ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ກຸ່ມ​ບ້ານ​ຜາ​ແດງ ແລະ ກຸ່ມ​ບ້ານ​ນ້ຳ​ຮາງ ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ
ເວລາອອກຂ່າວ: 2025-07-16 10:21:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2103 | ຄວາມນິຍົມ:



ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນນະບົດ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ພັກ ແມ່ນ​ວຽກ​ງານ​ທີ່​ມີ​ຈຸດປະສົງ​ເພື່ອ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ ໃຫ້​ດີ​ຂຶ້ນ​ທັງ​ແມ່ນ​ວຽກ​ງານ​ຍຸດ​ທະ​ສາດ​ສຳຄັນ ແລະ ຍາວ​ນານ​ຂອງ​ພັກ, ຫຼາຍ​ສິບ​ປີຜ່ານມາ ວຽກ​ງານ​ດັ່ງກ່າວ​ໄດ້​ມີ​ການ​ຫັນປ່ຽນ​ໃໝ່​ຢ່າງ​ຕັ້ງໜ້າ ແລະ ມີ​ປະ​ສິດທິ​ຜົນ​ດີ​ຂຶ້ນ​ຢ່າງ​ຈະແຈ້ງຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ ເວົ້າ​ລວມ, ເວົ້າ​ສະເພາະຢູ່​ແຂວງ​ຫົວພັນ ແລະ ແຂວງ​ຜົ້ງ​ສາລີ ໄລຍະ​ຜ່ານ​ມາ, ພັກ-ລັດຖະບານຖື​ເປັນ​ບູ​ລິ​ມະ​ສິດ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ 2 ກຸ່ມ​ບ້ານ, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຂົງເຂດ​ພັດທະນາ​ເສດຖະກິດ-ສັງຄົມ, ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ແລະ ຂົງເຂດ​ວັດທະນະທຳ​ສັງຄົມ ເຮັດ​ໃຫ້​ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງໄວ, ປະຊາຊົນ​ມີ​ເງື່ອນ ໄຂ​ທຳ​ການ​ການ​ຜະລິດ ແລະ ດຳ ລົງ​ຊີວິດ​ດີ​ຂຶ້ນ​ເປັນ​ກ້າວໆ. ສະຫາຍ ພົນ​ໂທ ​ສຈ ​ປອ ວົງ​ຄຳ ພົມ​ມະກອນ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ຮ່ວມ​ມື​ພັດ ທະນາ​ກຸ່ມ​ບ້ານ​ບໍລິເວນ​ຊາຍ​ແດນ ລາວ-ຫວຽດນາມ ໄດ້​ກ່າວ​ຕໍ່​ພິທີ ມອບ-ຮັບ ບັນດາ​ໂຄງການ​ພັດທະນາ ກຸ່ມ​ບ້ານ​ຜາ​ແດງ ເມືອງ​ກວັນ ແຂວງ​ຫົວພັນ ແລະ ກຸ່ມ​ບ້ານ​ນ້ຳ​ຮາງ ເມືອງ​ສຳພັນ ແຂວງ​ຜົ້ງ​ສາລີ ມີ​ບາງ​ຕອນ​ວ່າ: ປະຕິບັດ​ຕາມ​ການ​ມອບ​ໝາຍ​ຈາກ​ພັກ-ລັດຖະບານ, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນນະບົດ ເພື່ອ​ແນໃສ່​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ແລະ ປັບປຸງ​ຍົກ​ລະດັບ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ ​ສອກຫຼີກ ໃຫ້​ນັບ​ມື້​ດີ​ຂຶ້ນ​ກວ່າ​ເກົ່າ. ໂດຍ​ເຫັນ​ໄດ້​ບົດບາດ​ຄວາມ​ສຳຄັນ​ດັ່ງກ່າວ, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ໂດຍ​ສະເພາະ​ແມ່ນ​ການ​ຮ່ວມ​ມື​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ​ສສ ຫວຽດນາມ ໃນ​ການ​ພັດທະນາ​ກຸ່ມ​ບ້ານ​ຕາມ​ຊາຍ​ແດນ ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ​ປະຊາຊົນປະຕິວັດ​ລາວ-ກົມ​ການເມືອງ​ ສູນ​ກາງ​ພັກ​ກອມ​ມູ​ນິດ ປະຊາຊົນ​ຫວຽດນາມ ໃນ​ການເຮັດ​ໃຫ້​ສະພາບ​ຢູ່​ບໍລິເວນ​ຊາຍ​ແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ ມີ​ຄວາມ​ສະຫງົບ, ມີ​ການ​ພັດທະ ນາ ທັງ​ເປັນ​ການ​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ຍິ່ງ​ໃຫຍ່ ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ-ສອງ​ລັດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້​ແໜ້ນ​ແຟ້ນ. ຕະຫຼອດ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານ ສອງ​ປະເທດ ລາວ-ວຽດນາມ ໄດ້​ສຸມ​ທຶນຮອນ​ຈຳນວນ​ບໍ່​ໜ້ອຍ ເຂົ້າ​ໃສ່​ວຽກ​ງານ​ພັດທະນາ 2 ກຸ່ມ​ບ້ານ ຢູ່​ແຂວງ​ຫົວພັນ ແລະ ແຂວງ​ຜົ້ງ​ສາລີ ເຊິ່ງ​ເປັນ​ແຂວງ​ພູ​ດອຍ, ເຂດ​ຫ່າງ​ໄກ​ ສອກຫຼີກ ທີ່​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານ ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ລະບົບ​ເສັ້ນທາງ​ຄົມມະນາຄົມ, ລະບົບ​ຕາ​ຂ່າຍ​ໄຟຟ້າ, ລະບົບ​ນ້ຳ​ໃຊ້, ລະບົບ​ຊົນລະປະທານ, ໂຮງຮຽນ, ໂຮງໝໍ, ຫ້ອງການ​ກຸ່ມ​ບ້ານ, ໂຮງງານ​ຜະລິດ​ກະສິກຳ, ໂຄງການ​ລ້ຽງສັດ​ໃຫຍ່ (ງົວ-ຄວາຍ) ແລະ ອື່ນໆ. ນີ້​ແມ່ນ​ຜົນງານ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ຂອງ​ພັກ-ລັດຖະບານ ແລະ ປະຊາຊົນ​ຫວຽດນາມ ທີ່​ຊ່ວຍເຫຼືອ​ໃນ​ການ​ພັດທະນາ ​ສປປ ລາວ ເວົ້າ​ລວມ, ເວົ້າ​ສະເພາະ ແມ່ນ​ການ​ຊ່ວຍເຫຼືອ​ພັດທະນາ 2 ກຸ່ມ​ບ້ານ ຢູ່​ແຂວງ​ຫົວພັນ ແລະ ແຂວງ​ຜົ້ງ​ສາລີ. ນັບ​ແຕ່​ປີ 2005 ມາ​ຮອດ​ປັດຈຸບັນ, ພັກ-ລັດຖະບານ ສສ ຫວຽດນາມ ໄດ້​ລົງທຶນ​ພັດ ທະນາ​ບັນດາ​ກຸ່ມ​ບ້ານ​ລຽບ​ຕາມ​ຊາຍ​ແດນ ລາວ-ຫວຽດນາມ ທັງ​ໝົດ 17 ກຸ່ມ​ບ້ານ (15 ກຸ່ມ​ບ້ານ​ເກົ່າ ແລະ 2 ກຸ່ມ​ບ້ານທີ່ ມອບ-ຮັບ​ໃໝ່) ແລະ ເພື່ອ​ເປັນ​ການ​ຢັ້ງຢືນ​ຄືນ​ບັນດາ​ຜົນງານ ສອງ​ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຫວຽດ ນາມ ໄດ້​ມີ​ແຜນການ​ກະກຽມ​ ສະຫຼຸບ​ຜົນງານ 20 ປີ (2005-2025) ໃນ​ການ​ຮ່ວມ​ມື​ພັດທະນາ​ກຸ່ມ​ບ້ານ​ບໍລິເວນ​ຊາຍ​ແດນ ລາວ-ຫວຽດນາມ. ສະຫາຍ ພົນ​ຈັດຕະວາ ວົງ​ສັກ ສີ​ພັນ​ດອນ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ຄະນະ​ຮັບຜິດຊອບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນນະບົດ​ຮອບດ້ານ ກະຊວງ​ປ້ອງ​ກັນ​ປະເທດ ໃຫ້​ຮູ້​ວ່າ: ບັນດາ​ໂຄງການ​ພັດທະນາ ກຸ່ມ​ບ້ານ​ຜາ​ແດງ ແລະ ກຸ່ມ​ບ້ານ​ນ້ຳ​ຮາງ ທີ່​ຝ່າຍ​ລາວ​ຮັບຜິດຊອບ ໂດຍ​ສະເພາະ ຢູ່​ກຸ່ມ​ບ້ານ​ຜາ​ແດງ ເມືອງ​ກວັນ ແຂວງ​ຫົວພັນ ວຽກ​ທີ່​ເຮັດ​ສຳເລັດ ຄື: ໂຄງການ​ກໍ່ສ້າງ​ເສັ້ນທາງແຕ່ເສັ້ນທາງ​ຫຼັກ ຜ່ານ​ບ້ານ​ນາ​ອໍ ເຂົ້າ​ຫາ​ບ້ານ​ຫ້ວຍ​ຊາຍ, ໂຄງການ​ກໍ່ສ້າງ​ເສັ້ນທາງ​ພາຍ​ໃນ​ບ້ານ​ນາ​ກໍ່​ມື ແລະ ໂຄງການ​ກໍ່ສ້າງ​ຫ້ອງການ​ກຸ່ມ​ບ້ານ ສຳເລັດ 100%. ສ່ວນ​ວຽກ​ທີ່​ຈະ​ໄດ້​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ ຄື: ໂຄງການ​ກໍ່ສ້າງ​ເຮືອນນອນ ໃຫ້​ບັນດາ​ໝູ່​ຫະ​ຫານ​ຊາຍ​ແດນ ຢູ່ 4 ບ້ານ (ບ້ານ​ຕັ້ງ​ເສົາ, ບ້ານ​ຜາ​ແດງ, ບ້ານ​ປຸ່ງ​ຫວາຍ ແລະ ບ້ານ​ຫ້ວຍ​ງົວ), ໂຄງການ​ກໍ່ສ້າງ​ຄອງ​ຊົນລະປະທານ ຢູ່​ຫ້ວຍ​ເວີຍ-ບ້ານ​ປ່າ​ຂົມ, ໂຄງການ​ຊ່ວຍເຫຼືອ​ປະຊາຊົນ​ກໍ່ສ້າງ​ຫ້ອງ​ນ້ຳໃຫ້​ ຈຳນວນ 2 ບ້ານ (ບ້ານ​ຕັ້ງ​ເສົາ ແລະ ບ້ານ​ຫ້ວຍ​ປຸງ) ແລະ ໂຄງການ​ສົ່ງເສີມ​ກະສິກຳ​ໃຫ້​ປະຊາຊົນ​ພາຍ​ໃນ​ກຸ່ມ​ບ້ານ​ຜາ​ແດງ. ສຳລັບ​ຢູ່​ກຸ່ມ ​ບ້ານ​ນ້ຳ​ຮາງ ເມືອງ​ສຳພັນ ແຂວງ​ຜົ້ງ​ສາລີ ວຽກ​ທີ່​ໄດ້​ເຮັດ​ສຳເລັດ ຄື: ໂຄງການ​ກໍ່ສ້າງ​ເສັ້ນທາງ ແຕ່ ບ້ານ​ນາ​ອູ ເຂົ້າ​ໄປ​ຫາ​ບ້ານ​ລີ​ວາຍ, ໂຄງການ​ບຸກເບີກ​ພື້ນ​ທີ່​ເພື່ອ​ປຸກ​ສ້າງ​ບ້ານ​ລີ​ວາຍ​ໃໝ່ ສຳເລັດ 100%, ໂຄງການ​ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ ແຕ່​ບ້ານ​ນ້ຳ​ອູ-ບ້ານ​ລີ​ວາຍ​ໃໝ່ ສຳເລັດ 72%. ສ່ວນ​ວຽກ​ທີ່​ຍັງ​ຄ້າງຈະ​ໄດ້​ສືບຕໍ່​ປະຕິບັດ ຄື: ສືບຕໍ່​ຕິດ​ຕັ້ງ​ໄຟຟ້າ ຢູ່​ບ້ານ​ລີ​ວ າຍ​ໃໝ່ ໃຫ້​ສຳເລັດ​ຕາມ​ແຜນ​ແມ່​ບົດ. ສັງ​ລວມ​ແລ້ວ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນນະບົດ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ພັກ ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູ່​ແຕ່​ລະ​ບ້ານ ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ຕໍ່​ການ​ດຳລົງ​ຊີວິດ, ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ແຜນ​ນະ ໂຍບາຍ​ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດ ກໍ​ຄື ສາຍສຳພັນ​ການ​ຮ່ວມ​ມື​ຮອບດ້ານ, ຄວາມ​ສາມັກຄີ​ພິເສດ ລາວ-ຫວຽດນາມ, ລະບົບ​ການເມືອງ​ຢູ່​ບັນດາ​ກຸ່ມ​ບ້ານ​ໄດ້​ຮັບ​ການ​ປັບປຸງ ແລະ ຍົກ​ສູງ​ປະ​ສິດທິ​ຜົນ ຄື: ການຈັດ ຕັ້ງ​ພັກ, ແນວ​ໂຮມ, ສະຫະພັນ​ແມ່ຍິງ, ຊາວ​ໜຸ່ມ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ເປັນ​ເສນາ​ທິ​ການ​ໃຫ້​ອົງການ​ປົກຄອງ​ທ້ອງຖິ່ນ, ປະຊາຊົນ​ມີ​ຄວາມ​ເຂົ້າໃຈ​ຕໍ່​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ ​ພັກ​ຫຼາຍ​ຂຶ້ນ, ທັງ​ໄດ້​ຍົກ​ສູງ​ສະຕິ​ລະວັງ​ຕົວ ຕໍ່​ກົນອຸບາຍ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ, ກຳລັງ​ກອງ​ຫຼອນ ແລະ ​ປກສ ບ້ານ ໄດ້​ຮັບ​ການ​ປັບປຸງ​ດ້ານ​ການຈັດຕັ້ງ, ບຳລຸງ​ພາລະ​ບົດບາດ​ໜ້າທີ່, ເຝິກແອບ​ສິລະ​ປະຍຸດ-ຍຸດທະວິທີ ແລະ ຄວາມ​ອາດ ​ສາມາດ​ໃນ​ການເຄື່ອນໄຫວ ເຮັດ​ໃຫ້​ກຳລັງ​ດັ່ງກ່າວ ສາມາດ​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ຕາມ​ພາລະ​ບົດບາດ​ຢ່າງ​ມີ​ປະ​ສິດທິ​ຜົນ ແລະ ສາມາດ​ຕີ​ຖອຍ​ໄດ້​ບັນດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆຈາກ​ກຸ່ມ​ຄົນ​ບໍ່​ດີ, ປະຊາຊົນ​ທີ່​ໄປອອກແຮງ​ງານ ​ຢູ່​ຕ່າງ​ແຂວງ, ຕ່າງປະເທດ​ຫຼຸດ​ລົງ ແລະ ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ເປັນ​ຈຳນວນຫຼາຍ,ປະຊາຊົນ​ໄດ້​ຮັບ​ການ​ເຝິກອົບຮົມ​ເຕັກນິກ​ການ​ຜະລິດ​ກະສິ ກຳ ແລະ ວິທີ​ການ​ປູກຝັງ, ມີ​ການ​ນຳພາ​ເຮັດ​ຕົວ​ຈິງ​ກັບ​ທີ່ ເພື່ອ​ສົ່ງ ເສີມ​ການ​ຜະລິດ​ເປັນ​ສິນຄ້າ, ສ້າງ​ລາຍ​ຮັບ​ຕົວ​ຈິງ​ໃຫ້​ຄອບຄົວ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ. ນອກ​ນັ້ນ, ພື້ນຖານ​ໂຄງ​ລ່າງ​ທີ່​ຈຳເປັນ​ເພື່ອ​ຮັບ​ໃຊ້​ການ​ຜະລິດ ແລະ ບໍລິການ​ປະຊາຊົນ ເປັນຕົ້ນ​ແມ່ນ ເສັ້ນທາງ​ຄົມມະນາຄົມ, ຊົນລະປະທານ, ໂຮງຮຽນ, ສຸກສາລາ, ລະບົບ​ນໍ້າ​ລິນ-ນໍ້າສະອາດ, ຕາ​ຂ່າຍ​ໄຟຟ້າ ແລະ ອື່ນໆ ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ໃໝ່ ເປັນ​ສິ່ງ​ກະ ຕຸກ​ຊຸກຍູ້​ໂດຍ​ກົງ ໃຫ້​ແກ່​ການ​ປັບປຸງ​ຍົກ​ລະດັບ​ຄຸນ​ນະ​ພາບ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ແລະ ຈິດໃຈ ຂອງ​ປະຊາຊົນ ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ສົມ​ພອນ ສີ​ສຸ​ມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ