ຂະແໜງກວດກາພັກ-ລັດ ກອງພັນໃຫຍ່ 611 ຮັບສ່ອງແສງວຽກງານ ປະຈຳ 6 ເດຶອນຕົ້ນປີ 2025
ເວລາອອກຂ່າວ: 2025-07-18 08:50:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4607 | ຄວາມນິຍົມ: ![]()
ວັນທີ 10 ກໍລະກົດ 2025, ຂະແໜງກວດກາພັກ-ລັດ ພະ ແນກການເມືອງ ກອງພັນໃຫຍ່ 611 ໄດ້ຮັບສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາພັກ-ລັດ ປະຈຳ 6 ເດຶອນຕົ້ນປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນເລີດ ສຸດຕະກອນ ຫົວໜ້າພະ ແນກການເມືອງກອງພັນໃຫຍ່611 ພ້ອມດ້ວຍໜ່ວຍງານກວດກາອົງການ, ກົມກອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ນົງສິນ ສິມອຸໄລ ຫົວໜ້າຂະແໜງກວດກາພັກ-ລັດ ພະແນກການເມືອງ ກອງພັນໃຫຍ່ 611 ໄດ້ກ່າວຈຸດປະສົງໃນການເປີດກອງປະຊຸມເຄື່ອນໄຫວຮັບສ່ອງແສງໂດຍອີງຕາມທິດຊີ້ນຳຂອງປະທານກວດກາພັກ-ລັດຂອງກອງພັນໃຫຍ່ 611 ໃນການຕິດຕາມ, ກວດກາການ ເຄື່ອນໄຫວເຮັດໜ້າທີ່ຂອງບັນດາ ອົງ ການ, ກົມກອງ, ພະນັກງານສະມາຊິກພັກ, ນັກຮົບໃນທົ່ວກອງ ພັນໃຫຍ່ 611 ໃນໄລຍະ 6 ເດືອນຕົ້ນປີ 2025 ເພື່ອກວດກາຄືນວຽກງານທີ່ໄດ້ຈັດຕັ້ງປະຕິບັດຢູ່ແຕ່ລະກົມກອງ; ຈາກນັ້ນ, ບັນດາໜ່ວຍງານ ທີ່ເຮັດວຽກງານກວດ ກາພັກ-ລັດ ຂອງອົງການ, ກົມກອງ ກໍໄດ້ຜັດປ່ຽນກັນລາຍງານ
ກ່ຽວກັບວຽກງານກວດກາພັກ-ລັດ; ໂດຍຖືເອົາວຽກງານການເມືອງ-ແນວຄິດເປັນກົກ ມາສຶກສາອົບຮົມພະນັກງານ-ນັກຮົບ ໄດ້ເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ; ຈັດຕັ້ງພະ ນັກງານ-ນັກຮົບລົງກໍ່ສ້າງຮາກຖານການເມືອງແບບທາງກວ້າງຕາມຂອບເຂດກົມກອງຕັ້ງທັບ ສົບທົບກັບ ອຳນາດການປົກຄອງທ້ອງຖິ່ນ ເພື່ອຕິດຕາມສະພາບຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ, ຈັດຕັ້ງປະຈຳການ 3 ຂັ້ນ, ດຳເນີນຊີວິດການເມືອງພາຍໃນເປັນປົກກະຕິ, ຊີ້ນຳອົງການຈັດຕັ້ງມະຫາຊົນສຸ່ມໃສ່ຂະບວນການລວມຂອງກົມກອງ ຕິດພັນກັບວຽກງານວິຊາສະເພາະ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ; ສຸມໃສ່ວຽກງານ 4 ປູກ 4 ລ້ຽງ, ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມທ່າແຮງບົ່ມຊ້ອນຂອງກົມກອງ ເຮັດໃຫ້ຊິວີດການເປັນຢູ່ນັບມື້ດີຂຶ້ນ.
ສະຫາຍ ພັນໂທ ບຸນເລີດ ສຸດຕະກອນ ໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ຈົ່ງພ້ອມກັນຍົກສູງຄຸນທາດການເມືອງໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມເປັນເອກະພາບໃນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດ ຊອບຢ່າງຄັກແນ່, ຈັດຕັ້ງລະບົບປະຈຳການ 3 ຂັ້ນໃຫ້ເຂັ້ມງວດ, ສືບຕໍ່ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນໃຫ້ແໜ້ນແຟ້ນ ເພື່ອຕິດຕາມສະພາບການ ເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ມີແບບແຜນວິທີເຮັດວຽກຢ່າງຖືກຕ້ອງ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສຸມໃສ່ວຽກງານຂະບວນການດ້ານຕ່າງໆ ຂອງກົມກອງ ເພື່ອສ້າງກົມກອງກາຍເປັນກົມກອງ 3 ປອດ, ກົມກອງວັດ ທະນະທຳ ແລະ ໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ.
ໂດຍ: ພູວາ ເພີຍຄຳໂງ່ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















