ກອງຮ້ອຍ 245 ທະຫານແຂວງເຊກອງ ເປີດບັ້ນອົບຮົມ-ຫັດແອບ ປະຈຳປີ 2025
ເວລາອອກຂ່າວ: 2025-07-18 08:47:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3548 | ຄວາມນິຍົມ: ![]()
ວັນທີ 11 ກໍລະກົດ 2025, ກອງຮ້ອຍ 245 ກອງບັນຊາການທະຫານແຂວງເຊກອງ ໄດ້ເປີດບັ້ນອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ວຽກງານວິຊາສະເພາະສື່ສານ ຊຸດທີ XIV ປະຈຳປິ 2025, ໂດຍການເປັນ
ປະທານຂອງ ສະຫາຍ ພັນໂທ ຄຳກ້ອນ ດອນອິນດີ້ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ ພະ ແນກການ, ກອງຮ້ອຍ 245, ແຂກທີ່ຖືກເຊີນ, ພະນັກງານຄູ-ອາຈານຕະຫຼອດ ຮອດ ພະນັກງານເຫຼົ່າຮົບວິຊາສະເພາະ ເຂົ້າຮ່ວມ.
ສະຫາຍ ພັນຕີ ວັດທະນາ ກັນທະວົງ ຫົວໜ້າພະເເນກສື່ ສານ ກອງບັນຊາການທະຫານແຂວງເຊກອງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງເຊກອງ ວ່າດ້ວຍການເປີດບັ້ນອົບຮົມ-ຫັດແອບວິຊາສະ ເພາະສື່ສານ ປະຈຳປີ 2025; ເພື່ອແນໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄຸນນະພາບ, ຍົກສູງຄວາມຮູ້ຄວາມສາມາດຂອງນາຍ ແລະ ພົນ
ທະຫານໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານການ ເມືອງ-ການທະຫານ ແລະ ວຽກງານວິຊາສະເພາະຢ່າງເຂັ້ມງວດ, ເພື່ອປັບປຸງທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນຂັ້ນກົມກອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນກວ່າເກົ່າ, ອີກຢ່າງກໍເປັນການທວນຄືນບົດຮຽນຈາກອັນເກົ່າໄປສູ່ບົດຮຽນໃໝ່ໃຫ້ເປັນເອກະພາບ ແລະ ມີຄວາມຊຳນິຊຳນານໃນການນຳໃຊ້ອຸປະ ກອນເຕັກນິກລະບົບສື່ສານໃຫ້ມີພິກໄຫວ ຄ່ອງແຄ້ວ ແລະ ວ່ອງ
ໄວທັນກັບສະພາບການໃນໄລຍະໃໝ່, ແນໃສ່ປັບປຸງລະບຽບແບບແຜນ, ເຝິກຝົນຫຼໍ່ຫຼອມພະນັກ ງານ-ນັກຮົບວິຊາສະເພາະສື່ສານໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານການເມືອງ-ການທະ ຫານ ແລະ ດ້ານວຽກງານວິຊາສະເພາະໃຫ້ສູງຂຶ້ນ ເພື່ອເປັນບ່ອນອີງ ໃນການ ນຳພາ-ຊີ້ນຳ, ກວດກາຕີລະຄາປະເມີນຜົນທາງດ້ານຄຸນນະພາບ, ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງພັກ-ລັດ ແລະ ຂອງກອງທັບວາງອອກໃຫ້ປະກົດຜົນເປັນຈິງ; ແຜນການຈັດຕັ້ງອົບຮົມ-ຫັດແອບໃນຄັ້ງນີ້ ປະກອບມີ 3 ພາກຄື: ພາກການເມືອງ, ພາກການທະຫານ ແລະ ພາກວິຊາສະເພາະ. ໃນນັ້ນ, ພາກການເມືອງ 2 ວັນ, ພາກການທະຫານ 4 ວັນ, ພາກວິຊາສະເພາະ 14 ວັນ.
ສະຫາຍ ພັນໂທ ກ້ອນຄຳ ດອນອິນດີ້ ໄດ້ຮຽກຮ້ອງໃຫ້ ຄະນະຊີ້ນຳ ຕະຫຼອດຮອດ ພະນັກງານ-ຄູອາຈານ ແລະ ນັກສຳມະນາກອນແຕ່ລະສະຫາຍ ຈົ່ງພ້ອມກັນຍົກສູງສິດ ແລະ ໜ້າທີ່ຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ເຂົ້າໃນການຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ມີຄວາມຖືກຕ້ອງຕາມທິດສະດີຫຼັກການ ແລະ ຈຸດປະສົງເປົ້າໝາຍທີ່ຂັ້ນເທິງວາງອອກໃຫ້ຖືກຕ້ອງ ເຂັ້ມງວດ, ແນໃສ່ຮັບປະກັນໃນການສົ່ງຄວາມຮູ້ໃຫ້ນັກສຳມະນາກອນໃຫ້ໄດ້ຮັບທັງດ້ານປະລິມານ ແລະ ຄຸນນະພາບສູງ.
ໂດຍ: ຄອນລະສິດ ວໍລະຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















