ເປີດຊຸດເຝິກອົບຮົມວຽກງານສື່ມວນຊົນ ໃຫ້ພະນັກງານໜັງສືພິມກອງທັບປະຊາຊົນລາວ
ເວລາອອກຂ່າວ: 2025-08-05 10:11:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1015 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2025 ນີ້, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ເປີດຊຸດເຝິກອົບຮົມວຽກງານສື່ມວນຊົນ ໃຫ້ພະນັກງານວິຊາສະເພາະກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ປະຈຳ 2025, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ຫງວຽນ ຮ່ວງ ຮ່າຍ ຮອງຫົວໜ້າບັນນາທິການໜັງ
ສືພິມກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນເອກ ວຽງໄຊ ສຸລິວົງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສສ ຫວຽດນາມ, ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າກອງບັນນາທິການໜັງ
ສືພິມກອງທັບປະຊາຊົນລາວ, ມີບັນດາສະຫາຍຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ກົມໃຫຍ່ການເມືອງກອງທັບ, ຄະນະກອງ 871 ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ອາໄພ ອະໄພຍະວົງ ໄດ້ມີຄຳເຫັນຕໍ່ພິທີວ່າ: ການເຝິກອົບຮົມໃນຄັ້ງນີ້, ເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ບົດຮຽນວິຊາສະເພາະຂ່າວສານ-ສື່ມວນຊົນ ເປັນຕົ້ນຈະ ໄດ້ຮັບການຍົກລະດັບວິຊາສະເພາະໃນການກວດແກ້, ຂຽນຂ່າວ, ບົດຄວາມ, ປັບແຕ່ງຮູບ ແລະ ຄຸ້ມຄອງເວັບໄຊ, ແລກປ່ຽນຂໍ້ມູນຂ່າວສານດ້ານວິຊາສະເພາະ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືແບບພິເສດ ລະຫວ່າງ ພັກ, ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ໃນໄລ
ຍະຜ່ານມາ ໜັງສືພິມກອງທັບປະຊາຊົນລາວ ແລະ ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ພ້ອມກັນເປັນເຈົ້າການໂຄສະນາມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ຫວຽດນາມ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຍ້ອງຍໍຊົມເຊີຍຈາກພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດ.
ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຍັງກ່າວຕື່ມອີກວ່າ: ການເປີດຊຸດອົບຮົມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ເພາະຈັດຂຶ້ນໃນໂອກາດກະກຽມໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ, ເຊິ່ງເປັນການເປີດໂອກາດ ໃຫ້ແກ່ພະນັກງານໜັງສືພິມກອງທັບປະຊາຊົນລາວ ໄດ້ຮັບຄວາມຮູ້ ແລະ ຮໍໍ່າຮຽນເອົາບົດຮຽນອັນໃໝ່ໆ ເພື່ອນຳໄປປະກອບສ່ວນເຂົ້າໃນການ ໂຄສະນາໃຫ້ແກ່ວັນສຳຄັນດັ່ງກ່າວ ໃຫ້ມີຜົນສຳເລັດ. ຊຸດເຝິກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປຮອດວັນທີ 20 ສິງຫາ ຈຶ່ງສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















