ກົມໃຫຍ່ເສນາທິການກອງທັບ ເອົາໃຈໃສ່ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ
ເວລາອອກຂ່າວ: 2025-08-06 09:31:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1384 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ໂອພາດ ທໍາມະທອງ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ລາຍງານໃນໂອກາດກອງປະຊຸມ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2025 ຂອງກົມໃຫຍ່ ເສນາທິການກອງທັບ ໄດ້ໃຫ້ຮູ້ ວ່າ: ໜ້າທີ່ຮັບປະກັນເຮັດໃຫ້ສະ ພາບມີຄວາມສະຫງົບ ເປັນວຽກ ງານໜຶ່ງທີ່ມີຄວາມສໍາຄັນ ເຊິ່ງ ຄະນະນໍາກົມໃຫຍ່ເສນາທິການ ກອງທັບ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາ ພາຈັດຕັ້ງກຳລັງລົງກໍ່ສ້າງຮາກ ຖານການເມືອງ ພັດທະນາຊົນ ນະບົດຮອບດ້ານ ຢູ່ບັນດາແຂວງ, ຈຸດຫຼໍ່ແຫຼມຕ່າງໆ ຕາມ 4 ເນື້ອ ໃນ 4 ຄາດໝາຍ ຕິດພັນກັບ ວຽກ ງານ 3 ສ້າງ ແລະ ນໍາເອົາແນວ ທາງນະໂຍບາຍ ຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ລົງ ໂຄສະນາເຜີຍແຜ່ໃຫ້ອົງການປົກ ຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນ ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ໂດຍສະເພາະ ແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ພໍ່ແມ່ປະຊາຊົນໄດ້ທຳມາ ຫາ ກິນ ເພື່ອເຮັດໃຫ້ຊີວິດການເປັນ ຢູ່ດີຂຶ້ນເທື່ອລະກ້າວ, ໄດ້ສຸມໃສ່ ການສ້າງທ່າສະໜາມສົງຄາມ ປະຊາຊົນ 3 ຂັ້ນ ຢູ່ບັນດາຈຸດທີ່ ຫຼໍ່ແຫຼມໃນຂອບເຂດທົ່ວປະເທດ, ຈຸດສຸມຂອງລັດຖະບານ ແລະ ຂອງກະຊວງ ເປັນຕົ້ນແມ່ນໂຄງ ການກໍ່ສ້າງພື້ນຖານໂຄງລ່າງຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ, 3 ກຸ່ມບ້ານ ຂອງແຂວງໄຊສົມບູນ ຕາມ ຍຸດທະສາດຂອງກະຊວງປ້ອງ ກັນປະເ ທດວາງອອກ ພ້ອມນັ້ນ, ຍັງໄດ້ຊີ້ນໍາກໍາລັງຫຼວງ-ກໍາລັງ ທ້ອງຖິ່ນ ຕິດຕາມກຳແໜ້ນການ ເຄື່ອນໄຫວຂອງຄົນບໍ່ຫວັງດີ, ຕິດຕາມແກ້ໄຂສະພາບຄວາມບໍ່ ສະຫງົບຢູ່ທິດເມືອງຄອບ ແຂວງ ໄຊຍະບູລີ ແລະ ເມືອງປາກທາ ແຂວງບໍ່ແກ້ວ, ໄດ້ຈັດຕັ້ງກອງປະ ຊຸມສະຫຼຸບຖອດຖອນບົດຮຽນ ວຽກງານແກ້ໄຂສະພາບຢູ່ເມືອງ ປາກທາ ແຂວງບໍ່ແກ້ວ, ພ້ອມທັງ ຊີ້ນໍາວຽກງານການເຄື່ອນໄຫວ ເຮັດໃຫ້ສະພາບມີຄວາມສະຫງົບ 5 ແຂວງ ເຂດໃຈກາງ ແລະ 4 ແຂວງພາກໃຕ້, ຊີ້ນຳກຳລັງທະ ຫານຊາຍແດນໃນທົ່ວປະເທດ ຕິດຕາມກຳແໜ້ນ ສະພາບການ ການເຄື່ອນໄຫວຂອງສັດຕູ ແລະ ຄົນບໍ່ຫວັງດີຢູ່ຕາມບໍລິເວນຊາຍ ແດນແຫ່ງຊາດ ໂດຍສະເພາະ ທິດສາມຫຼ່ຽມມໍລະກົດ (ຊາຍ ແດນໄທ-ກຳປູເຈຍ), ຊີ້ນໍາຕິດ ຕາມ, ກວດກາບັນດາເຂດຍຸດ ທະສາດ ທີ່ເປັນຈຸດສຸມຂອງລັດ ຖະບານ, ຂອງກະຊວງ ປ້ອງກັນ ປະເທດ ໃນການພັດທະນາພື້ນ ຖານໂຄງລ່າງເສດຖະກິດ ຕິດ ພັນກັບວຽກງານກັນຊາດ-ປ້ອງ ກັນຄວາມສະຫງົບ, ບັນດາໂຄງ ການກໍ່ສ້າງເຂດແນວຫຼັງຍຸດທະ ສາດ ແລະ ຕິດຕາມເຂດຈຸດສຸມ ຕ່າງໆ ຢ່າງຕໍ່ເນື່ອງ, ໄດ້ສໍາເລັດ ການອົບຮົມວຽກງານປ້ອງກັນ ຊາດ ໃຫ້ເປົ້າໝາຍ 3 ໄດ້ 2 ຊຸດ (ແຂວງສະຫວັນນະເຂດ ແລະ ແຂວງໄຊສົມບູນ) ມີຈໍານວນພົນ ເຂົ້າຮ່ວມ 62 ສະຫາຍ, ເປົ້າໝາຍ 4 ໄດ້ 2 ຊຸດ, ຈໍານວນພົນເຂົ້າຮ່ວມ 103 ສະຫາຍ ພ້ອມນັ້ນ, ຍັງໄດ້ ເອົາໃຈໃສ່ປັບປຸງກໍາລັງກອງ ຫຼອນ-ກອງປ້ອງກັນຕົວໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງ, ປັດຈຸບັນ ກໍາລັງກອງຫຼອນມີທັງ ໝົດ 115.605 ຄົນ, ກໍາລັງ ປ້ອງກັນຕົວມີ 3.170 ຄົນ, ຈັດ ຕັ້ງເປັນ 19 ກອງຮ້ອຍ, ໄດ້ຈັດ ຕັ້ງເຝິກອົບຮົມການເມືອງ-ການ ທະຫານ 50 ກອງຮ້ອຍ, 1 ໝວດ ເອກະລາດ, ຈໍານວນພົນເຂົ້າ ຮ່ວມ 4.067 ຄົນ, ອົບຮົມບ້ານ ປ້ອມໝັ້ນໄດ້ 10 ບ້ານ, ສໍາເລັດ ການອົບຮົມສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ໄດ້ 5 ກຸ່ມບ້ານ ຂອງແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງໄຊສົມ ບູນ, ແຂວງເຊກອງ ແລະ ແຂວງ ຫົວພັນ, ປັດຈຸບັນ ກຸ່ມບ້ານສູ້ຮົບ ຕິດລຽນມີ 239 ກຸ່ມບ້ານ, ທຽບ ໃສ່ ປີ 2024 ເພີ່ມຂຶ້ນ 5 ກຸ່ມ ບ້ານ, ກຸ່ມບ້ານປ້ອມໝັ້ນ 950 ບ້ານ, ທຽບໃສ່ປີ 2024 ເພີ່ມຂຶ້ນ 42 ກຸ່ມບ້ານ, ອົບຮົມວຽກງານ ປ້ອງກັນຕົວໃຫ້ນັກຮຽນ-ນັກ ສຶກສາໂຮງຮຽນມັດ ທະຍົມມໍຕົ້ນ, ມໍປາຍ, ມະຫາວິທະຍາໄລ, ໂຮງ ຮຽນວິຊາຊີບທັງພາກລັດ ແລະ ເອກະຊົນ ໄດ້ຈຳນວນ 277 ແຫ່ງ, ຈໍານວນພົນເຂົ້າຮ່ວມ 52.873 ຄົນ. ໄປພ້ອມກັນນີ້, ຍັງໄດ້ເອົາໃຈໃສ່ກວດກາບັນດາເຂດຍຸດທະ ສາດທີ່ເປັນຈຸດສຸມຂອງລັດຖະ ບານ, ຂອງກະຊວງປ້ອງກັນປະ ເທດ ໃນການພັດທະນາພື້ນຖານໂຄງລ່າງເສດຖະກິດ ຕິດພັນກັບ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເຊິ່ງໄດ້ຈັດຕັ້ງ ປະຕິບັດໂຄງການກໍ່ສ້າງກິດຈະ ການປ້ອງກັນຊາດ 10 ໂຄງ ການ, ຈັດຕັ້ງປະຕິບັດໂຄງການ ກໍ່ສ້າງເສັ້ນທາງຍຸດທະສາດ 38 ໂຄງການ ແລະ ເສັ້ນທາງເຂົ້າ ກົມກອງ 15 ໂຄງການ, ສໍາເລັດ ມອບ-ຮັບບັນດາໂຄງການພັດທະ ນາກຸ່ມບ້ານຜາແດງ ເມືອງ ກວັນ ແຂວງຫົວພັນ ແລະ ກຸ່ມ ບ້ານນໍ້າຮາງ ເມືອງສຳພັນ ແຂວງ ຜົ້ງສາລີ, ສໍາເລັດໂຄງການ ກໍ່ສ້າງເສັ້ນທາງເຂດນະຄອນ ຫຼວງ ຈໍານວນ 105 ເສັ້ນ ພ້ອມ ນີ້, ຍັງໄດ້ຊີ້ນໍາການຈັດຕັ້ງກໍາ ລັງປ້ອງກັນ ແລະ ນໍາໃຊ້ອຸປະ ກອນຕໍ່ຕ້ານໂດຣນ ເພື່ອປ້ອງກັນ ບັນດາເປົ້າໝາຍຍຸດທະສາດ, ສະ ຖານທີ່ສາງຄັງ, ສະໜາມບິນ, ບັນດາເສັ້ນທາງ, ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະ ເທດ, ວັນສ້າງຕັ້ງພັກປະຊາຊົນ ລາວ ຄົບຮອບ 70 ປີ, ກອງປະ ຊຸມວິສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດຊຸດທີ IX, ປ້ອງກັນເສັ້ນ ທາງລົດໄຟ ລາວ-ຈີນ, ໂຄງການ ກວດກູ້ລະເບີດລາວ-ລັດເຊຍ, ໂຄງການກໍ່ສ້າງເຂື່ອນໄຟຟ້າ, ຊີ້ນຳກົມກອງກຳລັງຫຼວງ-ກຳ ລັງທ້ອງຖິ່ນ ເອົາໃຈໃສ່ກະກຽມ ຄວາມພ້ອມຮັບມືກັບໄພພິບັດ ທຳມະຊາດ ທີ່ອາດຈະເກີດຂຶ້ນ ໃຫ້ທັນເວລາ, ໄດ້ຈັດຕັ້ງກໍາລັງ ຈໍານວນ 31 ສະຫາຍ ເຂົ້າຊ່ວຍ ເຫຼືອມະນຸດສະທໍາ ແລະ ບັນເທົາໄພ ພິບັດບັດແຜ່ນດິນໄຫວຢູ່ເມືອງ ເຈົ້າແຊ ແຂວງມອນດາເລ ປະເທດ ມຽນມາ ແລະ ໄດ້ມອບອຸປະ ກອນການແພດ, ຢາປົວພະຍາດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ.
ນອກຈາກນີ້, ຍັງໄດ້ຊີ້ນຳວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຮ່ວມກັບ ສ ຣັດເຊຍ ກວດກູ້ລະເບີດເພື່ອມະນຸດສະທຳ ຢູ່ເມືອງວຽງໄຊ ແຂວງຫົວພັນ ສາມາດກວດກູ້ໄດ້ເນື້ອທີ່ທັງໝົດ 18,2 ເຮັກຕາ ສຳເລັດຕາມແຜນການ 100%, ທຳລາຍລະເບີດ ໄດ້ທັງໝົດ 333 ໜ່ວຍ ໃນນັ້ນ, ເປັນລະເບີດປະເພດບົມບີ BLU 54 ໜ່ວຍ, ບົມໃຫຍ່ 750 ປອນ 1 ໜ່ວຍ, ລະເບີດ ແລະ ສຳພາວຸດອື່ນໆ ອີກ 278 ໜ່ວຍ, ພົບເສດສະເກັດຈຳນວນ 19.467 ຊິ້ນສ່ວນ, ເສດໂລ ຫະຕ່າງໆ ຈຳນວນ 20.409 ຊິ້ນສ່ວນ, ຊີ້ນຳສູນ 523 ສົມທົບກັບ ຫ້ອງການ ຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະ ເບີດບໍ່ທັນແຕກ (ຄຊກລ) ເຄື່ອນໄຫວກວດກູ້ ແລະ ທຳລາຍລະ ເບີດເຄື່ອນທີ່ສາ ມາດກວດກູ້ໃນເນື້ອທີ່ທັງໝົດ 85,8 ເຮັກຕາ, ກວດກູ້ລະເບີດ 910 ໜ່ວຍ (ບົມໃຫຍ່ 4 ໜ່ວຍ, ບົມບີ 58 ໜ່ວຍ, ລະເບີດ ແລະ ຊິ້ນສ່ວນອື່ນໆ 320 ລູກ).
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















