ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ມັງກອນ 2026

  

ປະກາດການສ້າງຕັ້ງພະແນກຊ່າງແສງ ກອງບັນຊາການທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2025-08-06 15:26:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1872 | ຄວາມນິຍົມ:



ວັນທີ 6 ສິງຫາ 2025 ນີ້, ທີ່ສະໂມສອນ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີ ປະກາດການສ້າງຕັ້ງພະແນກຊ່າງແສງ ຂຶ້ນກັບຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນສົດ ອິນສິນາ ຮອງຫົວໜ້າກົມສ້າງແສງ ກົມໃຫຍ່ເສນາທິການກອງທັບ ໂດຍມີ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະຫ້ອງວ່າການປົກຄອງແຂວງ, ຄະນະກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ຈາກກົມກອງອ້ອມຂ້າງ ແລະ ພະນັກງານວິຊາການ ເຂົ້າຮ່ວມ. ສະຫາຍ ພັນໂທ ພູໄພ ວິລະຈິດ ຮອງຫົວໜ້າພະແນກອົມຮົມ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງພະແນກຊ່າງແສງ ທີ່ຂຶ້ນກັບຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມທັງ ປະກາດການແຕ່ງຕັ້ງບຸກຄະລາກອນທີ່ຂຶ້ນກັບ ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັນໂທ ສີເມືອງ ລາດສົມພູ ເປັນຫົວໜ້າພະແນກ, ສະຫາຍ ຮ້ອຍໂທ ສຸກສະຫວາດ ນວນທະວົງ ເປັນຮອງຫົວໜ້າພະແນກຊ່າງແສງ. ໂອກາດນີ້, ສະຫາຍປະທານ ໄດ້ແນະນຳໃຫ້ຄະນະພັກ-ຄະນະບັນຊາ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງພ້ອມກັນເຮັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດ ພ້ອມກັນເພື່ອສຸມໃສ່ວຽກງານ ເປັນຕົ້ນແມ່ນວຽກງານການຊ່ວຍເຫຼືອໄພພິບັດທາງນໍ້າຊ່ວຍກົມກອງ ແລະ ປະຊາຊົນທີ່ຖືກຜົນກະທົບ, ການກວດກາວັດຖຸລະເບີດຕາມຈຸດທີ່ຕັ້ງການກໍ່ສ້າງຂົວ-ທາງ ແລະ ເຄຫະສະຖານທີ່ຕ່າງໆ ຂອງກົມກອງ ໃຫ້ໄດ້ຮັບໝາກຜົນ ເພື່ອແກ້ໄຂ້ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ປະຊາຊົນພາຍໃນຂອບເຂດກົມກອງ ຮັບຜິດຊອບ ໃຫ້ດີຂຶ້ນ. ຂ່າວ-ພາບ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ