ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງເຕັກນິກ ກົມ 213
ເວລາອອກຂ່າວ: 2025-08-05 14:27:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1885 | ຄວາມນິຍົມ:



ໃນວັນທີ 5 ສິງຫາ 2025 ນີ້, ຢູ່ກົມ 213 ໄດ້ຈັດຕັ້ງພິທີ ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງເຕັກນິກ ກົມ 213, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງເຕັກນິກ ກົມ 213 ໃນນັ້ນ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວິໄລພອນ ສີສົມສຸກ ເປັນຮອງຫົວໜ້າຫ້ອງເຕັກນິກ ກົມ 213. ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານ ຢູ່ກົມ 213 ພັກການຮັບບໍານານ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດ ໃຫ້ສະຫາຍ ພັນໂທ ສີສົມພອນ ສະຫວ່າງຈັກກະວານ ຮອງຫົວໜ້າຫ້ອງເຕັກນິກ ກົມ 213 ພັກການ ຮັບບໍານານ. ໂອກາດນີ້, ສະຫາຍ ຈັດຕະວາ ຄຳແປງ ບົວລະບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພະນັກງານ, ຍຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ກາເມືອງຂອງຕົນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ,ແບບແຜນວິທີນຳພາໃຫ້ໜັກແໜ້ນ ເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ກຳແໜ້ນ ແລະ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ນາງ ອາຄົມ ສີພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ