ຫ້ອງພະລາທິການ ແລະ ຫ້ອງເຕັກນິກ ທະຫານແຂວງໄຊຍະບູລີ ຈັດຕັ້ງອອກແຮງງານລວມ
ເວລາອອກຂ່າວ: 2025-08-05 10:04:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 950 | ຄວາມນິຍົມ: ![]()
ວັນທີ 31 ກໍລະກົດ 2025, ຫ້ອງພະລາທິການ ແລະ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມ ນຳພາໂດຍ ສະຫາຍ ພັນໂທ ສີວອນ ສູລິຂັນ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງໄຊຍະບູລີ.
ການອອກແຮງງານລວມຄັ້ງນີ້, ໄດ້ອະນາໄມສະຖານທີ່ຄ້າຍຄູ, ເອົາຫີນຖົມທາງເຂົ້າຄ້າຍ ຄວາມຍາວປະມານ 300 ເມັດ ນຳໃຊ້ຫີນ ຈຳນວນ 4 ລົດ ມູນຄ່າ 4.000.000 ກວ່າກີບ; ໂດຍແມ່ນທຶນ ຂອງກອງບັນຊາການທະຫານແຂວງໄຊຍະບູລີ; ທັງນີ້, ເພື່ອເຮັດໃຫ້ຂອບເຂດກົມກອງຮັບຜິດຊອບ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະດວກສະບາຍໃນການສັນຈອນໄປມາຂອງ ພະນັກງານ-ນັກຮົບ ແລະ ມີຄວາມສະອາດຈົບງາມອີກດ້ວຍ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















