ໂຮງໝໍສູນກາງ 103 ກອງທັບ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-07-16 15:27:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2701 | ຄວາມນິຍົມ: ![]()
ວັນທີ 14 ກໍລະກົດ 2025 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ໄພວັນ ໄຊພູບານ ຄະນະອໍານວຍການ, ຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ພະແນກການ ຕະຫຼອດ ສະມາຊິກສະຫະພັນແມ່ຍິງ ໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ໄດ້ເລົ່າຄືນມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 70 ປີຜ່ານມາ, ເຊິ່ງແມ່ຍິງລາວ ໃນເມື່ອກ່ອນໄດ້ປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ, ໃນເບື້ອງຕົ້ນໄດ້ຈັດຕັ້ງໜ່ວຍຍຸວັນນະລີຂຶ້ນ, ຕໍ່ມາກໍມີໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວເມືອງ ໄດ້ເຄື່ອນໄຫວນັບມື້ກວ້າງຂວາງ, ຈົນຮອດວັນທີ 20 ກໍລະກົດ 1955 ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງຂຶ້ນ ເພື່ອນຳພາແມ່ຍິງໃນຂອບເຂດທົ່ວປະເທດປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ແມ່ຍິງລາວຈຳນວນບໍ່ໜ້ອຍຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ, ແຕ່ແມ່ຍິງລາວ ເດັດຂາດບໍ່ຍອມຈຳນົນ, ບໍ່ຍອມໄຂຄວາມລັບ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ, ອັນໄດ້ເຮັດໃຫ້ແມ່ຍິງລາວໄດ້ ຮັບການຍ້ອງຍໍສັນລະເສີນໃນຫຼາຍລະດັບ ນອກນັ້ນ, ຍັງມີແມ່ຍິງຈຳນວນຫຼາຍໄດ້ ຮັບຄັດເລືອກໃຫ້ເປັນແບບຢ່າງທີ່ດີເດັ່ນ ປະກອບສ່ວນເຂົ້າໃນຂົງເຂດວຽກງານຕ່າງໆ ໃນອົງການຈັດຕັ້ງພັກ-ລັດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ແມ່ຍິງລາວໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ ມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















