ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ທົ່ວ​ກອງທັບ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2025-08-05 10:15:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1183 | ຄວາມນິຍົມ:



ໃນ​ວັນ​ທີ 1 ສິງຫາ 2025 ນີ້, ຫ້ອງການ​ກົມ​ໃຫຍ່ການ ເມືອງ​ກອງທັບ ໄດ້ຈັດ​ຕັ້ງສ້າງ​ຂະ​ບວນ​ການອອກແຮງງານ ​ລວມ, ໂດຍ​ການນຳພາ​ ຂອງ​ສະຫາຍ ພັນ​ເອກ ເຂັມ​ພອນ ແກ້ວ​ວິ​ໄຊ ຮອງ​ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ສະຫາຍ ພັນ​ເອກ ເຂັມ​ພອນ ແກ້ວ​ວິ​ໄຊ ໄດ້​ກ່າວ​ວ່າ: ການ​ອອກແຮງ​ງານ​ລວມ​ໃນ​ຄັ້ງ​ນີ້, ແມ່ນ​ໄດ້​ພ້ອມ​ກັນ​ອະນາໄມ​ສະຖານທີ່​ສຳນັກງານ​ອົງການ, ຕັດ​ຫຍ້າ, ປັດກວາດ​ເສດ​ໃບໄມ້ ແລະ ຕັດ​ແຕ່ງ​ງ່າໄມ້ ເພື່ອ​ເຮັດ​ໃຫ້​ສະຖານທີ່​ສຳນັກງານອົງການ ມີ​ຄວາມ​ສະອາດ​ງາມ​ຕາ. ໂດຍ​ຈຸດປະສົງ ກໍ​ເພື່ອເປັນ​ ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ກອງທັບ ຄັ້ງ​ທີ VI ອົງ ຄະ​ນະ​ພັກ​ກະຊວງປ້ອງກັນປະເທດ ທີ່​ຈະ​ໄດ້​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ພ້ອມ​ທັງ, ເປັນ​ການ​ຮັດແໜ້ນ​ຄວາມ​ສາມັກຄີລະຫວ່າງ ຄະນະ ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ພາຍ​ໃນ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ ອີກ​ດ້ວຍ. ໃນ​​ຜ່່ານ​ມາຄະນະ​ພັກ-ຄະນະ​ບັນຊາ​ຫ້ອງການ​ກົມ​ໃຫຍ່​ການເມືອງ​ກອງທັບ ຍັງ​ໄດ້​ສຸມ​ໃສ່​ນຳພາ-ຊີ້​ນຳຈັດ​ຕັ້ງ​ຂະ​ບວນ​ການ​ດ້ານ​ຕ່າງໆ ຢ່າງ​ແຂງແຮງ ໃນ​ນີ້, ໄດ້​ຖື​ເອົາ​ວຽກ​ງານ​ການເມືອງ-ແນວຄິດ ​ເປັນ​ກົກ ສອດ​ຫ້ອຍ​ເຂົ້າ​ໃນທຸກ​ ຂົງເຂດ​ວຽກ​ງານຕິດ​ພັນກັບ ການຈັດຕັ້ງ​ຂະ​ບວນ​ການສ້າງ​ຜົນງານ ເພື່ອ​ຂ່ຳນັບ​ຮັບຕ້ອນ ແລະ ສະເຫຼີມສະຫຼອງ 3 ວັນ ​ປະຫວັດສາດ​ສຳຄັນຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ຍູ້​ແຮງ​ຂະບວນການ ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ ໄປ​ຄຽງ​ຄູ່ກັບ ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຂະ​ບວນ​ການ​ສ້າງ​ກົມ​ກອງ​ປອດ​ໃສ, ປອດ​ໄພ, ປອດ​ຄະດີ ແລະ ການ​ສ້າງ​ນັກຮົບ​ວັດທະນະທຳ ແລະ ກົມ​ກອງ​ວັດທະນະທຳ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ