ຜົນສຳເລັດ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມ ຜູ້ແທນຊາວໜຸ່ມທົ່ວກອງທັບ ໃນໄລຍະ 5 ປີຜ່ານມາ
ເວລາອອກຂ່າວ: 2025-08-07 09:35:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1240 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວ ໜຸ່ມກອງທັບ ລາຍງານໃນໂອ ກາດດຳເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ IX ຈັດຂຶ້ນໃນຫວ່າງບໍ່ດົນຜ່ານມາ ໃຫ້ ຮູ້ວ່າ: ໃນຊຸມປີຜ່ານມາ, ຫ້ອງ ການຊາວໜຸ່ມກອງທັບ ຍາມໃດກໍໄດ້ເປັນເຈົ້າການນຳພາ-ຊີ້ນຳ ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ຕະຫຼອດຮອດ ສະມາຊິກຊາວໜຸ່ມ ໃນທົ່ວກອງທັບຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ເຂົ້າສູ່ວຽກງານຕົວຈິງ ຢ່າງມີຈຸດສຸມ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງຊາວໜຸ່ມແຕ່ລະກົມກອງ ເຊິ່ງສາມາດສ້າງໄດ້ຜົນສຳເລັດທີ່ເປັນພື້ນຖານຫຼາຍດ້ານ ໂດຍສະເພາະ ວຽກງານສຶກສາອົບຮົມການເມືອງແນວຄິດ ໄດ້ປັບປຸງເນື້ອໃນ ແລະ ວິທີການສຶກສາອົບຮົມດ້ວຍຫຼາຍຮູບການ ແລະ ຫຼາຍຊ່ອງທາງ ທັງແບບເຊິ່ງໜ້າ ແລະ ຜ່ານພາຫະນະສື່ມວນຊົນ, ສື່ສັງຄົມອອນລາຍ ເຊັ່ນ: ເປີດບັ້ນດຳເນີນຊີວິດການ ເມືອງ, ປາຖະກະຖາ, ສຳມະນາ ວິທະຍາສາດ, ວຽກດີຄົນເດັ່ນ, ຢ້ຽມຊົມຫໍມູນເຊື້ອ, ຫໍພິພິທະ ພັນ, ເຂດອານຸສອນສະຖານ, ວາງສະແດງຮູບພາບ, ຄຳຂວັນປຸກລະດົມ, ແຂ່ງຂັນຖາມ-ຕອບຄວາມຮູ້ຮອບໂຕ ໃນໂອກາດວັນປະຫວັດສາດ ແລະ ເຫດການສຳຄັນຂອງຊາດ, ຂອງສາກົນ ໃນນັ້ນ, ຮຽນການເມືອງ 274 ຄັ້ງ, ຮຽນເອກະສານວຽກງານຊາວໜຸ່ມ 210 ຄັ້ງ, ປາຖະກະຖາມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ວັນຜູ້ນຳແນວລາວຮັກຊາດແຫກຄຸກໂພນເຄັງ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ 959 ຄັ້ງ, ເຂົ້າຮ່ວມສຳມະນາກ່ຽວກັບປະຫວັດມູນເຊື້ອ ແລະ ກິດຈະກຳຕາມຮອຍກອງພັນທີ 2 ຜ່າວົງປິດລ້ອມຢູ່ທົ່ງໄຫຫີນແຂວງຊຽງຂວາງ 1 ຄັ້ງ, ຕາມຮອຍບັ້ນຮົບ ນ້ຳບາກ, ມີສະມາຊິກຊາວໜຸ່ມ ເຂົ້າຮ່ວມ 1.412 ເທື່ອຄົນ, ແຂ່ງ ຂັນຖາມ-ຕອບຄວາມຮູ້ຮອບຕົວ 130 ຄັ້ງ, ຊົມຫໍພິພິທະພັນປະ ຫວັດສາດກອງທັບ, ຫໍພິພິທະພັນ ໄກສອນ ພົມວິຫານ, ສະຖານທີ່ປະຫວັດສາດ, ເຂດອະນຸສອນສະ ຖານຂອງທ່ານຜູ້ນຳ, ຫໍພິພິທະ ພັນ-ຫໍມູນເຊື້ອຂອງກົມກອງ, ທ້ອງຖິ່ນ 703 ຄັ້ງ.
ວຽກງານປັບປຸງກໍ່ສ້າງການ ຈັດຕັ້ງຊາວໜຸ່ມ: ໄດ້ປັບປຸງບູລະ ນະການຈັດຕັ້ງຊາວໜຸ່ມຕາມ ໂຄງປະກອບການຈັດຕັ້ງ ແລະ ຂໍ້ກຳນົດ, ກົດລະບຽບຂອງຊາວ ໜຸ່ມ ໃນນີ້,ປັບປຸງຄະນະຫ້ອງການ ຊາວໜຸ່ມ ແລະ 3 ພະແນກການທີ່ຂຶ້ນກັບ, ປັບປຸງການຈັດຕັ້ງຂັ້ນພະແນກ ແລະ ຂະແໜງຊາວໜຸ່ມ 34 ກົມກອງ ໄປພ້ອມກັນນັ້ນ, ກໍໄດ້ສຸມໃສ່ເຝິກຝົນຫຼໍ່ຫຼອມຊາວໜຸ່ມ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ຫຼາຍກົມກອງ ໄດ້ເພີ່ມທະວີການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ຊາວໜຸ່ມໄດ້ເຝິກຝົນຫຼໍ່ຫຼອມ, ບຸກບືນສູ້ຊົນ ແລະ ເຕີບໃຫຍ່ຂະຫຍາຍຕົວ. ສາມາດຕີລາຄາແບ່ງປະເພດ ການຈັດຕັ້ງຊາວໜຸ່ມ ນຳໜ້າ 4 ບຸກກວມເອົາ 95,45%, ປະເພດແຂງກວມເອົາ 3,49%, ປະເພດກາງກວມເອົາ 1,06%, ສະມາຊິກຊາວໜຸ່ມນຳໜ້າ 4 ບຸກ ກວມເອົາ 92,05%, ປະເພດແຂງກວມເອົາ 4.03%, ປະເພດກາງກວມເອົາ 2.89%. ໃນສະໄໝທີ VIII ຊາວໜຸ່ມກະຊວງປ້ອງກັນປະເທດ ໄດ້ຮັບການຢັ້ງຢືນນາມມະຍົດ 4 ບຸກ 3 ປີຕິດຕໍ່ກັນ ແລະ ໄດ້ຮັບທຸງໄຊນຳໜ້າ 4 ບຸກ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງສົມກຽດ. ຈຳນວນສະມາຊິກຊາວໜຸ່ມທົ່ວກອງທັບ (ກຳລັງຫຼວງ) ເພີ່ມຂຶ້ນ 9,28%, ການຈັດຕັ້ງຂັ້ນໜ່ວຍເພີ່ມຂຶ້ນ 21,14%, ສະມາຊິກຊາວໜຸ່ມດີເດັ່ນຂະຫຍາຍເຂົ້າພັກໄດ້ 16,62% ຂອງຈຳນວນມະຫາຊົນກ້າວໜ້າທັງໝົດ.
ວຽກງານປັບປຸງກໍ່ສ້າງການ ຈັດຕັ້ງເຍົາວະຊົນ: ເຊິ່ງເປັນວຽກງານໃໝ່ຂອງຊາວໜຸ່ມກອງທັບ, ກອງເຍົາວະຊົນທັນວາຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນທ້າຍປີ 2023, ປະຕິບັດຕາມ ທິດນຳທີ່ວ່າ “ກໍ່ສ້າງກອງເຍົາວະຊົນທັນວາ ແມ່ນກໍ່ສ້າງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ລ່ວງໜ້າບາດກ້າວໜຶ່ງ”. ດັ່ງ ນັ້ນ, ການຈັດຕັ້ງຊາວໜຸ່ມໄດ້ ມອບໝາຍໃຫ້ພະນັກງານຊາວໜຸ່ມ ຜູ້ທີ່ມີຄວາມຮູ້ຄວາມສາ ມາດ ຮັບຜິດຊອບກອງເຍົາວະຊົນທັນວາ, ກຳນົດທິດທາງແຜນ ການເຄື່ອນໄຫວຂອງວຽກງານເຍົາວະຊົນເປັນປົກກະຕິນຳພາປະຕິບັດຕາມຂໍ້ແຂ່ງຂັນ ແລະ ຄຳຂວັນຂອງເຍົາວະຊົນທັນວາ. ປັດຈຸບັນ, ການຈັດຕັ້ງເຍົາວະຊົນໃນກອງທັບ ມີ 2 ກອງ, 4 ໝວດ, 12 ໝູ່, ກອງນຳໜ້າ 2 ກອງ, ມີສະມາຊິກເຍົາວະຊົນທັງໝົດ 135 ຄົນ.
ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງຮາກຖານການເມືອງ: ສະມາຊິກຊາວໜຸ່ມ-ໄວໜຸ່ມໃນກອງທັບ ຍາມໃດກໍໄດ້ເປັນເຈົ້າປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ກຳແໜ້ນສະພາບການ, ເພີ່ມທະວີການຄົ້ນຄວ້າຮ່ຳຮຽນກ່ຽວກັບທັດສະນະ, ແນວທາງ, ແຜນນະ ໂຍບາຍອັນຖືກຕ້ອງຂອງພັກ- ລັດ, ຫັນລົງກໍ່ສ້າງຮາກຖານການເມືອງ ເຄື່ອນໄຫວຢູ່ເຂດທຸລະກັນດານ ຫ່າງໄກສອກຫຼີກ ຕາມມະຕິ 3 ສ້າງ, 4 ເນື້ອໃນ 4 ຄາດໝາຍ ປະຈຳຢູ່ 19 ກອງປະຕິບັດງານ, 28 ຈຸດສຸມ ກວມເອົາ 210 ບ້ານ, 26 ເມືອງ, 15 ແຂວງທົ່ວປະເທດ, ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ ແລະ ກໍ່ຄວາມບໍ່ສະຫງົບໃນບາງຈຸດທີ່ຢູ່ເຂດທຸລະກັນດານ ແລະ ບັນດາຈຸດສຸມຕ່າງໆ ຕາມການມອບໝາຍ, ໄດ້ເອົາໃຈໃສ່ແກ້ໄຂເຂດເກາະຫ້ອຍທີ່ເປັນຊ່ອງຫວ່າງຂອງກຸ່ມຄົນບໍ່ດີເຄື່ອນໄຫວ, ເຂດຊາຍແດນຫ່າງໄກສອກຫຼີກ ແລະ ຂອບເຂດຮັບຜິດຊອບຂອງ ກົມກອງ ມີຄວາມສະຫງົບໂດຍ ພື້ນຖານ, ປະກອບສ່ວນເຄື່ອນ ໄຫວວຽກງານພັດທະນາຊົນນະ ບົດຮອບດ້ານ, ໂຄສະນາເຜີຍແຜ່ແນວທາງການເມືອງຂອງພັກ, ກົດໝາຍຂອງລັດ, ສົມທົບແໜ້ນກັບບັນດາອົງການທີ່ກ່ຽວຂ້ອງ ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ, ພັດທະນາພື້ນຖານໂຄງລ່າງເສດ ຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເປັນກຳລັງຫຼັກແຫຼ່ງໃນການຕ້ານ ແລະ ກອບກູ້ໄພພິບັດທາງທຳມະຊາດ ທີ່ເກີດຂຶ້ນຕາມຄຳສັ່ງຂອງຂັ້ນເທິງ ໂດຍສະເພາະ ໄລຍະປີ 2023-2024 ຢູ່ 3 ແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ, ໄດ້ປຸກລະດົມວັດຖຸປັດໄຈຊ່ວຍເຫຼືອແກ້ໄຂໄພພິບັດມູນຄ່າ 460 ລ້ານກວ່າກີບ ແລະ ກຳລັງແຮງງານຂອງຊາວໜຸ່ມກອງທັບ ຢູ່ເຂດພາກເໜືອ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຊ່ວຍເຫຼືອກອບກູ້ຕົວຈິງ ພ້ອມທັງປົວແປງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍຫຼັງໄພພິບັດ 2.000 ກວ່າເທື່ອຄົນ, ເປັນເຈົ້າການເຮັດໜ້າທີ່ປ້ອງກັນທີ່ຕັ້ງ, ປ້ອງກັນບັນດາເສັ້ນທາງຍຸດທະສາດ, ປ້ອງກັນຜູ້ນຳພັກ-ລັດ, ວັນບຸນປະຫວັດສາດ, ບຸນປະເພນີ, ປ້ອງກັນກອງປະຊຸມລະດັບຊາດ ແລະ ລະດັບສາກົນທີ່ ສປປລາວ ເປັນເຈົ້າພາບ, ງານມະຫາກຳກິລາຕ່າງໆ ຮັບປະກັນຄວາມສະຫງົບປອດໄພ 100%. ນອກຈາກນີ້, ຫ້ອງການຊາວໜຸ່ມກອງທັບ ຍັງໄດ້ສົມທົບກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ອົງການພາຄີ (ສະຫະພັນແມ່ຍິງ ແລະ ກຳມະບານກອງທັບ), ຄະນະຊາວໜຸ່ມແຮກສ່ຽວ, ບໍລິສັດຫ້າງຮ້ານ ແລະ ການຈັດຕັ້ງຕ່າງໆ ໃນສັງຄົມ ລະດົມວັດຖຸປັດໄຈ ສົ່ງ ໃຫ້ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ທີ່ຢູ່ເຂດຫ່າງໄກ ສອກຫຼີກມູນຄ່າທັງໝົດ 497.828.000 ກີບ.
ຂະບວນການຕອບບຸນແທນຄຸນ ແລະ ຊ່ວຍເຫຼືອສັງຄົມ: ຫ້ອງ ການຊາວໜຸ່ມກອງທັບ ໄດ້ປະ ສານສົມທົບກັບສູນກາງຊາວໜຸ່ມ, ຄະນະຊາວໜຸ່ມກະຊວງ, ແຂວງແຮກສ່ຽວ, ອົງການພາ ຄີ (ສະຫະພັນແມ່ຍິງ ແລະ ກຳ ມະບານກອງທັບ) ມອບວັດຖຸປັດ ໄຈຕອບບຸນແທນຄຸນ 527 ລ້ານກວ່າກີບ, ຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ພະນັກງານປະຕິ ວັດອາວຸໂສບຳນານ, ອະດີດຄະ ນະນຳກົມໃຫຍ່ການເມືອງກອງ ທັບ, ຄະນະຫ້ອງການຊາວໜຸ່ມກອງທັບ ກໍຄືພະນັກງານທີ່ເຈັບ ເປັນເຂົ້າຮັບການປິ່ນປົວຢູ່ໂຮງ ໝໍລວມມູນຄ່າ 85 ລ້ານກວ່າກີບ, ປະກອບສ່ວນຊ່ວຍເຫຼືອໄພນ້ຳຖ້ວມ 100 ລ້ານກວ່າກີບ, ເຂົ້າຮ່ວມບໍລິຈາກເລືອດ 15.843 ກວ່າເທື່ອຄົນ, ຊ່ວຍ ເຫຼືອພະນັກງານອາວຸໂສ ແລະ ປະ ຊາຊົນ ກໍ່ສ້າງສ້ອມແປງເຮືອນ, ໂຮງຮຽນ, ຖະໜົນຫົນທາງ, ເຮັດ ສວນ, ເຮັດນາ, ເກັບກ່ຽວຜົນລະ ປູກ ແລະ ອື່ນໆ ຫຼາຍສະຫາຍ.
ຂະບວນການແຮກສ່ຽວ: ການ ຈັດຕັ້ງຊາວໜຸ່ມໃນກອງທັບ ໄດ້ແຮກສ່ຽວກັບຄະນະຊາວໜຸ່ມບ້ານ, ເມືອງ, ແຂວງ, ກະຊວງ ແລະ ການຈັດຕັ້ງອື່ນໃນສັງຄົມທັງໝົດ 227 ຫົວໜ່ວຍ ໄດ້ຮ່ວມ ກັນໂຄສະນາ, ຕອບຕ້ານປະກົດ ການຫຍໍ້ທໍ້ທາງສັງຄົມ, ສົ່ງເສີມການສຶກສາ, ການຜະລິດກະສິກຳ, ບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ອອກແຮງງານສ້ອມແປງ ແລະ ອະນາໄມຄອງເໝືອງ, ຊ່ວຍເຫຼືອສ້ອມແປງເຮືອນໃຫ້ພະນັກງານອາວຸໂສບຳນານ ແລະ ເສຍອົງ ຄະ, ຊ່ວຍສ້ອມແປງປຸກສ້າງໂຮງ ຮຽນໃຫ້ນ້ອງນັກຮຽນຢູ່ເຂດ ຫຍຸ້ງຍາກ, ປຸກລະດົມວັດຖຸປັດໄຈມູນຄ່າ 363 ລ້ານກວ່າກີບ ໄປມອບໃຫ້ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ຢູ່ເຂດຫ່າງ ໄກສອກຫຼີກ. ພິເສດໄດ້ຮັບທຶນ ການສຶກສາ, ແນວພັນພືດ, ສັດ ລ້ຽງ, ອຸປະກອນເຕັກນິກ, ອຸປະ ກອນການແພດ, ຮ່ວມກັນສຳມະນາວິທະຍາສາດ, ສຳມະນາ ວິຊາການ, ຈັດຕັ້ງແຂ່ງຂັນກິລາ ມິດຕະພາບ, ແລກປ່ຽນສິລະປະ- ວັນນະດີ, ແລກປ່ຽນບົດຮຽນ ແລະ ໃຫ້ການຊ່ວຍເຫຼືອສະໜັບ ສະໜູນເຊິ່ງກັນ ແລະ ກັນໃນດ້ານຕ່າງໆ.
ຂະບວນການສິລະປະ-ວັນນະ ຄະດີ: ໄດ້ເຄື່ອນໄຫວສະແດງໃນໂອກາດສະເຫຼີມສະຫຼອງວັນ ປະຫວັດສາດສຳຄັນຕ່າງໆ ລວມ 341 ຄັ້ງ, ພິເສດ ສະມາຊິກຊາວໜຸ່ມ-ໄວໜຸ່ມ ໄດ້ເຂົ້າຮ່ວມງານແຂ່ງຂັນສິລະປະ-ວັນນະ ຄະດີທົ່ວກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ສະແດງຮັບໃຊ້ຢູ່ພາຍໃນ ແລະ ຕ່າງປະເທດ 137 ຄັ້ງ.
ຂະບວນການກິລາກາຍະກຳ: ໄດ້ຈັດຕັ້ງ ແລະ ເຂົ້າຮ່ວມຂະ ບວນການແຂ່ງຂັນກິລາການທະ ຫານ, ກິລາມວນຊົນທັງພາຍໃນ ແລະ ຕ່າງປະເທດ ລວມມີ 312 ຄັ້ງ, ຢູ່ຂັ້ນກະຊວງ ໄດ້ຈັດຕັ້ງແຂ່ງຂັນກິລາມິດຕະພາບ ໃນໂອກາດວັນສຳຄັນຕ່າງໆ 159 ຄັ້ງ, ໃນຊຸມປີຜ່ານມາ ສາມາດຍາດໄດ້ 86 ຫຼຽນຄຳ, 37 ຫຼຽນເງິນ, 41 ຫຼຽນທອງ, ເຂົ້າຮ່ວມແຂ່ງຂັນກິລາ ລົດຕັງລາໂລດ 2020 ຢູ່ ສ ລັດເຊຍ ສາມາດຍາດໄດ້ລາງວັນທີ 2 ແລະ ແຂ່ງຂັນກິລາບານເຕະຊິງຂັນ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ອັນດັບທີ 4.
ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ: ການຈັດຕັ້ງຊາວໜຸ່ມໄດ້ເຂົ້າຮ່ວມປະຕິບັດແນວທາງການຕ່າງປະເທດຂອງພັກ, ປະຕິບັດຕາມອະນຸສັນ ຍາຮ່ວມມືປະຈຳປີ ລະຫວ່າງ ກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ປະກອບສ່ວນປະຕິບັດວຽກງານການຕ່າງ ປະເທດປ້ອງກັນຊາດ, ຄະນະນາຍທະຫານໜຸ່ມລາວ ໄດ້ໄປແລກປ່ຽນບົດຮຽນກັບຄະນະນາຍທະຫານໜຸ່ມ ຫວຽດນາມ 1 ຄັ້ງ, ຕ້ອນຮັບ ແລະ ຈັດກອງປະຊຸມພົບປະສົນທະນາ ກັບຄະນະນາຍທະຫານໜຸ່ມຫວຽດນາມ 2 ຄັ້ງ. ນອກນີ້, ບັນດານາຍທະຫານໜຸ່ມກົມກອງທ້ອງຖິ່ນ, ເຫຼົ່າຮົບ ກໍໄດ້ມີການພົບປະແລກປ່ຽນບົດ ຮຽນກັບນາຍທະຫານໜຸ່ມຫວຽດ ນາມ ຕາມແຜນການຂອງຂັ້ນເທິງ, ໄດ້ສົ່ງພະນັກງານຊາວໜຸ່ມ ກຳລັງຫຼວງ ແລະ ທ້ອງຖິ່ນ 70 ສະຫາຍ ໄປເຝິກອົບຮົມວຽກງານ ຊາວໜຸ່ມ ນຳກອງທັບປະຊາຊົນ ຫວຽດນາມ 3 ຄັ້ງ ແລະ ໄປພົບປະ ແລກປ່ຽນບົດຮຽນ, ທັດສະນະສຶກສາຢູ່ ສສ ຫວຽດນາມ ຕາມ ແຜນຂອງສູນກາງຊາວໜຸ່ມ 3 ສະຫາຍ, ເຂົ້າຮ່ວມພິທີສວນສະ ໜາມ ສະເຫຼີມສະຫຼອງວັນໄຊຊະ ນະປ້ອງກັນປິຕຸພູມ ຣັດເຊຍ ຄົບ ຮອບ 80 ປີ 70 ສະຫາຍ ແລະ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ 112 ສະຫາຍ.
ນອກຈາກນີ້, ຊາວໜຸ່ມກອງ ທັບ ຍັງໄດ້ເປັນເຈົ້າການປະຕິບັດແຜນການອົບຮົມ-ຫັດແອບ ເພື່ອຍົກສູງລະດັບຄວາມຮູ້ຄວາມສາ ມາດ ທາງດ້ານການເມືອງ, ການ ທະຫານ, ພະລາທິການ, ວິຊາສະ ເພາະ-ເຕັກນິກ, ກຳແໜ້ນ ແລະ ຮູ້ໝູນໃຊ້ພາຫະນະເຕັກນິກ, ອາວຸດຍຸດໂທປະກອນທີ່ປະກອບໃຫ້ຊຳ ນິຊຳນານ ແລະ ຮັບປະກັນກຽມ ພ້ອມສູ້ຮົບໄດ້ເປັນຢ່າງດີ, ສຸມໃສ່ຂະບວນການສ້າງເສດຖະກິດ, ຊອກແຫຼ່ງລາຍຮັບເຂົ້າຄັງລວມ ໂດຍການສຸມໃສ່ປູກຝັງ-ລ້ຽງສັດ ສາມາດສ້າງລາຍຮັບເຂົ້າຄັງລວມ ຂອງການຈັດຕັ້ງຊາວໜຸ່ມ ໄດ້ຫຼາຍສົມຄວນ.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















