ເປີດງານຕະຫຼາດນັດ ສະຫະພັນແມ່ຍິງກອງທັບ
ເວລາອອກຂ່າວ: 2025-08-06 15:03:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1648 | ຄວາມນິຍົມ: ![]()
ພິທີ ເປີດງານຕະຫຼາດນັດ ສະຫະພັນແມ່ຍິງກອງທັບ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2025 ນີ້, ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກອງທັບ, ມີສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະຫ້ອງການຊາວໜຸ່ມກອງທັບ, ຄະນະຫ້ອງການກຳມະບານກອງທັບ, ຄອບຄົວການນໍາຂັ້ນສູງ, ສະມາຄົມຄຸນຄ່າລາວ, ນັກທຸລະກິດຍິງ, ຄະນະພັກ-ຄະນະບັນຊາ, ຄະນະນໍາ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ກ່າວເປີດງານວ່າ: ການຈັດງານຕະຫຼາດນັດຄັ້ງນີ້ ແມ່ນກິດຈະກຳໜຶ່ງທີ່ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກ ແລະ ສ້າງໂອກາດໃຫ້ສະມາຊິກສະຫະພັນແມ່ຍິງກອງທັບ ໄດ້ວາງສະແດງຜະລິດຕະພັນ ຂອງບຸກຄົນ ແລະ ຄອບຄົວ ເພື່ອຈຳໜ່າຍ, ທັງເປັນການໂຄສະນາໃຫ້ເຂົ້າເຖິງການຕະຫຼາດທົ່ວໄປ, ເຮັດໃຫ້ແນວຄິດ ແລະ ວິທີການໃໝ່ໆ ໃນການວາງແຜນສ້າງຊີວິດຄອບຄົວໃຫ້ມີຄວາມເຂັ້ມແຂງດ້ວຍຈິດໃຈເພິ່ງຕົນເອງ ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອແນໃສ່ສົ່ງເສີມໃຫ້ສະຫະພັນແມ່ຍິງກອງທັບ ໄດ້ປະກອບສ່ວນເຂົ້າໃນການຜະລິດເປັນສິນຄ້າ, ທັງສ້າງລາຍຮັບໃຫ້ຄອບຄົວ ແລະ ກົມກອງ ມີຊີວິດການເປັນຢູ່ດີຂຶ້ນ. ພິທີ ເປີດງານຕະຫຼາດນັດ ສະຫະພັນແມ່ຍິງໃນຄັ້ງນີ້ ເພື່ອເປັນການປະກອບສ່ວນໃນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນມໍ່ໆ ນີ້, ນະໂອກາດອັນມີຄວາມໝາຍສໍາຄັນນີ້, ຂໍຮຽກຮ້ອງມາຍັງຄະນະນໍາແມ່ຍິງທຸກຂັ້ນ, ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ແລະ ຫົວໜ່ວຍທຸລະກິດທຸກພາກສ່ວນ ທີ່ນໍາເອົາຜະລິດຕະພັນຕ່າງໆ ວາງຈຳໜ່າຍ ໃນງານຕະຫຼາດນັດຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ຮັກສາຄວາມສະຫງົບປອດໄພ, ມີຄວາມສາມັກຄີຢ່າງ ແໜ້ນແຟ້ນ ແລະ ເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ.
ງານຕະຫຼາດນັດຄັ້ງນີ້, ມີຈໍານວນ 31 ຫົວໜ່ວຍກົມກອງເຂົ້າຮ່ວມວາງສະແດງສິນຄ້າ, ມີ 103 ຮ້ານ ທີ່ມາຈາກສະຫະພັນແມ່ຍິງກອງທັບ, ຄອບຄົວຕົວແບບ, ສະມາຄົມຄຸນຄ່າລາວ, ຄອບຄົວທະຫານ-ພະນັກງານ ເຊິ່ງຈະໄດ້ດໍາເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 6-8 ສິງຫາ 2025 ເລີ່ມເວລາ 8:30-18:00 ໂມງ. ຫຼັງຈາກນັ້ນ, ບັນດາຄະນະນໍາ ແລະ ແຂກຖືກເຊີນ ໄດ້ເຂົ້າຢ້ຽມຊົມແຕ່ລະຫ້າງຮ້ານ.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















