາ​ລວມ​ທີ່​ຂັ້ນ​ເທິງ​ເບີກ​ຈ່າຍ​ໃຫ້​ພຽງ​ຢ່າງ​ດຽວ, ພ້ອມ​ທັງ​ເປັນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ກົມ​ກອງ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ຮອບດ້ານ ຮັບປະກັນ​ສະບຽງ​ອາຫານ ໃນ​ລະດັບ​ທີ່​ແນ່ນອນ ເຮັດ​ໃຫ້​ພະນັກງານ-ນັກຮົບ ເຄື່ອນ​ໄຫວ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ທີ່​ພັກ-ລັດ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ເປັນ​ຢ່າງ​ດີ. ໂດຍ: ໄພ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ