ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງຫົວໜ້າກົມ 213
ເວລາອອກຂ່າວ: 2019-08-06 08:37:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງຮອງ ຫົວໜ້າກົມ 213 ໄດ້ຈັດຂຶ້ນ ໃນ ວັນທີ 2 ສິງຫາ 2019 ນີ້, ໂດຍ ການເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີ ສະຫາຍ ພົນຕີ ສະ ຫວ່າງໄຊ ສິນນະວົງ ກຳມະ ການຄະນະພັກກະຊວງ ຫົວໜ້າ ຫ້ອງການຄະນະກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບສູນກາງ, ສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ເລຂາ ຄະນະພັກອົງການກົມ ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາ ອົງການກົມ, ກອງພັນ, ສູນ, ໂຮງ ຮຽນ ແລະ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບຸນປັນ ຂຸນ ພູມີ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດວ່າດ້ວຍການຍົກຍ້າຍ ສະຫາຍ ພັນເອກ ບົວວັນ ອາດ ຖະໜາໄຊ ຮອງຫົວໜ້າຫ້ອງ ການຄະນະກຳມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ສູນກາງໄປໃຫ້ກົມ 213 ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ບົວ ວັນ ອາດຖະໜາໄຊ ເປັນຮອງ ຫົວໜ້າກົມ 213. ການປະກາດ ແຕ່ງຕັ້ງໃນຄັ້ງນີ້ຖືເປັນການປະ ຕິບັດຕາມທິດທາງກ່ຽວກັບການ ປັບປຸງບູລະນະກົງຈັກການຈັດ ຕັ້ງນໍາພາ-ບັນຊາໃນກໍາລັງປະ ກອບອາວຸດໃຫ້ນັບມື້ເຂັ້ມແຂງ ສາມາດນຳພາກົມກອງເຮັດສໍາ ເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດໃນໄລຍະໃໝ່ກໍ ຄືໜ້າທີ່ການເມືອງຂອງກົມກອງ ທີ່ໄດ້ຮັບມອບໝາຍໃຫ້. ໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ໂອ້ ລົມຕໍ່ນາຍທະຫານທີ່ໄດ້ຮັບການ ແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນ ຄັ້ງນີ້ວ່າ: ນີ້ແມ່ນຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກ ງານໃນໄລຍະໃໝ່ ແລະ ເປັນ ການມອບໝາຍໜ້າທີ່ອັນສໍາຄັນ ຂອງຄະນະນໍາກະຊວງປ້ອງກັນ ປະເທດ ທີ່ໃຫ້ຄວາມໄວ້ເນື້ອເຊື່ອ ໝັ້ນໄວ້ວາງໃຈ ດັ່ງນັ້ນຈົ່ງຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍໃນການ ເປັນເສນາທິການທີ່ເຂັ້ມແຂງໃຫ້ ແກ່ພັກ-ລັດກໍຄືກະຊວງປ້ອງກັນ ປະເທດ, ສືບຕໍ່ຫັນກໍາລັງລົງກໍ່ ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານຕິດ ພັນກັບວຽກງານ 3 ສ້າງເພື່ອ ກໍາແໜ້ນສະພາບຮອບດ້ານຂອງ ຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນການ, ຕ້ອງເປັນແບບ ຢ່າງທີ່ດີໃນການເຄື່ອນໄຫວ ເຮັດໜ້າທີ່ວຽກງານ ແລະ ການ ດໍາລົງຊີວິດທີ່ປອດໃສຂາວສະ ອາດ, ພ້ອມກັນເສີມຂະຫຍາຍ ຄວາມສາມັກຄີພາຍໃນໝູ່ຄະນະ ໃຫ້ເລິກເຊິ່ງ, ມີແບບແຜນວິທີ ເຮັດວຽກນໍາພາໃຫ້ລະອຽດເປັນ ໝູ່ຄະນະ ແລະ ພ້ອມກັນສືບ ຕໍ່ນໍາພາກົມກອງເຮັດສໍາເລັດ ໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍ ໝາກຜົນອັນດີ ພ້ອມກັນນີ້ຈົ່ງສືບ ຕໍ່ຍູ້ແຮງຂະບວນການສ້າງຜົນ ງານຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ຂອງອົງຄະນະພັກກົມ 213 ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດ ຟົດຟື້ນ. ໂດຍ: ນາງ ຈ່ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ