ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ
ເວລາອອກຂ່າວ: 2025-08-01 14:51:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2261 | ຄວາມນິຍົມ:



ໃນວັນທີ 31 ກໍລະກົດ ຜ່ານມານີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທີ່ ນະຄອນຫຼວງ ມົດສະກູ ສ ຣັດເຊຍ. ໂອກາດດັ່ງກ່າວ, ສອງຝ່າຍ ໄດ້ທົບທວນຄືນເຖິງການຮ່ວມມືດ້ານການທະຫານ ແລະ ເຕັກນິກການທະຫານ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ລົງນາມແຜນຮ່ວມມືຍຸດທະສາດ ໄລຍະ 5 ປີ ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ຕື່ມອີກ. ການພົບປະດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ມີໄມຕີຈິດມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ, ສອງກອງທັບ ແລະ ປະຊາຊົນ ລາວ-ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ. ການພົບປະສອງຝ່າຍຄັ້ງນີ້ ມີຂຶ້ນໃນໄລຍະ ຂອງການ ຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາງ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃນລະຫວ່າງ ວັນທີ 30 ກໍລະກົດ-1 ສິງຫາ 2025.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ