ຜົນການເລືອກຕັ້ງຄະນະບໍລິຫານງານພັກ ແຂວງສາລະວັນ ສະໄໝທີ X
ເວລາອອກຂ່າວ: 2025-08-07 13:59:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2083 | ຄວາມນິຍົມ: ![]()
ພາຍຫຼັງ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ອົງຄະນະພັກແຂວງສາລະວັນ ໄດ້ດໍາເນີນໃນວັນທີ 6 ສິງຫາ, ມາຮອດຕອນເຊົ້າ ຂອງວັນທີ 7 ສິງຫາ 2025 ທີ່ສະໂມສອນ ແຂວງສາລະວັນ ໄດ້ມີການແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ແຂວງສາລະວັນ ສະໄໝທີ X ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເຈົ້າແຂວງ ແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາຄະນະປະທານກອງປະຊຸມ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ບັນດາສື່ມວນຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນກອງປະຊຸມໃຫຍ່ ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ແຂວງສາລະວັນ ຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ ຈໍານວນ 41 ສະຫາຍ ເລືອກໄດ້ 35 ສະຫາຍ.
ໃນໂອກາດນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ໃຫ້ຮູ້ວ່າ: ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ແຂວງສາລະວັນ ສະໄໝທີ X ໄດ້ເປັນເອກະສັນ ເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ ຄື: ສະຫາຍ ປອ ດາວວົງ ພອນແກ້ວ, ສະຫາຍ ປະເດີມພອນ ສົນທະນີ, ສະຫາຍ ນາງ ບຸນທະວີ ດວງລາສີ,ສະຫາຍ ຈັນສະໝອນ ພົມມະແສງ, ສະຫາຍ ແຫວນເພັດ ລັດດາວົງ, ສະຫາຍ ສົມສັກ ທົງຄໍາຫານ, ສະຫາຍ ທອງດີ ຈັນທະວົງ, ສະຫາຍ ພົນຈັດຕະວາ ສີເສີດ ສອນດາລາ, ສະຫາຍ ຈັນສີລອນ ສີສົມບູນ, ສະຫາຍ ປອ ສະໄໝ ໂພທິສານ ແລະ ສະຫາຍ ປອ ໂພສີ ແກ້ວສີພັນດອນ; ເລືອກເອົາ ສະຫາຍ ປອ ດາວວົງ ພອນແກ້ວ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປະເດີມພອນ ສົນທະນີ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ເລືອກເອົາ ສະຫາຍ ສົມສັກ ທົງຄໍາຫານ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ແສງທອງ ສີອ່ອນສາ, ສະຫາຍ ນາງ ແສງອາລຸນ ຈັນທະລາດ ແລະ ສະຫາຍ ພະນົມພອນ ສີວິໄຊ ເປັນຮອງປະທານຄະນະກວດກາພັກແຂວງ.
ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 26 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















