ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ກອງພັນ​ໃຫຍ່ 702 ປ່ອຍ​ປາ ວັນ​ອະນຸລັກ​ສັດ​ນ້ຳ-ສັດປ່າ ແຫ່ງ​ຊາດ
ເວລາອອກຂ່າວ: 2025-07-18 08:48:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2734 | ຄວາມນິຍົມ:



ໃນ​ວັນ​ທີ 14 ກໍລະກົດ 2025, ກອງພັນ​ໃຫຍ່ 702 ໄດ້​ຈັດ​ກິດຈະກຳ​ປ່ອຍ​ປາ ເນື່ອງ​ໃນ​ໂອກາດ​ວັນ​ອະນຸລັກ​ສັດ​ນ້ຳ-ສັດປ່າ​ແຫ່ງ​ຊາດ ຄົບຮອບ 28 ປີ (13 ກໍລະກົດ 1997-13 ກໍລະກົດ 2025), ໂດຍ​ມີ ສະຫາຍ ພັນ​ໂທ ສີ​ແພງ ດວງ​ທິ​ໄຊ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 702, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 702 ຕະຫຼອດ​ຮອດ ພາກສ່ວນ​ທີ່​ກ່ຽວ ຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບົວ​ສີ ວົງ​ວິໄລ​ທອງ ຫົວໜ້າ​ຂະແໜງ​ຜະລິດ ກອງພັນ​ໃຫຍ່ 702 ໄດ້​ໃຫ້​ຮູ້​ວ່າ: ການ​ປ່ອຍ​ປາ​ໃນ​ຄັ້ງ​ນີ້ຍ້ອນ​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ອະນຸລັກ​ສັດ​ນ້ຳ-ສັດປ່າ ເພື່ອ​ຄືນ​ຄວາມ​ອຸດົມ ສົມບູນ​ສູ່​ທຳ​ມະ​ຊາດ ແລະ ສັດ​ນ້ຳ ໂດຍ​ພາຍ​ໃຕ້​ຄຳ​ຂັວນ ທີ່​ວ່າ “ ຊົມເຊີຍ​ວັນ​ປ່ອຍ​ປາ ແລະ ສັດ​ນ້ຳ ແຫ່ງ​ຊາດ ວັນ​ທີ 13 ກໍລະກົດ, ຈົ່ງ​ພ້ອມ​ກັນ​ປ່ອຍ​ປາ ແລະ ສັດ​ນ້ຳ ຄືນ​ສູ່​ທຳ​ມະ​ຊາດ ໃຫ້​ມີ​ຄວາມ​ອຸດົມສົມບູນ​ຕະຫຼອດ​ໄປ, ການ​ປົກ​ປັກ​ຮັກສາ​ປາ ແລະ ສັດ​ນ້ຳ ແມ່ນ​ພັນທະ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ”; ໂດຍ​ປາ​ທີ່​ນຳ​ມາ​ປ່ອຍ​ໃນ​ຄັ້ງ​ນີ້​ມີ ປາປາກ 1.200 ໂຕ, ປາ​ໃນ 700 ໂຕ, ປາ​ຕາແດງ 1.100 ໂຕ, ປາ​ກິນ​ຫຍ້າ 1.100 ໂຕ ແລະ ປາ​ແກັດ​ແລບ ຈຳນວນ 600 ໂຕ; ລວມ​ເປັນ​ມູນ​ຄ່າ​ທັງ​ໜົດ 5.770.000 ກີບ. ໂດຍ: ນາງ ດວງ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ