ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ມິຖຸນາ 2026

  

ຫົວໜ້າ​ກົມ​ອົບຮົມ ລົງ​ກວດກາ​ການ​ຫັດ​ແອບ​ສວນສະໜາມ ຢູ່​ກອງພັນ​ໃຫຍ່ 279
ເວລາອອກຂ່າວ: 2025-08-06 09:26:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1349 | ຄວາມນິຍົມ:



ວັນ​ທີ 5 ສິງຫາ 2025 ນີ້, ສະຫາຍ ພັນ​ເອກ ພູ​ເງິນ ພົມ​ເມືອງ ຫົວ ໜ້າ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ ການກອງທັບໄດ້ລົງກວດກາ​ ການຫັດ​ແອບ​ສວນສະໜາມ ຂອງ​ກ້ອນ​ກຳລັງ​ກອງທັບ ​ປະຊາຊົນ​ລາວ ຢູ່​ກອງພັນ​ໃຫຍ່ 279 ເພື່ອ​ ກະກຽມ​ເຂົ້າ​ຮ່ວມ​ພິທີ​ສວນສະໜາມ​ສະເຫຼີມສະຫຼອງ​ວັນຊາດ ​ສສ ຫວຽດນາມ ຄົບຮອບ 80 ປີ (2ກັນຍາ 1945-2 ກັນຍາ 2025), ໂດຍ​ມີ​ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ​ດີ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279, ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ພະແນກການ ແລະ ຄະນະ​ວິຊາ​ການ ເຂົ້າ​ຮ່ວມ. ການ​ລົງ​ຕິດຕາມ​ກວດກາ ການ​ຫັດ​ແອບ​ເຝິກຊ້ອມ​ສວນສະໜາມ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ກວດກາ​ຄວາມ​ພ້ອມ ຂອງ​ກ້ອນ​ກຳລັງ​ກອງທັບ​ປະຊາຊົນ​ລາວ, ກວດກາ​ຄວາມ​ເປັນ​ເອກະ​ພາບ, ຄວາມ​ເຂັ້ມແຂງ ແລະ ຄວາມ​ເປັນ​ລະບຽບ​ຈົບງາມ. ທັງ​ນີ້​ກໍ​ເພື່ອ​ກະກຽມ​ຄວາມ​ພ້ອມ​ຮອບດ້ານ ເພື່ອ​ເຂົ້າ​ຮ່ວມ​ສະແດງ​ໃນ​ງານ​ສະເຫຼີມສະຫຼອງ​ວັນຊາດ ​ສສ ຫວຽດນາມ ຄົບຮອບ 80 ປີ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ​ແຂງແຮງ. ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ກວດກາ​ການ​ຫັດ​ແອບ​ເຝິກ ຊ້ອມ ອັນ​ເຊີນ​ທຸງໄຊ ເຂົ້າ​ໃນ​ການ​ ສວນສະໜາມ​ວັນຊາດ ​ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ອີກ​ດ້ວຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ພູ​ເງິນ ພົມ​ເມືອງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຄະນະ​ພັກ-ຄະນະ​ບັນຊາ, ຄູ​ອາຈານ ແລະ ຜູ້​ເຂົ້າ​ຮ່ວມ​ສວນສະໜາມ​ແຕ່​ລະ​ສະຫາຍ ທີ່​ໄດ້​ເອົາໃຈໃສ່​ປະ ຕິບັດ​ໜ້າທີ່​ຢ່າງ​ຕັ້ງໜ້າ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ແຕ່​ລະ​ສະຫາຍ ຈົ່ງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ປະສານ​ສົມທົບ​ໃນ​ການ​ຫັດ​ແອບ​ສວນສະໜາມ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ, ເຂັ້ມແຂງ, ສວຍ​ງາມ ແລະ ໄດ້​ຮັບ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໂດຍ: ຈອນ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ