ສະຫະພັນແມ່ຍິງ ກົມໃຫຍ່ເສນາທິການກອງທັບ ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-07-18 08:52:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3386 | ຄວາມນິຍົມ: ![]()
ວັນທີ 17 ກໍລະກົດ 2025 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ພາຍໃຕ້ຄຳ
ຂວັນ: “ພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາ ປະເທດຊາດ”. ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ບົວຄຳ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງ
ທັບ, ມີ ຄະນະກົມ, ຫ້ອງການ, ພະແນກ ຂອງ ຫ້ອງການເມືອງ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ, ມີຄອບຄົວການນຳ, ພະນັກງານປະຕິວັດອາວຸໂສບຳນານ ເພດຍິງ, ຄະນະນຳ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ທົ່ວອົງການກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ບົວຄຳ ສາມາວົງ ໄດ້ຫວນຄືນມູນເຊື້ອປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດ 70 ປີ ທີ່ຜ່ານມາ, ເຊິ່ງ
ແມ່ຍິງລາວບັນດາເຜົ່າໃນເມື່ອກ່ອນໄດ້ປະກອບສ່ວນອຸທິດຕົນອຸທິດເຫື່ອແຮງ, ສະຕິປັນຍາເພື່ອພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາປະເທດຊາດ, ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ, ໃນເບື້ອງຕົ້ນໄດ້ຈັດຕັ້ງໜ່ວຍຍຸວັນນະລີຂຶ້ນ, ຕໍ່ມາກໍມີໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວເມືອງ ໄດ້ເຄື່ອນໄຫວນັບມື້ກວ້າງຂວາງ, ຈົນຮອດວັນທີ 20 ກໍລະກົດ 1955 ພັກປະຊາຊົນປະຕິວັດລາວໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງ
ຂຶ້ນ ເພື່ອນຳພາແມ່ຍິງໃນຂອບເຂດທົ່ວປະເທດປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ແມ່ຍິງລາວຈຳນວນບໍ່ໜ້ອຍຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ, ແຕ່ແມ່ຍິງລາວ ເດັດຂາດບໍ່ຍອມຈຳນົນ, ບໍ່ຍອມໄຂຄວາມລັບ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ, ອັນໄດ້ເຮັດໃຫ້ແມ່ຍິງລາວ ໄດ້ຮັບ
ການຍ້ອງຍໍສັນລະເສີນໃນຫຼາຍລະດັບ ນອກນັ້ນ, ຍັງມີແມ່ຍິງຈຳນວນຫຼາຍໄດ້ ຮັບຄັດເລືອກໃຫ້ເປັນແບບຢ່າງທີ່ດີເດັ່ນ ປະກອບສ່ວນເຂົ້າໃນຂົງເຂດວຽກງານຕ່າງໆ ໃນອົງການຈັດຕັ້ງພັກ-ລັດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ແມ່ຍິງລາວໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະກອບ
ສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ ມາ.
ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ເພື່ອເປັນການທົບທວນຫວນຄືນເສັ້ນທາງການຕໍ່ສູ້ອັນລະອິດລະອ້ຽວ ແລະ ມີໄຊສະຫງ່າ ຂອງພັກ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ພ້ອມທັງລະນຶກເຖິງມູນເຊື້ອ, ຄຸນງາມຄວາມດີ, ຜົນງານອັນໃຫຍ່ຫຼວງຂອງພະນັກງານປະຕິວັດອາວຸດໂສ, ສະມາຊິກສະຫະພັນແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸ
ທິດຕົນເຂົ້າໃນທຸກຂະບວນການປະຕິວັດຂອງພັກ, ຂອງຊາດ ໃນແຕ່ລະໄລຍະ, ເປັນການປູກຈິດສຳນຶກ ໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















