ພະແນກເສນາທິການ ສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-08-01 09:04:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1050 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2025, ພະແນກເສນາທິການ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸທີ ສີສະອາດ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 202, ມີຂະແໜງການ, ໝວດທີ່ຂຶ້ນກັບ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ພົນ ສິດທິພອນ ຫົວໜ້າຂະແໜງບໍລິຫານ-ສັງລວມ ພະແນກເສນາທິການ ກອງພັນໃຫຍ່ 202 ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2025; ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເພື່ອປັບປຸງໃນຖັນແຖວພະນັກງານສະມາຊິກພັກ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີສະຕິຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດວາງອອກ, ເອົາໃຈ
ໃສ່ນຳພາ-ຊີ້ນຳກົມກອງ ເຮັດໜ້າທີ່ຫັນລົງກໍ່ສ້າງຮາກຖານການເມືອງ, ຊີ້ນຳປະສານສົມທົບແໜ້ນ ລົງໃກ້ຊິດຕິດແທດກັບບັນດາກົມກອງຢ່າງຕໍ່ເນື່ອງ, ເຮັດໃຫ້ສະພາບແນວຄິດຂອງພະນັກງານ-ນັກຮົບ ແລະ ປະຊາຊົນມີຄວາມສະຫງົບ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຕື່ນຕົວປະກອບສ່ວນເຮັດວຽກງານ ປກສ-ປກຊ ເຮັດໃຫ້ຂົງເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ເພີ່ມທະວີລະບອບປະຈຳການຢ່າງເຂັ້ມງວດ; ໂດຍຈັດຕັ້ງຄະນະປະຈຳການ, ສິດປະຈຳການ, ກຳລັງປະຈຳການ ແລະ ພາຫະນະປະຈຳການ ຕະຫຼອດ 24 ຊົ່ວໂມງ; ຈັດຕັ້ງກຳລັງສືບຂ່າວສົມທົບກັບກຳລັງທ້ອງຖິ່ນເຄື່ອນໄຫວຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ແກ້ໄຂບັນຫາປະກົດການຫຍໍ້
ທໍ້ ຂີ້ລັກງັດແງະ, ພົວພັນສິ່ງເສບຕິດ, ຈັດຕັ້ງກຳລັງປ້ອງກັນເວນຍາມວັນບຸນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ຮັບປະກັນໄດ້ຄວາມປອດໄພ 100%.
ສະຫາຍ ພັນໂທ ສຸທີ ສີສະອາດ ໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເປັນແບບຢ່າງນຳພາທາງດ້ານການເມືອງ-ແນວຄິດ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ຍົກສູງສະຕິລະວັງຕົວ, ເດັດດ່ຽວຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ, ສືບຕໍ່ສືກສາອົບຮົມການເມືອງ-ນຳພາແນວຄິດໃຫ້ ພະນັກງານ-ນັກຮົບ ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ທິດຊີ້ນຳ ແລະ ແຜນການຂອງຂັ້ນເທິງວາງອອກ.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















