ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ຢ່າງສຸດໃຈ
ເວລາອອກຂ່າວ: 2025-08-07 14:35:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1968 | ຄວາມນິຍົມ: ![]()
ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ເອກອ້າງທະນົງໃຈສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ພວມຫ້າງຫາກະກຽມສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ຜົນສໍາເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ໃນທ້າຍສະໄໝຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ. ພ້ອມກັນນັ້ນ, ກໍເປັນໄລຍະທີ່ທົ່ວປະເທດພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຈິດໃຈຟົດຟື້ນປະຕິວັດຢ່າງກວ້າງຂວາງເລິກເຊິ່ງ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ຄັ້ງນີ້ໄດ້ດໍາເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບຢ່າງໜັກແໜ້ນ”. ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຢ່າງຍິ່ງໃນຊີວິດການເມືອງ ຂອງທົ່ວກອງທັບປະຊາຊົນລາວ, ເປັນການປະຕິບັດຕາມຫຼັກການນໍາພາ ແລະ ການຈັດຕັ້ງພັກ ແນໃສ່ປັບປຸງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກຢູ່ໃນທົ່ວກອງທັບ ແລະ ຜ່ານກອງປະຊຸມໃຫຍ່ໃນຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດຄວາມສາມາດການນໍາພາ ຂອງຄະນະພັກໄດ້ຮັບການເຊີດຊູຂຶ້ນຕື່ມ.
ຕະຫຼອດໄລຍະຊຸມປີຜ່ານມາ, ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໄດ້ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ຢ່າງເປັນຂະບວນການຟົດຟື້ນຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ໜ້າຊື່ນຊົມຫຼາຍດ້ານ ບົນພື້ນຖານປະຕິບັດມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນນີ້, ດ້ານການປັບປຸງປົວແປງພາຍໃນພັກ ໄດ້ດໍາເນີນແຕ່ຂັ້ນຮາກຖານພັກ ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ໄດ້ມີການປັບປຸງຕົນເອງທາງດ້ານຄວາມຮັບຮູ້, ທັດສະນະ, ຄຸນສົມບັດສິນທໍາປະຕິວັດ ແລະ ການກະທໍາ ອັນພົ້ນເດັ່ນທີ່ສໍາຄັນແມ່ນການຈັດຕັ້ງດໍາເນີນຊີວິດການເມືອງພາຍໃນພັກ, ເສີມຂະຫຍາຍປະຊາທິປະໄຕ ເຊິ່ງສະແດງອອກໃນການປະກອບຄໍາຄິດຄໍາເຫັນຂອງຄະນະພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງໃນທົ່ວກອງທັບເຂົ້າໃນຮ່າງລາຍງານການເມືອງ, ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຢ່າງມີປະຊາທິປະໄຕ ແລະ ກວ້າງຂວາງ ສ້າງເງື່ອນໄຂໃຫ້ກອງປະຊຸມໄດ້ໄຂຂຶ້ນຕາມແຜນການທີ່ວາງໄວ້.
ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ 230 ສະຫາຍ, ຍິງ 3 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວກໍາລັງຫຼວງ. ໃນໄລຍະດໍາເນີນກອງປະຊຸມເປັນເວລາ 2 ວັນນັ້ນ ບັນດາຜູ້ແທນຈະໄດ້ຮັບຟັງລາຍງານການເມືອງທັງ 2 ພາກ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ສາເຫດ ແລະ ຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນແຕ່ນີ້ຮອດປີ 2030. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຄະນະພັກອົງການ-ກົມກອງຈໍານວນໜຶ່ງ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ແລະ ການປັບປຸງກໍາລັງກໍ່ສ້າງກົມກອງຂອງຕົນໃນຊຸມປີຜ່ານມາ.
ກອງປະຊຸມໃຫຍ່ ຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຊຸດໃໝ່, ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ກອງປະຊຸມໃຫຍ່ ຍັງຈະໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ.
ວາລະດໍາເນີນກອງປະຊຸມໃຫຍ່ສຸດທີ່ເຄັ່ງຮ້ອນ, ເວລາຈໍາກັດ, ເນື້ອໃນວຽກງານທີ່ຈະພ້ອມກັນຄົ້ນຄວ້າພັດຫຼາຍ, ຍິ່ງກວ່າເວລາໃດໝົດ, ບັນດາຜູ້ແທນທີ່ເຂົ້າຮ່ວມຈະຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ຕໍ່ພັກ, ຕໍ່ຊະຕາກໍາ ຂອງປະເທດຊາດດ້ວຍການເສີມຂະຫຍາຍປະຊາທິປະໄຕ, ສຸມທຸກສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນການຄົ້ນຄວ້າຕົກລົງຮັບຮອງເປັນເອກະພາບບັນຫາສໍາຄັນຕ່າງໆຂອງກອງປະຊຸມໃຫຍ່ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ.
ບັນດາພະນັກງານ, ສະມາຊິກພັກ ແລະ ນັກຮົບໃນທົ່ວກອງທັບ ຈົ່ງພ້ອມກັນອວ່າຍໜ້າມາສູ່ກອງປະຊຸມໃຫຍ່, ຍົກສູງມານະຈິດຟົດຟື້ນປະຕິວັດ, ເຊີດຊູສະຕິລະວັງຕົວກຽມພ້ອມຕອບຕ້ານທຸກກົນອຸບາຍມ້າງເພທໍາລາຍ ຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ, ບຸກບືນຜ່ານຜ່າທຸກອຸປະສັກຫຍຸ້ງຍາກ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ຮັບມອບໝາຍຢ່າງຈົບງາມ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສຸດທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ, ເປັນຂີດໝາຍແຫ່ງການເຕີບໃຫຍ່ເຂັ້ມແຂງຂອງພັກໃນກໍາລັງປະກອບອາວຸດປ້ອງກັນຊາດ, ຜ່ານຈາກກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາຈະກໍານົດທິດທາງໜ້າທີ່ ເພື່ອນໍາພາທົ່ວກອງທັບກ້າວຂຶ້ນ ດ້ວຍບາດກ້າວອັນໜັກແໜ້ນ, ສ້າງກອງທັບປະຕິວັດ, ແບບແຜນ ແລະ ທັນສະໄໝ.
ໂດຍ: ຄອນສະຫວັນ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















