ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍບ້ານຢູ່ເມືອງວຽງໄຊ ໄດ້ຮັບຜົນກະທົບຈາກພາຍຸເຂດຮ້ອນວິພາ
ເວລາອອກຂ່າວ: 2019-08-06 08:22:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ຕາມການລາຍງານທາງໂທ ລະສັບຈາກ ທ່ານ ພອນສຸກ ອິນ ທະວົງ ເຈົ້າເມືອງໆວຽງໄຊ ໃນ ວັນທີ 5 ສິງຫາ ນີ້ວ່າ: ເວລາ 6 ໂມງເຊົ້າຂອງວັນທີ 3 ສິງຫາ 2019 ນີ້, ໄດ້ມີຝົນຕົກໜັກຫຼາຍ ຊົ່ວໂມງຕິດຕໍ່ກັນໄດ້ເກີດມີນໍ້າປ່າ ໄຫຼຊຸຢ່າງຮຸນແຮງເຂົ້າເຂດກຸ່ມ ບ້ານນໍ້າງາ ເມືອງວຽງໄຊ ແຂວງ ຫົວພັນ ໄດ້ເຮັດໃຫ້ຈຳນວນ 6 ບ້ານ ໄດ້ຮັບຜົນກະທົບມີເຮືອນ ຊານ, ໄຮ່ນາຮົ້ວສວນຂອງປະຊາ ຊົນໄດ້ຮັບຄວາມເສຍຫາຍເປັນບໍ ລິເວນກວ້າງໃນນີ້ມີ 2 ຫຼັງຄາ ເຮືອນຖືກນໍ້າຊຸຄືຄອບຄົວ ທ້າວ ເຍ່ຍຈິງທໍ່ ແລະ ຄອບຄົວ ທ້າວ ເວັງຊົ່ງ ມີຄົນສູນຫາຍຈຳນວນ 7 ຄົນ, ຍິງ 3 ຄົນ. ມາຮອດຕອນ ເຊົ້າມື້ນີ້ຍັງບໍ່ທັນສາມາດຄົ້ນພົບ ຜູ້ຫາຍສາບສູນ. ປັດຈຸບັນເຂດດັ່ງ ກ່າວໄດ້ບໍ່ມີໄຟຟ້າໃຊ້, ຂາດນໍ້າ ສະອາດ, ເຄື່ອງນຸ່ງຫົ່ມ, ສະບຽງ ອາຫານ ແລະ ສັນຍານໂທລະສັບ ຍ້ອນເສັ້ນທາງຄົມມະນາຄົມຖືກ ຕັດຂາດແຕ່ບ້ານພູນໃໝ່ຫາບ້ານ ຄໍານາງ ໄລຍະທາງຍາວ 30 ກວ່າ ກິໂລແມັດ, ຜູ້ເຂົ້າໄປຊ່ວຍເຫຼືອ ຕ້ອງໄດ້ຍ່າງດ້ວຍຕີນໃຊ້ເວລາ ຫຼາຍຊົ່ວໂມງຈຶ່ງເຂົ້າເຖິງເຮັດ ການຊ່ວຍເຫຼືອຫຼ້າຊ້າ ແລະ ມີ ຄວາມຫຍຸ້ງຍາກ. ປັດຈຸບັນອຳ ນາດການປົກຄອງ ແຂວງຫົວພັນ ໄດ້ສົມທົບກັບການນຳເມືອງວຽງ ໄຊ ແລະ ພາກສ່ວນກ່ຽວຂ້ອງ ຕ່າງໆໄດ້ນຳເອົາກຳລັງທະຫານ ຕຳຫຼວດ ແລະ ເຈົ້າໜ້າທີ່ທຸກພາກ ສ່ວນເຂົ້າໄປກອບກູ້ໄພພິບັດຄັ້ງ ນີ້ ພ້ອມເຄື່ອງຊ່ວຍເຫຼືອຈຳນວນ ໜຶ່ງລົງໃຫ້ການຊ່ວຍເຫຼືອປະຊາ ຊົນເບື້ອງຕົ້ນ. ຂ່າວແຈ້ງຕື່ມວ່າ: ອີງຕາມ ການລາຍງານຈາກພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງຊຽງຂວາງ ໃນ ນາມກອງເລຂາຄະນະກຳມະ ການປ້ອງກັນ ແລະ ຄວບຄຸມໄພ ພິບັດຂັ້ນແຂວງໃຫ້ຮູ້ວ່າ: ໃນລະ ຫວ່າງວັນທີ 3-4 ສິງຫາ 2019 ແຂວງຊຽງຂວາງໄດ້ຮັບຜົນກະ ທົບຈາກພາຍຸວິພາ ເກີດມີຝົນຕົກ ໜັກຕໍ່ເນື່ອງຈຶ່ງເຮັດໃຫ້ເກີດມີນຳ້ ໄຫຼສຸ ແລະ ນຳ້ຖ້ວມທົ່ງນາປະຊາ ຊົນຢູ່ບັນດາເມືອງເປັນວົງກວ້າງ ສົມຄວນ, ຕາມການລາຍງານໃນ ເບື້ອງຕົ້ນຂອງບັນດາເມືອງ ຮອດເວລາ 12 ໂມງ 00 ມື້ນີ້ (5/8/2019) ສາມາດສັງລວມ ຜົນກະທົບຢູ່ແຕ່ລະເມືອງດັ່ງນີ້: ເມືອງແປກ: ນຳ້ຖ້ວມເສັ້ນທາງ ເລກ 7 ເຂດບ້ານໜອງແດງ ປັດ ຈຸບັນນຳ້ໄດ້ຄ່ອຍຫຼຸດລົງ ແລະ ສາ ມາດສັນຈອນໄດ້ແລ້ວ, ເຂດບ້ານ ລາດບວກນຳ້ຖ້ວມນາປະຊາຊົນ ແລະ ຖ້ວມຂົວຍັງບໍ່ສາມາດສັນ ຈອນໄດ້, ກຸ່ມທົ່ງໄຫ ເຂດບ້ານ ນາຄູນ ນຳ້ຖ້ວມນາປະຊາຊົນ, ເມືອງຄຳ: ນຳ້ຖ້ວມນາປະຊາ ຊົນຢູ່ເຂດບ້ານນາປາ ແລະ ເຂດ ບ້ານແງ້ວ ເຮືອນປະຊາຊົນໄດ້ຮັບ ຜົນກະທົບ 2 ຫຼັງ ແລະ ເລົ້າເຂົ້າ ຈຳນວນໜຶ່ງ ຍັງບໍ່ສາມາດປະ ເມີນຄວາມເສຍຫາຍໄດ້ ປັດຈຸ ບັນເສັ້ນທາງເຂົ້າບ້ານຍັງບໍ່ສາ ມາດເຂົ້າເຖິງໄດ້ ແລະ ຂັ້ນເມືອງ ຍັງຕິດຕາມເຝົ້າລະວັງຢູ່, ເມືອງ ຄູນ: ນຳ້ຖ້ວມນາປະຊາຊົນຢູ່ເຂດ ລຽບນຳ້ງິ້ວ ປັດຈຸບັນນຳ້ຄ່ອຍໆ ຫຼຸດລົງແລ້ວ, ເມືອງພູກູດ: ນຳ້ ຖ້ວມນາປະຊາຊົນຢູ່ເຂດຍອດ ແພ, ເມືອງໜອງແຮດ: ເສັ້ນທາງ ລະຫວ່າງບ້ານກະບໍ້ ໄປຫາບ້ານ ຈ່າໝື່ນ ດິນເຈື່ອນຖົມເສັ້ນທາງ ລົດໃຫຍ່ບໍ່ສາມາດສັນຈອນໄດ້, ກຸ່ມບໍເຍຍ ແຕ່ບ້ານພຽງຮົ່ງຫາ ບ້ານແກ່ວເຈ້ຍດິນຖົມເສັ້ນທາງ 2 ຈຸດ ບໍ່ສາມາດສັນຈອນໄດ້, ສ່ວນເມືອງໝອກ ແລະ ເມືອງ ຜາໄຊ ແມ່ນບໍ່ໄດ້ຮັບຜົນກະທົບ ເຊິ່ງຂັ້ນເມືອງຍັງສືບຕໍ່ຕິດຕາມ ເຝົ້າລະວັງຢູ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ