ປະກາດການແຕ່ງຕັ້ງຫົວໜ້າຫ້ອງພະລາທິການທະຫານແຂວງສາລະວັນ
ເວລາອອກຂ່າວ: 2025-07-18 16:41:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3988 | ຄວາມນິຍົມ: ![]()
ວັນທີ 18 ກໍລະກົດ 2025 ນີ້, ທີ່ສະໂມສອນກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງສາລະວັນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ຮັກສາການຫົວໜ້າການເມືອງກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ, ຄະນະບັນຊາກອງບັນຊາການ, ບັນດາແຂກຈາກກົມໃຫຍ່ພະລາ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ປອ ພູວຽງ ດາວັນນາສັກ ຫົວໜ້າກົມເສນາ-ພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກອງບັນຊາການທະຫານແຂວງ ຮັບຜິດຊອບວຽກງານພະລາທິການ ກອງບັນຊາການທະຫານແຂວງສາລະວັນ. ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ. ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ ວິໄລວົງ ສີຫາຈັກ ເປັນຮອງຫົວໜ້າກອງບັນຊາການທະຫານແຂວງ ຮັບຜິດຊອບວຽກງານພະລາທິການ, ທັງເປັນຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງສາລະວັນ. ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງ ໄດ້ເນັ້ນໜັກໃນຫຼາຍບັນຫາເປັນຕົ້ນ ໃຫ້ເພີ່ມທະວີສຶກສາຄົ້ນຄວ້າຫາຄວາມຮູ້ ວິໃສທັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ, ຍົກສູງຄວາມຮັບຜິດຊອບດ້ານສິດ-ໜ້າທີ່ ແລະ ສາມາດຮັບປະກັນໄດ້ດ້ານວຽກງານພະລາທິການ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງເປັນເຈົ້າການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນຮັບປະກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















