ຄະນະຜູ້ແທນກົມ ວສ-ປສ ການທະຫານກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມຖອດຖອນບົດຮຽນຢູ່ກອງບັນຊາການທະຫານແຂວງກວາງນິງ
ເວລາອອກຂ່າວ: 2025-08-06 09:28:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1455 | ຄວາມນິຍົມ: ![]()
ທ້າຍເດືອນກໍລະກົດທີ່ຜ່ານ ມານີ້, ຄະນະຜູ້ແທນກົມວິທະຍາ ສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໂດຍການນຳພາຂອງສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມ ວສ-ປສ ການທະຫານກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຢ້ຽມຢາມພົບປະແລກປ່ຽນຖອດຖອນບົດຮຽນຢູ່ກອງບັນຊາການທະຫານແຂວງກວາງນິງ
ສສ ຫວຽດນາມ, ໂດຍການຕ້ອນ ຮັບຂອງ ສະຫາຍ ພັນເອກ ບຸຍ ດຶກ ເລີມ ຮອງຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງກວາງນິງ ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ບຸຍ ດຶກ ເລີມ ຮອງຫົວໜ້າການທະຫານກອງບັນຊາການແຂວງກວາງນິງໄດ້ກ່າວຕ້ອນຮັບພ້ອມລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ເຊິ່ງຕິດພັນກັບວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃນພື້ນທີ່ແຂວງກວາງນິງຮັບຜິດຊອບໃນໄລຍະຜ່ານມາໄດ້ຍົກໃຫ້ເຫັນຜົນງານທີ່ກົມກອງຍາດມາໄດ້ພ້ອມກັນນັ້ນທັງສອງຝ່າຍກໍໄດ້ແລກປ່ຽນ ແລະ ອະທິບາຍຢ່າງຊັດເຈນເພີ່ມເຕີມກ່ຽວກັບປະສົບການໃນການເພີ່ມທະວີວຽກງານປ້ອງກັນຊາດ ໂດຍຕິດພັນກັບການ ພັດທະນາເສດຖະກິດ-ສັງຄົມ.
ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ, ໄດ້ສະແດງຄວາມຂອບໃຈມາຍັງສະຖາບັນຍຸດທະສາດ ແລະ ປະ ຫວັດສາດ ກະຊວງປ້ອງກັນປະ ເທດແຫ່ງ ສສ ຫວຽດນາມ, ກອງບັນຊາການທະຫານແຂວງກວາງນິງທີ່ຕ້ອນຮັບຄະນະຢ່າງອົບ ອຸ່ນ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະແມ່ນກົມ ວສ-ປສ ແລະ ກອງບັນຊາການທະຫານແຂວງກວາງນິງທີ່ໄດ້ຊ່ວຍເຫຼືອ ແລະ ຊຸກຍູ້ດ້ານອື່ນໆ ທີ່ເປັນພື້ນຖານໃຫ້ແກ່ຝ່າຍລາວໃນການນຳໄປຜັນຂະຫຍາຍພັດທະນາກົມກອງ.
ໂດຍ: ນາງ ພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















