ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ມອບ-ຮັບ ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ ທີ່​ເສຍ​ຊີວິດ​ແຕ່​ປາງ​ສົງຄາມ ຢູ່​ ແຂວງ​ສາລະ​ວັນ
ເວລາອອກຂ່າວ: 2025-07-18 08:56:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2366 | ຄວາມນິຍົມ:



ເມື່ອ​ບໍ່​ດົນ​ຜ່ານ​ມາ, ຄະນະ​ຊີ້​ນຳ 515 ນະຄອນ​ເຫວ້ ພ້ອມ ​ດ້ວຍ​ຜູ້​ແທນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເທື່ອ​ທຽນ​ເຫວ້ ​ສສ ຫວຽດນາມ ເຊິ່ງ​ນຳ​ໂດຍ​ ສະຫາຍ ຫງຽນ ຈິ໋ ຕ໋າຍ ຄະນະ​ປະຈຳ​ພັກ​ນະຄອນ ຮອງ​ປະທານ​ປົກຄອງ​ແຂວງ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ເທື່ອ​ທຽນ​ເຫວ້, ສະຫາຍ ພັນ​ເອກ ຮວ່າງ ວັນ ເຍິນຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ເທື່ອ​ທຽນ​ເຫວ້, ໄດ້​ພົບ​ປະ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນຈາກສະຫາຍ ສີ​ເຮັງ ຫອມ​ສົມບັດ ຮອງ​ເລຂາ​ພັກ​ແຂວງ ປະທານ​ສະພາ​ປະຊາຊົນ​ແຂວງ ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ສາລະ​ວັນ, ມີ​ສະຫາຍ ພັນ​ເອກ ໂສພາ ໂພ​ໄຊ​ຍະ​ວົງ ເລຂາ​ຄະນະ​ພັກ ຮັກສາ​ການ​ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ສາລະ​ວັນ ພ້ອມ​ຄະນະ. ໂອກາດ​ນີ້, ສະຫາຍ ສີ​ເຮັງ ຫອມ​ສົມບັດ ໄດ້​ລາຍ​ງານ​ສະພາບ​ການ​ໂດຍ​ຫຍໍ້ ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ເຊິ່ງ​ໄດ້​ຍົກ​ໃຫ້ເຫັນ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງ ຍາກໃນ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ດັ່ງກ່າວ, ພາຍຫຼັງ​ທີ່​ທາງ​ຄະນະ​ປະຕິບັດ​ງານ​ພິເສດ​ກໍ່​ຄື​ໜ່ວຍ​ງານ 192 ໄດ້​ລົງ​ຂຸດ​ຄົ້ນ​ທົ່ວ​ແຂວງ​ສາລະ​ວັນ​ກໍ​ຄື 8 ຕົວ​ເມືອງ​ຂອງ​ແຂວງ ໂດຍ​ມີ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ສາລະ​ວັນ ລົງ​ຕິດຕາມ​ກວດກາ ພ້ອມ​ທັງ​ຊຸກຍູ້​ອຳນາດ​ການ​ປົກຄອງ, ພື້ນຖານ​ປະຊາຊົນ ແລະ ສະເໜີ​ ໃຫ້​ບັນດາ​ກອງ​ບັນຊາ​ການ​ທະຫານ​ເມືອງ​ແຕ່ງຕັ້ງ​ພະນັກງານ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ຕໍ່​ວຽກ​ງານ​ດັ່ງກ່າວ ແລະ ເຮັດ​ໃຫ້​ການເຄື່ອນໄຫວ​ຊອກ​ຄົ້ນ, ທ້ອນໂຮມ​ອັດຖິ ປະຈຳ​ລະດູແລ້ງ ສົກ​ປີ 2024-2025 ສາມາດ​ຂຸດ​ຄົ້ນ​ໄດ້​ທັງ​ໝົດ 4 ອັດຖິ. ສະຫາຍ ຫງຽນ ຈິ໋ ຕ໋າຍ ກ່າວ​ວ່າ: ຈະ​ສືບຕໍ່​ຮັກສາ​ມູນເຊື້ອ​ສາຍ​ພົວພັນ​ສາມັກຄີ​ແບບ​ພິເສດ​ລະຫວ່າງ​ສອງ​ຊາດ ຫວຽດນາມ-ລາວ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື​ສືບຕໍ່​ຮ່ວມ​ມື​ຮັດ​ແໜ້ນ​ສາຍສຳພັນ​ອັນ​ດີງາມ ແລະ ເສີມ​ຂະຫຍາຍ​ຄວາມ​ສາມັກຄີ, ມິດຕະພາບ ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເທື່ອ​ທຽນ​ເຫວ້ ກັບ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໃຫ້​ນັບ​ມື້​ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ຫຼັງ​ຈາກ​ນັ້ນ, ຜູ້​ແທນ​ທັງ​ສອງ​ຝ່າຍ​ຍັງ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ ແລະ ມອບ-ຮັບ ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະ ຫຼະ​ຊີວິດ​ຢູ່​ລາວ​ໃນ​ປາງ​ສົງຄາມ ໂດຍ​ຊ່ອງ​ໜ້າ​ຜູ້​ແທນ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ. ຂ່າວ: ນາງ ສຸ​ຂາວ​ພອນ ສອນ​ນາລີ ພາບ: ສະພາ​ປະຊາຊົນ​ແຂວງ​ສາລະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ