ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2) ຢູ່ອົງຄະນະພັກກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2025-07-16 15:22:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1971 | ຄວາມນິຍົມ: ![]()
ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2) ຢູ່ອົງຄະນະພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກົມໃຫຍ່, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ໄຊຍະສຸກ ແສງພະທິບ ຮອງຫົວໜ້າກົມຈັດຕັ້ງພັກ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ບົດແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ (ສະບັບປັບປຸງ) ແລະ ສະຫາຍ ພັນເອກ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ V, ຜ່ານມາດຖານເງື່ອນໄຂຜູ້ທີ່ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2) ແລະ ຜ່ານມາດຖານ-ເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງເປັນຄະນະປະຈໍາພັກ, ເລຂາ-ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນແນະນໍາຫຼາຍບັນຫາທີ່ສຳຄັນ ເພື່ອເປັນທິດນຳໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຈົ່ງຄັດເລືອກເອົາຜູ້ທີ່ມີຜົນງານດີເດັ່ນ, ມີຄວາມຮູ້ ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນ ແລະ ເໝາະສົມ ເພື່ອເຂົ້າມານໍາພາ-ຊີ້ນໍາວຽກງານພັກ-ວຽກງານການເມືອງ ໃຫ້ນັບເຕີບໃຫຍ່ເຂັ້ມແຂງ ເພື່ອນໍາພາກອງທັບກ້າວຂຶ້ນກາຍເປັນກອງທັບທີ່ມີແບບແຜນທັນສະໄໝ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນ ປ່ອນບັດທາບທາມເອົາບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2) ສໍາເລັດຕາມແຜນການ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















