ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າກົມແຜນການ-ການເງິນຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2019-08-06 08:32:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 2 ສິງຫາ 2019 ນີ້, ຢູ່ທີ່ກົມແຜນການ-ການເງິນກົມໃຫຍ່ພະລາທິການ ກອງທັບ ໄດ້ຈັດພິທີມອບ-ຮັບໜ້າ ທີ່ລະຫວ່າງຫົວໜ້າກົມແຜນການ ການເງິນກົມໃຫຍ່ພະລາທິການ ກອງທັບຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນຢູ່ທີ່ ກົມໃຫຍ່ພະລາທິການກອງທັບ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄຳ ແດງ ແພງວິໄລ ກຳມະການຄະ ນະປະຈຳພັກ ອົງການກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີຄະນະນຳກົມ, ຫ້ອງການ, ຄະນະພັກ-ຄະນະບັນ ຊາ, ກົມແຜນການ-ການເງິນ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ຄຳ ພັນ ຂຸນນາລາ ຫົວໜ້າກົມແຜນ ການ-ການເງິນກົມໃຫຍ່ພະລາທິ ການກອງທັບຜູ້ເກົ່າ ໄດ້ຂຶ້ນຜ່ານ ບົດສະຫຼຸບສັງລວມການຈັດຕັ້ງ ປະຕິບັດບັນດາວຽກງານຕົ້ນຕໍທີ່ ຮັບຜິດຊອບຊີ້ນຳບັນຊາກົມກອງ ຕະຫຼອດໄລຍະເປັນຫົວໜ້າກົມ ທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນ ງານອັນພົ້ນເດັ່ນຫຼາຍດ້ານໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຕາມການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ຢ່າງມີຜົນສຳເລັດ ແລະ ມອບໃຫ້ຜູ້ໃໝ່ສືບຕໍ່ໄປບັນ ດາໜ້າທີ່ວຽກງານໂດຍສະເພາະ ຫົວໜ້າກົມແຜນການ-ການເງິນ ກົມໃຫຍ່ພະລາທິການກອງທັບ ຜູ້ໃໝ່ ທີ່ໄດ້ຖືກຮັບການແຕ່ງຕັ້ງ ໃນຄັ້ງນີ້ຈົ່ງນຳໄປຈັດຕັ້ງປະຕິ ບັດໃຫ້ມີຜົນສຳເລັດຕາມການ ມອບໝາຍ, ຈາກນັ້ນ ສະຫາຍພົນ ຈັດຕະວາ ບຸນຊູ ດວງຄຳມີ ຫົວ ໜ້າກົມແຜນການ-ການເງິນກົມ ໃຫຍ່ພະລາທິການກອງທັບຜູ້ໃໝ່ ກໍໄດ້ຂຶ້ນກ່າວຮັບເອົາໜ້າທີ່ໃໝ່ ພ້ອມທັງກ່າວໃຫ້ຄຳໝັ້ນສັນ ຍາຕໍ່ການຈັດຕັ້ງຂັ້ນເທິງວ່າຈະ ພ້ອມກັນກັບໝູ່ຄະນະ ແລະ ພະ ນັກງານສະມາຊິກພັກ, ນັກຮົບ ພາຍໃນກົມກອງສືບຕໍ່ຊີ້ນຳ-ນຳ ພາຈັດຕັ້ງປະຕິບັດໜ້າທີ່ວຽກ ງານຕົ້ນຕໍບົນພື້ນຖານຄວາມ ຮັບຜິດຊອບດ້ານວຽກງານຂອງ ຕົນເອງຢ່າງຮອບດ້ານ ໂດຍກົງ ຕາມການຈັດຕັ້ງຂອງກົມກອງ ກໍຄືຂັ້ນເທິງ, ພັກ-ລັດ, ກອງ ທັບມອບໝາຍໃຫ້ເຮັດສຳເລັດ ຜົນຢ່າງຈົບງາມ. ໂອກາດນີ້, ສະຫາຍຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງ ສະຫາຍກ່າວວ່າ: ການປັບປຸງ ການຈັດຕັ້ງແມ່ນລະບຽບຫຼັກ ການ-ການນຳພາຂອງພັກ, ແມ່ນ ກົດເກນພາວະວິໄສແຫ່ງການຄົງ ຕົວ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບ, ທຸກໆການຈັດຕັ້ງ ກໍລ້ວນແຕ່ມີການປັບປຸງໄປຕາມ ຄວາມຮຽກຮ້ອງຕ້ອງການໜ້າ ທີ່ການເມືອງຂອງກອງທັບໃນແຕ່ ລະໄລຍະເພື່ອໃຫ້ແທດເໝາະກັບ ລະດັບຄວາມຮູ້-ຄວາມສາມາດ ແລະ ປະສົບການໂດຍສະເພາະຕໍ່ ຜູ້ທີ່ໄດ້ຮັບໜ້າທີ່ເປັນຫົວໜ້າກົມ ແຜນການ-ການເງິນຜູ້ໃໝ່ນີ້ ຕ້ອງ ມີວິໄສທັດກວ້າງໄກມີຈຸດຢືນ ເບິ່ງບັນຫາໃຫ້ຖືກຕ້ອງ, ເປັນ ຄັນທຸງເຕົ້າໂຮມຄວາມສາມັກຄີ ພາຍໃນໝູ່ຄະນະ, ເຄົາລົບ ແລະ ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ ນຳພາເປັນໝູ່ຄະ ນະ, ແບ່ງວຽກງານໃຫ້ບຸກຄົນ ຮັບຜິດຊອບລະອຽດຈະແຈ້ງ, ເຂັ້ມງວດຕໍ່ຕົນເອງ ແລະ ໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ,​ກ້າຄິດ-ກ້າເຮັດ, ກ້າຮັບຜິດຊອບ, ພະນັກງານການເງິນກອງທັບ ຍາມໃດກໍຕ້ອງກຳແໜ້ນ 4 ທັດ ສະນະຄື: ທັດສະນະອອກແຮງ ງານ, ທັດສະນະຮັບໃຊ້, ທັດສະ ນະຕົວຈິງ ແລະ ທັດສະນະປະຢັດ, ເຮັດວຽກຕ້ອງມີແຜນການ ແລະ ວິທະຍາສາດ, ກຳແໜ້ນສະພາບ ວຽກງານການເງິນຢູ່ບັນດາກົມ ກອງ, ເອົາໃຈໃສ່ຕັ້ງໜ້າເປັນເຈົ້າ ການໃນການເຝິກຝົນຫຼໍ່ຫຼອມ ທາດແທ້ຄຸນສົມບັດສິນທຳປະຕິ ວັດທັດສະນະຫຼັກໝັ້ນຂອງພະນັກ ງານການເງິນ, ຍົກສູງຄວາມຮູ້- ຄວາມສາມາດທາງດ້ານການ ນຳພາ-ບັນຊາ ແລະ ຄຸ້ມຄອງ ວຽກງານການເງິນ, ຍົກສູງລະ ດັບຄວາມຮູ້ທາງດ້ານວິຊາການ- ວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ ໄປໃຫ້ທຽບທັນກັບຂະແໜງວິຊາ ຊີບອື່ນໆໃນກອງທັບ ແລະ ເຮັດ ສຳເລັດໜ້າທີ່ວຽກງານຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໃນ ພິທີດັ່ງກ່າວ ສະຫາຍພັນໂທ ໄພ ວັນ ໄຊພູບານ ຮອງຫົວໜ້າຫ້ອງ ການເມືອງກົມໃຫຍ່ພະລາທິ ການກອງທັບ ໄດ້ຂຶ້ນຜ່ານມະຕິ ຕົກລົງຂອງຄະນະປະຈຳພັກອົງ ການກົມໃຫຍ່ພະລາທິການກອງ ທັບ ເລກທີ 067/ຄຈພລ, ລົງວັນ ທີ 12/7/2019 ວ່າດ້ວຍບົ່ງຕົວ ແຕ່ງຕັ້ງເລຂາໜ່ວຍພັກກົມແຜນ ການ-ການເງິນກົມໃຫຍ່ພະລາທິ ການກອງທັບ, ຄະນະປະຈຳພັກ ອົງການກົມໃຫຍ່ພະລາທິການ ກອງທັບຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ເປັນເລຂາໜ່ວຍພັກ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ