ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ວປກ ປິດຊຸດບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI
ເວລາອອກຂ່າວ: 2025-08-06 14:34:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1841 | ຄວາມນິຍົມ:



ໃນວັນທີ 6 ສິງຫາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີ ປິດຊຸດບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະ 64 ວັນ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນການພັກ, ຫ້ອງວ່າການສໍານັກງານນາຍົກ, ຫ້ອງການ ຄະນະກໍາມະການ ປກຊ-ປກສ ສູນກາງ, ກະຊວງປ້ອງກັນຄວາມສະຫງົບ, ກົມກໍ່ສ້າງພະນັກງານ ຄະນະຈັດຕັ້ງສູນກາງພັກ, ບັນດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະອໍານວຍການ ວປກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສະເຫຼີມ ທອງຄຳມູນ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຝິກອົບຮົມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຊຸດທີ XXI ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະການອົບຮົມ ສໍາມະນາກອນແຕ່ລະສະຫາຍ ໄດ້ເອົາໃຈໃສ່ໃນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈ, ສ້າງໄດ້ຈິນຕະນາການໃໝ່ ໃນຄວາມສຳນຶກກ່ຽວກັບທິດສະດີ, ຫຼັກການ, ທັດສະນະແນວຄິດຂອງພັກ ຕໍ່ຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະໃໝ່ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປັບປຸງບູລະນະ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານຄວາມຮັບຮູ້ໃນຂົງເຂດຍຸດທະສາດປ້ອງກັນຊາດ ໄດ້ມີຄວາມຮັບຮູ້ເຂົ້າໃຈ ເປັນລະບົບຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໂດຍສະເພາະແມ່ນການສ້າງເຫງົ້າພະລັງແຮງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນເງື່ອນໄຂໃໝ່ ຕິດພັນກັບການສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຫຼື ເບື້ອງປ້ອງກັນຊາດເອີ້ນວ່າ: ສ້າງແຂວງເປັນຫົວໜ່ວຍຍຸດທະສາດປ້ອງກັນຊາດ ຮັບຜິດຊອບທິດໜຶ່ງຂອງປະເທດ, ສ້າງເມືອງເປັນຫົວໜ່ວຍສູ້ຮົບເອກະລາດ, ສ້າງບ້ານເປັນບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ; ເຫັນໄດ້ຄວາມສໍາຄັນ ຂອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຈຸດໝາຍຕໍ່ສູ້ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່ ເຊິ່ງລັດທິຈັກກະພັດຜູ້ກະຫາຍສົງຄາມ ແລະ ບັນດາອິດທິກຳລັງປໍລະປັກ ມີເຈດຈຳນົງທໍາລາຍມ້າງເພພາລະກິດປ່ຽນແປງໃໝ່ຂອງພວກເຮົາ, ເຫັນໄດ້ຄວາມຈຳເປັນໃນການ ເພີ່ມທະວີການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ປະຕິບັດແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການກຽມຄວາມພ້ອມຂອງປະເທດຊາດເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ ຕ້ານຍຸດທະສາດ "ຫັນປ່ຽນໂດຍສັນຕິ”, ກໍ່ກະບົດ ລຸກຮື ແລະ ສົງຄາມຮຸກຮານຂອງສັດຕູ ແນໃສ່ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ດ້ານຍຸດທະສາດການທະຫານ, ສ້າງໄດ້ຄວາມຮັບຮູ້ທີ່ເປັນເອກະພາບທາງດ້ານແນວຄິດ, ທັດສະນະຕໍ່ສົງຄາມ ແລະ ກອງທັບ ຖືວ່າເປັນຄູ່ມາດຕະເກນໜຶ່ງທີ່ມີການພົວພັນສັດຈະວິພາກ ສົ່ງຜົນກະທົບເຊິ່ງກັນ ແລະ ກັນ. ດັ່ງນັ້ນ, ການກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນເຂັ້ມແຂງ ບົນພື້ນຖານ, ບ່ອນອີງໃຫ້ແກ່ການກໍ່ສ້າງກອງທັບປະຕິວັດ, ມີແບບແຜນ, ທັນສະໄໝ ເທື່ອລະກ້າວ ນີ້ແມ່ນຄວາມຈຳເປັນພາວະວິໄສ ເພື່ອມີຄວາມສາມາດສະກັດກັ້ນ ແລະ ຕີຕ້ານສົງຄາມຮຸກຮານຈາກພາຍນອກ, ການເຊື່ອມໂຍງສາກົນ ແລະ ພາກພື້ນ ທັງມີຄວາມສາມາດກອບກູ້ໄພພິບັດທຳມະຊາດ. ພ້ອມດຽວກັນນັ້ນ, ໄດ້ຮຽກຮ້ອງຕ້ອງມີພື້ນຖານເສດຖະກິດແຫ່ງຊາດທີ່ເຂັ້ມແຂງ ແລະ ຂະຫຍາຍຕົວຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການຂອງກອງທັບ ແລະ ສົງຄາມ, ເປັນກຳລັງຫຼັກແຫຼ່ງໃຫ້ແກ່ທົ່ວປວງຊົນປົກປັກຮັກສາປະເທດຊາດ; ຍ້ອນແນວນັ້ນ, ຍຸດທະສາດການກະກຽມປະເທດຊາດ, ກະກຽມກໍາລັງໃຫ້ແກ່ກອງທັບ, ກຽມທ່າສະໜາມປ້ອງກັນຊາດ ແຕ່ຍາມສັນຕິພາບແມ່ນໜ້າທີ່ຂອງທົ່ວປວງຊົນ, ແມ່ນວຽກເຮັດປົກກະຕິ ແລະ ແມ່ນຄວາມຈໍາເປັນພາວະວິໄສຂອງປະເທດເຮົາ. ໃນໄລຍະອົບຮົມ ສໍາມະນາກອນ ຍັງໄດ້ປະກອບສ່ວນທາງດ້ານວັດຖຸ ແລະ ທຶນຮອນໃຫ້ແກ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ບັນດາກົມກອງຕ່າງໆ ທັງຂອງບຸກຄົນ ແລະ ລວມໝູ່ ລວມມູນຄ່າທັງໝົດ: 588.726.000 ກີບ ໃນນັ້ນ, ຊ່ວຍວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ລວມມູນຄ່າ 450.847.000 ກີບ, ຊ່ວຍກົມກອງທີ່ລົງຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ 4 ກົມກອງ ລວມມູນຄ່າທັງໝົດ 137.879.000 ກີບ ໃນນັ້ນ, ຊ່ວຍວິທະຍາຄານສັນຕິບານປະຊາຊົນ ກະຊວງປ້ອງກັນຄວາມສະຫົງບ ລວມມູນຄ່າ 14.750.000 ກີບ; ຊ່ວຍກອງພັນໃຫຍ່ 497 ລວມມູນຄ່າ 48.025.000 ກີບ; ຊ່ວຍກອງພັນໃຫຍ່ 11 ລວມມູນຄ່າ 40.904.000 ກີບ ແລະ ຊ່ວຍກອງຍິງປືນ 199 ລວມມູນຄ່າ 34.200.000 ກີບ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຫົວໜ້າການທະຫານ ວປກ ໄດ້ມອບໃບຢັ້ງຢືນໃຫ້ສໍາມະນາກອນ ທີ່ສໍາເລັດບັ້ນອົບຮົມຄັ້ງນີ້ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ປອ ສິນລະວົງ ຄຸດໄພທູນ ໄດ້ມີຄໍາເຫັນ ຕໍ່ພະນັກງານນໍາພາ-ຄຸ້ມຄອງ ທີ່ສໍາເລັດຊຸດບໍາລຸງໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຜັນຂະຫຍາຍບົດຮຽນທີ່ໄດ້ຮຽນມາ ນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ, ເອົາໃຈໃສ່ສະໜັບສະໜູນໃຫ້ການຊ່ວຍເຫຼືອ ແລະ ກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ກາຍເປັນກໍາລັງຫຼັກແຫຼ່ງ ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມທັງ, ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ວປກ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ ຄູ-ອາຈານ ເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ແລະ ທາດແທ້ມູນເຊື້ອຂອງກອງທັບ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມກັນ ຄົ້ນຄວ້າຊອກຫາບົດຮຽນອັນໃໝ່ ເພື່ອຮັບປະກັນເຮັດໃຫ້ການສິດສອນມີຄຸນນະພາບ. ໂດຍ: ຈອນນີ້ ອິນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ