ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງອຸດົມໄຊ ສະຫຼຸບຕີລາຄາປະຕິບັດວຽກງານ 3 ອົງການ
ເວລາອອກຂ່າວ: 2019-08-06 08:27:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ 3 ອົງການ (ກວດກາ, ປ້ອງກັນພາຍ ໃນ ແລະ ໄອຍະການ) ແຕ່ປີ 2015-2019 ແລະ ວາງທິດ ທາງແຜນການ 2019-2024 ທົ່ວກອງບັນຊາການທະຫານ ແຂວງອຸດົມໄຊໄດ້ໄຂຂຶ້ນໃນ ວັນທີ 31 ກໍລະກົດ 2019 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຈັນທະ ວອນ ໄຊຍະຜົງ ກຳມະການ ຄະ ນະປະຈຳພັກແຂວງ ເລຂາພັກຫົວໜ້າການທະຫານກອງບັນຊາ ການທະຫານແຂວງອຸດົມໄຊ, ມີ ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ກອງບັນຊາການທະຫານເມືອງ 7 ເມືອງ, ກອງພັນນ້ອຍ 414, ກອງຮ້ອຍເອກະລາດ ແລະ ພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນ ໂທ ຄຳປານ ອີນທຳມະລັດ ຄະ ນະພັກຮາກຖານ ຮອງຫົວໜ້າ ຫ້ອງການເມືອງກອງບັນຊາການ ທະຫານແຂວງ ໄດ້ຂຶ້ນຜ່ານບົດ ສະຫຼຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານ 3 ອົງການ ໃນໄລ ຍະ 5 ປີຜ່ານມາ ແລະ ວາງທິດ ທາງແຜນການ 5 ປີຕໍ່ໜ້າ, ເຊິ່ງ ບົດສະຫຼຸບໄດ້ຍົກໃຫ້ເຫັນຫຼາຍ ບັນຫາທີ່ພົ້ນເດັ່ນເປັນຕົ້ນແມ່ນ: ວຽກງານປ້ອງກັນພາຍໃນສາມາດກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີໄດ້ 29 ກົມ ກອງ, ແບ່ງປະເພດຄຸນນະພາບ ການເມືອງພາຍໃນປະເພດ I ດີ ເດັ່ນກ້າວໜ້າໄດ້ 7.629 ສະ ຫາຍກວມເອົາ 79,4%, ປະເພດ II ສັບສົນດ້ານໃດໜຶ່ງໄດ້ 867 ສະຫາຍກວມເອົາ 8,98%, ໄດ້ ມອບໝາຍແຕ່ງຕັ້ງຕຳແໜ່ງງານ ໃຫ້ພະນັກງານ 1.543 ສະຫາຍ, ຈັດຕັ້ງພະນັກງານຊ່ວຍວຽກ ງານປ້ອງກັນພາຍໃນຢູ່ບັນດາກົມ ກອງ 34 ສະຫາຍ, ແກ້ໄຂຄະດີ ໄດ້ 48 ເລື່ອງ, ກຳລັງດຳເນີນ 3 ເລື່ອງ, ສຳເລັດເປີດຊຸດອົບ ຮົມວຽກງານກວດກາ 1 ຄັ້ງ ມີ ຜູ້ເຂົ້າຮ່ວມ 72 ສະຫາຍ, ລົງກວດ ກາປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 78 ຄັ້ງ, ມີ 19 ໜ່ວຍພັກ, ສຳເລັດການ ເຜີຍແຜ່ກົດໝາຍ ແລະ ເອກະ ສານຕ່າງໆໄດ້ 125 ຄັ້ງມີ 25 ກົມກອງມີຜູ້ເຂົ້າຮ່ວມ 4.900 ສະຫາຍ, ລົງກວດກາໂຄງການ ກໍ່ສ້າງຂອງກອງບັນຊາການ ລວມ ທັງໝົດ 74 ໂຄງການ, ສຳເລັດ ການລົງກວດກາອາວຸດ-ກະສູນ ທົ່ວທະຫານແຂວງ 25 ກົມກອງ, ເກັບກູ້ຂອງກາງຕໍ່ບຸກຄົນແອບ ອ້າງເປັນນັກຮົບກອງພັນທີ 2 ຈຳ ນວນ 27 ສະຫາຍ, ອອກຄຳສັ່ງ ຕ່າງໆ 19 ສະບັບ. ໃນວາລະດຳ ເນີນກອງປະຊຸມໄດ້ຈັດຕັ້ງແບ່ງ ຈຸຄົ້ນຄວ້າເຊື່ອມຊຶມບັນດາສາ ເຫດທີ່ພາໃຫ້ເກີດມີປະກົດການ ຫຍໍ້ທໍ້ພ້ອມທັງຂຶ້ນປະກອບຄຳຄິດ ຄຳເຫັນໃສ່ບົດສະຫຼຸບ ແລະ ທິດ ທາງແຜນການ, ວິທີແກ້ໄຂໃນຕໍ່ ໜ້າໃນໂອກາດດຽວກັນນີ້ຍັງໄດ້ ມອບໃບຢັ້ງຢືນກົມກອງ 3 ປອດ ໃຫ້ບັນດາກົມກອງທີ່ບັນລຸຕາມ ເງື່ອນໄຂມາດຖານຈຳນວນ 9 ກົມກອງ. ໃນຕອນທ້າຍໄດ້ຮັບຟັງການ ໂອ້ລົມຂອງ ສະຫາຍ ພົນຈັດຕະ ວາ ຈັນທະວອນ ໄຊຍະຜົງ ກຳ ມະການປະຈຳພັກແຂວງ ເລຂາ ພັກ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງອຸດົມ ໄຊ ກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ 3 ອົງການຍາດມາໄດ້ ແລະ ຍົກໃຫ້ເຫັນສະພາບການ ຂອງໂລກ, ພາກພື້ນ ພ້ອມທັງເນັ້ນ ໜັກໃຫ້ເອົາໃຈໃສ່ຈັດຕັ້ງເຊື່ອມ ຊຶມສຶກສາອົບຮົມການເມືອງ- ນຳພາແນວຄິດໃຫ້ນາຍ ແລະ ພົນ ທະຫານກຳໄດ້ແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍ ຂອງລັດ, ປະສານສົມທົບກັບບັນ ດາອົງການຈັດຕັ້ງຕ່າງໆ ຈັດຕັ້ງ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ເຂັ້ມງວດ, ປັບປຸງ ແບບແຜນວິທີ່ເຮັດວຽກ, ສ້າງ ຄວາມສາມັກຄີເປັນເອກະພາບ ພາຍໃນ, ໃຊ້ມາດຕະການສະກັດ ກັ້ນ ແລະ ແກ້ໄຂຄະດີທີ່ເກີດຂຶ້ນ ໃຫ້ຖືກຕ້ອງສອດຄ່ອງກັບກົດ ໝາຍ, ພ້ອມກັນນຳເອົາເນື້ອໃນ ຈິດໃຈກອງປະຊຸມໃນຄັ້ງນີ້ໄປຈັດ ຕັ້ງຜັນຂະຫຍາຍຢູ່ກົມກອງຂອງ ຕົນໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ