ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 07 ມິຖຸນາ 2026

  

ມອບ​ເຄື່ອງ​ຄອມ​ພິວ​ເຕີ ໃຫ້​ພະ​ແນກ​ອົບຮົມ ທະຫານ​ແຂວງ​ຜົ້ງ​ສາລີ
ເວລາອອກຂ່າວ: 2025-08-06 09:19:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1349 | ຄວາມນິຍົມ:



ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ລະຫວ່າງ ແລະ ພະ​ແນກ​ ອົບຮົມ​ທະຫານ​ແຂວງ​ຜົ້ງ​ສາລີ ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ​ຂຶ້ນ​ໄປ​ເລື້ອຍໆ, ໃນ​ວັນ​ທີ 31 ກໍລະກົດ 2025, ຢູ່​ທີ່​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ຄະນະ​ຊາວ​ໜຸ່ມ​ແຂວງ​ຜົ້ງ​ສາລີ ໄດ້​ນຳ​ເອົາ​ເຄື່ອງ​ຄອມ​ພິວ​ເຕີ ມາ​ມອບ​ໃຫ້​ພະ​ແນກ​ອົບ ຮົມ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ໂດຍ​ມີ ສະຫາຍ ພັນ​ໂທ ນຸດ ດວງ​ສີ​ວັນ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ສະຫາຍ ຫຸມພັນ ຈັນທະ​ລາ ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ​ຜົ້ງ​ສາລີ, ຄະນະ​ພະ​ແນກ​ອົບຮົມ ແລະ ຄະນະ​ທີມ​ງານ​ຊາວ​ໜຸ່ມ​ແຂວງ​ຜົ້ງ​ສາລີ ເຂົ້າ​ຮ່ວມ. ເຄື່ອງ​ຄອມ​ພິວ​ເຕີ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ຈຳນວນ 1 ຊຸດ ລວມ​ມູນ​ຄ່າ 5.000.000 ກີບ, ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ຫຸມພັນ ຈັນທະ​ລາ ແລະ ກ່າວ​ຮັບ​ຂອງ ສະຫາຍ ພັນ​ໂທ ນຸດ ດວງ​ສີ​ວັນ ພ້ອມ​ດ້ວຍ​ຄະນະ; ສະຫາຍ ພັນ​ໂທ ນຸດ ດວງ​ສີ​ວັນ ໄດ້​ຕ່າງ​ໜ້າ​ຄະນະ​ພະ​ແນກ​ອົບຮົມ, ພະນັກງານ-ນັກຮົບ ກ່າວ​ສະແດງ​ຄວາມ​ຮູ້​ບຸນຄຸນ ແລະ ຂອບໃຈ ມາ​ຍັງ​ຄະນະ​ຊາວ​ໜຸ່ມ​ແຂວງ​ຜົ້ງ​ສາລີ ທີ່​ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍ​ເຫຼື່ອ​ໃນ​ຄັ້ງ​ນີ້ ພ້ອມ​ທັງ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ນຳ​ໃຊ້​ເຄື່ອງ​ດັ່ງກ່າວ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ອົບຮົມ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ນາງ ສຸ​ນາລີ ອຸ່ນ​ວີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ