ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກກົມກໍ່ສ້າງ - ຄຸ້ມຄອງຊັບສິນປະເມີນຜົນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2019-08-07 08:33:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 2 ສິງຫາ 2019 ນີ້, ໜ່ວຍພັກກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິ ການກອງທັບ ໄດ້ເປີດກອງປະຊຸມ ສະຫຼຸບຕີລາຄາປະເມີນຜົນການ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ແລະ ວາງທິດທາງແຜນການໃນປີ 2020 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳ ແດງ ແພງວິໄລ ກຳມະການຄະ ນະພັກອົງການກົມໃຫຍ່, ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ, ມີຄະນະກວດກາພັກກະ ຊວງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ. ສະຫາຍ ພັນເອກ ວົງສັກ ສີ ພັນດອນ ຮອງເລຂາໜ່ວຍພັກ, ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບ ສິນ ກົມໃຫຍ່ພະລາທິການກອງ ທັບ ໄດ້ຂຶ້ນຜ່ານບົດສະຫຼຸບລາຍ ງານຫຍໍ້ໃນການຈັດຕັ້ງປະຕິບັດ ເປີດບັ້ນດຳເນີນກອງປະຊຸມສະ ຫຼຸບຕີລາຄາແບ່ງປະເພດສະມາ ຊິກພັກ, ໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2019 ເຊິ່ງກອງປະຊຸມໄດ້ດຳເນີນມາ ເປັນເວລາ 2 ວັນເຕັມ ແລະ ໄດ້ ດຳເນີນຕາມລະບຽບຫຼັກການ ດ້ວຍຄວາມຮັບຜິດຊອບສູງຂອງ ສະມາຊິກພັກໃນການຈັດຕັ້ງປະຕິ ບັດເອົາໃຈໃສ່ຕໍ່ການຂຽນໃບສຳ ຫຼວດ ແລະ ຂຶ້ນຜ່ານໃບສຳຫຼວດ ຂອງຕົນເອງຕໍ່ໝູ່ຄະນະໄດ້ຮັບຟັງ ແລະ ການປະກອບຄຳຄິດຄຳ ເຫັນຂອງສະມາຊິກພັກ, ຄຳຕຳນິ ສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການຮັບເອົາຄຳຕຳນິ ສົ່ງຂ່າວໄປປັບປຸງແກ້ໄຂໃຫ້ແກ່ ຕົນເອງເພື່ອພ້ອມກັນກ້າວໜ້າ, ໜ່ວຍພັກກົມກໍ່ສ້າງຄຸ້ມຄອງຊັບ ສິນກອງທັບມີສະມາຊິກພັກທັງ ໝົດ 29 ສະຫາຍ, ບໍ່ໄດ້ແບ່ງປະ ເພດ 3 ສະຫາຍ ເພາະໄດ້ພັກຜ່ອນ ເຂົ້າຮັບເບ້ຍບຳນານ, ຍົກຍ້າຍມາ ໃໝ່ບໍ່ຮອດ 3 ເດືອນ ແລະ ໄປບຳ ລຸງເຝິກອົບຮົມຢູ່ຕ່າງປະເທດ, ໄດ້ ຈັດແບ່ງຕີລາຄາຄຸນນະພາບສະ ມາຊິກພັກຈຳນວນ 26 ສະຫາຍ, ພາຍໃນໜ່ວຍພັກ ເຊິ່ງໄດ້ຈັດເປັນ ປະເພດແຂງເທົ່າກັບ 100%, ສຳ ລັບໜ່ວຍພັກບັນລຸໄດ້ປະເພດແຂງ ແລະ ກອງປະຊຸມດັ່ງກ່າວໜ່ວຍ ພັກໄດ້ສະເໜີຂັ້ນເທິງເພື່ອຂໍອະນຸ ມັດຮັບຮອງໃຫ້ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສະ ໄໝທີ 10 ຕິດຕໍ່ກັນອີກດ້ວຍ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ຄຳແດງ ແພງວິໄລ ກຳມະ ການຄະນະພັກອົງການກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ ກໍໄດ້ມີຄຳເຫັນໂອ້ ລົມ ແລະ ຮຽກຮ້ອງມາຍັງຄະນະ ພັກ-ຄະນະບັນຊາ ແລະ ສະມາຊິກ ພັກທຸກສະຫາຍຈົ່ງພ້ອມກັນເອົາ ໃຈໃສ່ວຽກງານສຶກສາອົບຮົມ ການເມືອງ, ນຳພາແນວຄິດເປັນ ກົກ, ຄົ້ນຄວ້າເຊື່ອມຊຶມບັນດາມະ ຕິ, ຄຳສັ່ງ, ແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ ກຳນົດກົດລະບຽບຂອງກອງທັບ, ມີຄວາມເປັນເອກະພາບ, ຄວາມ ສາມັກຄີພາຍໃນ-ພາຍນອກ, ປະ ຕິບັດຕາມຫຼັກການລວມສູນປະ ຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດ ຊອບລະອຽດຈະແຈ້ງ, ຕ້ານໄດ້ ປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ພາຍໃນໜ່ວຍພັກ, ຮັກສາໄດ້ ຄວາມລັບ ແລະ ເສີມຂະຫຍາຍ ນໍ້າໃຈເປັນເຈົ້າຕົນເອງ, ເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ຮັກສາລະ ບອບດຳເນີນຊີວິດພັກ, ເສຍເງິນ ສະຕິພັກໃຫ້ເປັນປົກກະຕິ, ເອົາໃຈ ໃສ່ຕໍ່ໜ້າທີ່ວຽກງານວິຊາສະ ເພາະໃນການຊີ້ນຳ-ນຳພາການ ຈັດຕັ້ງປະຕິບັດວຽກງານ ເຊິ່ງ ແມ່ນໜ້າທີ່ການເມືອງຂອງກົມ ກອງ, ອີງໃສ່ພາລະບົດບາດສິດ ໜ້າທີ່ຂອງກົມກໍ່ສ້າງ-ຄຸ້ມຄອງ ຊັບສິນ ເຊິ່ງເປັນເສນາທິການໃຫ້ ແກ່ກົມໃຫຍ່ພະລາທິການ ແລະ ກະຊວງປ້ອງກັນປະເທດ, ນຳພາ ຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ບັນ ດາກົມກອງຈັດຕັ້ງບັນດາຂໍ້ກຳ ນົດຫັນເຂົ້າສູ່ລະບຽບແບບແຜນ ຢ່າງແທ້ຈິງ, ແກ້ໄຂບັນຫາທີ່ດິນ ທີ່ມີຂໍ້ຂັດແຍ່ງໃຫ້ມີຄວາມສະ ຫງົບໂດຍພື້ນຖານ, ຕິດຕາມກວດ ກາການນຳໃຊ້ໄຟຟ້າ, ນໍ້າປະປາ ຂອງບັນດາກົມກອງຢ່າງປະຢັດ, ເພີ່ມທະວີສືບຕໍ່ວຽກງານການສຶກ ສາອົບຮົມການເມືອງ, ນຳພາ ແນວຄິດໃຫ້ພະນັກງານ-ສະມາ ຊິກພັກ,​ ນັກຮົບພາຍໃນກົມກອງ, ເຊື່ອມຊຶມກຳແໜ້ນຈຸດປະສົງຄາດ ໝາຍ ແລະ ສຳເລັດໜ້າທີ່ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້ເກີດ ດອກອອກຜົນສູງຂຶ້ນເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ