ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ມັງກອນ 2026

  

ວປກ ເຜີຍແຜ່ແຜນການ ແລະ ຂໍ້ຕົກລົງ ສອບເສັງຄູສອນດີ, ສອນເກັ່ງ ຂັ້ນ ວິທະຍາຄານ
ເວລາອອກຂ່າວ: 2025-07-18 16:34:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6794 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດກອງປະຊຸມເຜີຍແຜ່ແຜນການ ແລະ ຂໍ້ຕົກລົງ ວ່າດ້ວຍການສອບເສັງຄັດເລືອກຄູສອນດີ, ສອນເກັ່ງ ຂັ້ນ ວປກ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ສົງການ ບຸນຄຸນ ຫົວໜ້າການທະຫານ ວປກ, ມີສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ - ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄູອາຈານ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສະເຫຼີມ ທອງຄໍາມູນ ຮອງຫົວໜ້າກົມອົບຮົມ - ກໍ່ສ້າງ ວປກ ໄດ້ຂຶ້ນຜ່ານແຜນການ ແລະ ຂໍ້ຕົກລົງ ສອບເສັງຄູສອນດີ, ສອນເກັ່ງ ຂັ້ນ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຈໍາປີ 2025. ຈຸດປະສົງ ເພື່ອຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ສະບັບເລກທີ 2445/ວປກ, ນະຄອນຫລວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະກໍາມະການສອນເສັງ, ພາກສ່ວນຮັບໃຊ້ - ຮັບປະກັນ ແລະ ຄູອາຈານທີ່ຈະເຂົ້າສອບເສັງຄູສອນດີ, ສອນເກັ່ງ ຂັ້ນວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຈໍາປີ 2025. ໂອກາດນີ້, ສະຫາຍ ປະທານ ໄດ້ເນັ້ນໜັກໃຫ້ຄະນະຊີ້ນໍາລວມ, ຄະນະກໍາມາການສອບເສັງ, ພາກສ່ວນຮັບໃຊ້ - ຮັບປະກັນ ແລະ ຄູອາຈານທີ່ຈະເຂົ້າສອບເສັງ ຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນຕາມການມອບໝາຍຂອງຂັ້ນເທິງ, ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງເພື່ອຮັບປະກັນໃຫ້ແກ່ການກະກຽມໃນຄັ້ງນີ້ໃຫ້ຄົບຖ້ວນ ແລະ ທັນເວລາ ແລະ ຮັບປະກັນໃຫ້ແກ່ການຈັດຕັ້ງສອບເສັງຄູສອນດີ, ສອນເກັ່ງໃຫ້ສໍາເລັດຕາມການກໍານົດເວລາທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ໂດຍ: ເຂັງພອນ ແກ້ວຄໍາລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ