ຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສ້າງຂະບວນການແຂ່ງຂັນກິລາເປຕັງ
ເວລາອອກຂ່າວ: 2025-08-08 08:46:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1133 | ຄວາມນິຍົມ: ![]()
ວັນທີ 5 ສີງຫາ 2025, ຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ຂ່ຳນັບຕ້ອນຮັບ ວັນສ້າງຕັ້ງເຫຼົ່າຮົບພະລາທິການ ຄົບຮອບ 69 ປີ, ໂດຍການເປັນປະທານຂອງສະຫາຍ ພັນໂທ ຫີນໄຊ ພົມມະໄຊ ຮອງຫົວໜ້າຫ້ອງພະລາທິການ ໂຮງຮຽນ ຕະຫຼອດຮອດ ພະນັກງານ-ນັກຮົບ ແລະ ນັກກິລາ ເຂົ້າຮ່ວມ.
ສະຫາຍ ພັນໂທ ຫີນໄຊ ພົມມະໄຊ ໄດກ່າວວ່າ: ການສ້າງຂະບວນການ ໃນຄັ້ງນີ້ ເພື່ອຕ້ອນຮັບ ວັນສຳຄັນຕ່າງໆທາງປະ ຫວັດສາດຂອງຊາດ, ຂອງພັກ,
ຂອງກອງທັບ ເວົ້າລວມ ເວົ້າສະເພາະ ວັນສ້າງຕັ້ງເຫຼົ່າຮົບ ພະລາ ທິການ ຄົບຮອບ 69 ປີ (5 ສິງຫາ 1956-5 ສິງຫາ 2025) ໃຫ້ເຕັມໄປດ້ວຍບັນຍາ ກາດ ຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ, ທັງເປັນການຮັດ
ແໜ້ນຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ພ້ອມທັງເປັນການເຝິກຊ້ອມກຳລັງແຮງກາຍໃຫ້ອ້າຍນ້ອງພະນັກງານ-ນັກຮົບໃນຫ້ອງພະລາທິການ ມີສຸຂະພາບທີ່ແຂງແຮງ ຮັບປະກັນໃຫ້ແກ່ການເຮັດສຳເລັດ ໜ້າທີ່ການເມືອງ ຂອງກົມກອງທີ່ໄດ້ຮັບມອບໝາຍ; ສະຫາຍ ພັນໂທ ຫີນໄຊ ພົມມະໄຊ ຍັງໄດ້ຮຽກ ຮ້ອງມາຍັງພາກສ່ວນຄະນະຮັບ ຜິດຊອບ ກໍຄື ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນ ພ້ອມກັນສູ້ຊົນ ອົດທົນຜ່ານຜ່າອຸປະສັກນາໆປະການ, ຍົກສູງນ້ຳໃຈນັກກິລາແລະ ຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການໃນການເຝິກ ຊ້ອມ, ເຂົ້າຮ່ວມແຂ່ງຂັນ ໃຫ້ມີບັນຍາກາດ, ຮັກສາໄດ້ຄວາມສາມັກຄີ, ມິດຕະ ພາບ, ສຸຂະພາບ, ຍາດເອົາໄຊຊະນະ ໃຫ້ກັບຕົນເອງ ແລະ ກົມກອງດ້ວຍລາງວັນໃສສະອາດ.
ການຈັດຕັ້ງການແຂ່ງຂັນຄັ້ງນີ້ ມີນັກກິລາເຂົ້າຮວ່ມທັງໝົດ 20 ທິມແບ່ງເປັນ 2 ສາຍ; ຜົນການແຂ່ງຂັນ ລາງວັນຊະນະເລີດໄດ້ແກ່ທິມນັກກິລາ ກອງຮ້ອຍຜະລິດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 500.000 ກີບ, ລາງວັນທີ 2 ແມ່ນທິມນັກກິລາ ກອງຮ້ອຍຮັບປະກັນ ໄດ້ຮັບເງິນສົດ 300.000 ກີບ, ລາງວັນທີ 3 ແມ່ນທິມນັກກິລາ ພະແນກອຸປະໂພກ ໄດ້ຮັບເງິນ 200.000 ກີບ, ລາງວັນທີ 4ແມ່ນທິມນັກກິລາ ການນຳຫ້ອງພະລາທິການ ໄດ້ຮັບເງິນສົດ 100.000 ກີບ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















