ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ການເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຢູ່ກອງພົນທີ 4
ເວລາອອກຂ່າວ: 2025-07-16 15:05:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3099 | ຄວາມນິຍົມ: ![]()
ໃນວັນທີ 16 ກໍລະກົດ 2025 ນີ້, ຢູ່ທີ່ ກອງພົນທີ 4 ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ການເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ 2024 ຢູ່ເຂດພາກກາງ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ແຫ່ງ ສປປ ລາວ, ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງກັນປະເທດ, ມີຕາງໜ້າຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ກົມກອງເຂດພາກກາງ ເຂົ້າຮ່ວມ.
ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ໄດ້ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານອາຊຽນ 2024 ວ່າ: ສປປ ລາວ ໃນຖານະເປັນສະມາຊິກອາດຊຽນ ໄດ້ປະຕິບັດສິດ ແລະ ພັນທະໃນການເປັນປະທານອາຊຽນ ໄດ້ຮັບກຽດເປັນປະທານທັງໝົດ 3 ຄັ້ງ (ປີ 2004, 2016 ແລະ 2024) ເຊິ່ງການເປັນປະທານກອງປະຊຸມໃນປີ 2024 ໃນຄັ້ງນີ້, ໄດ້ດຳເນີນພາຍໃຕ້ຄຳຂວັນ: "ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ" (Asean: Enhancing connectivity and Resilience) ສຳລັບກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM+Plus) ແລະ ກອງປະຊຸມປີ່ນອອ້ມອື່ນໆ ພາຍໃຕ້ຄຳຂວັນ: "ຮ່ວມກັນເພື່ອ ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງໃນອາຊຽນ” ໃນການເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວໃນຄັ້ງນີ້ ເນັ້ນໃສ່ 4 ບູລິມະສິດ: 1. ຄວາມສາມັກຄີ (Unity); 2. ຄວາມເຂັ້ມແຂງ (Resilience); 3. ຄວາມເປັນແກນກາງຂອງອາຊຽນ (ASEAN Centrality); 4. ສັນຕິພາບ ແລະ ຄວາມໝັ້ນຄົງ (Peace and Security). ກະຊວງປ້ອງກັນປະເທດ ໄດ້ກະກຽມ ແລະ ຈັດກອງປະຊຸມທັງໝົດທີ່ເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມ, ກິດຈະກຳປິ່ນອ້ອມທັງໝົດ 31 ກອງປະຊຸມ, ມີຜູ້ແທນເຂົ້າຮ່ວມທັງໝົດ 2.902 ທ່ານ ສິ່ງທີ່ພົ້ນເດັ່ນ ໃນການເປັນປະທານອາຊຽນຂອງພວກເຮົາໃນຄັ້ງນີ້ ສາມາດຮັບຮອງເອົາເອກະສານທີ່ ສໍາຄັນຄື: 1. ຖະແຫຼງການຮ່ວມວຽງຈັນຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍ ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ; 2. ຖະແຫຼງການຮ່ວມ ຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ວ່າດ້ວຍການສ້າງຄວາມເຂັ້ມແຂງ ໃນການຮັບມືກັບໄພພິບັດທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ, ລວມທັງ ການແລກປ່ຽນບົດຮຽນທີ່ດີ ແລະ ການສ້າງຂີດຄວາມສາມາດ; 3. ຖະແຫຼງການຮ່ວມ ຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ວ່າດ້ວຍ ຮ່ວມມືກັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ; 4. ຖະແຫຼງການຮ່ວມ ຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສໍາເລັດຂອງກອງປະຊຸມ ADMM ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025; 5. ລະບຽບຫຼັກການເພີ່ມເຕີມ ວ່າດ້ວຍການເຂົ້າຮ່ວມສັງເກດການ ຂອງໜ່ວຍງານຜູ້ຊ່ຽວຊານໃນຂອບ ກອງປະຊຸມ ADMM-ບວກ.
ໃນໂອກາດນີ້, ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຍັງໄດ້ເນັ້ນໜັກບາງບັນຫາສໍາຄັນຕໍ່ກອງປະຊຸມວ່າ: ບັນດາກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນຈຸດປະສານງານ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານອາຊຽນ ເພື່ອໃຫ້ເຂົາເຈົ້າ ໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ມອບໃຫ້ບັນດາກົມກອງ ສືບຕໍ່ເຜີຍແຜ່ ແລະ ເຊື່ອມຊຶມ ເພື່ອໃຫ້ພະນັກງານຂອງຕົນ ຮັບຮູ້ເຂົ້າໃຈ ກ່ຽວກັບວຽກງານອາຊຽນ ແລະ ໃຫ້ບັນດາກົມກອງ ສືບຕໍ່ສຶກສາ, ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນ ແລະ ຈິດໃຈ ຂອງຜົນສຳເລັດ ຂອງການເປັນປະທານອາຊຽນໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ທົ່ວເຖິງ.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















