ກອງພັນໃຫຍ່ 702 ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ປະທານອາຊຽນ ຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-08-12 09:21:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1388 | ຄວາມນິຍົມ: ![]()
ໃນວັນທີ 6 ສິງຫາ 2025, ກອງພັນໃຫຍ່ 702 ໄດ້ຈັດຕັ້ງເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສີແພງ ດວງທິໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 702, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ອິງທອງ ວົງສົມພັນ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 702 ໄດ້ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ; ໃນໄລຍະຜ່ານມາ ສປປ ລາວ ໃນຖານະເປັນສະມາຊິກອາຊຽນ ໄດ້ປະຕິບັດສິດ ແລະ ພັນທະໃນການເປັນປະທານອາຊຽນ ທັງໝົດ 3 ຄັ້ງ (ປີ 2004, 2016 ແລະ 2024 ) ສຳລັບການເປັນປະທານ
ຂອງກອງປະຊຸມໃນປີ 2024 ນີ້ ໄດ້ດຳເນີນພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ” ເຊິ່ງກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ແລະ ກອງປະຊຸມປິ່ນອ້ອມອື່ນໆ ພາຍໃຕ້ຄຳຂວັນ: “ຮ່ວມກັນເພື່ອສັນຕິພາບ, ຄວາມໜັ້ນຄົງ ແລະ ຄວາມ
ເຂັ້ມແຂງ ໃນອາຊຽນ”, ໃນການເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວ ໄດ້ເນັ້ນໃສ່ 4 ບູລິມະສິດຄື: ຄວາມສາມັກຄີ, ຄວາມເຂັ້ມແຂງ, ຄວາມເປັນ
ແກນກາງຂອງອາຊຽນ, ສັນຕິພາບ ແລະ ຄວາມໜັ້ນຄົງ, ກະຊວງປ້ອງກັນປະເທດໄດ້ກະກຽມ ແລະ ຈັດກອງປະຊຸມທັງໝົດທີ່ເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມປິ່ນອ້ອມທັງໝົດ 31 ກອງປະຊຸມ, ມີຜູ້ແທນເຂົ້າຮ່ວມ 2.902 ທ່ານ, ສິ່ງທີ່ພົ້ນເດັ່ນ ໃນການເປັນປະທານອາຊຽນໃນຄັ້ງນີ້, ສາມາດຮັບຮອງເອົາເອກະສານທີ່ສຳຄັນຄື: 1. ຖະແຫຼງການຮ່ວມວຽງຈັນຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຮ່ວມມືກັນ ເພື່ອສັນຕິພາບ, ຄວາມໜັ້ນຄົງ ແລະ ຄວາມເຂັ້ມແຂງອາຊຽນ; 2. ຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ວ່າດ້ວຍການສ້າງຄວາມເຂັ້ມແຂງໃນການຮັບມືກັບໄພພິບັດທີ່ໄດ້ຮັບຜົນດີທົບຈາກການປ່ຽນແປງສະພາບດິນຟ້າອາກາດ, ລວມທັງການແລກປ່ຽນບົດຮຽນທີ່ດີ ແລະ ການສ້າງຂີດຄວາມສາມາດ; 3. ຖະແຫຼງການຮ່ວມຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ວ່າດ້ວຍຮ່ວມມືກັນ ເພື່ອສັນຕິພາບ, ຄວມໜັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ; 4. ຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນອາຊຽນ ວ່າດ້ວຍຜົນສຳເລັດຂອງກອງປະຊຸມ ADMM ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໜັ້ນຄົງອາຊຽນ 2025; 5. ລະບຽບຫຼັກການເພີ່ມເຕີມ ວ່າດ້ວຍການເຂົ້າຮ່ວມສັງເກດການຂອງໜ່ວຍງານຜູ້ຊ່ຽວຊານໃນຂອບ ກອງປະຊຸມ ADMM-ບວກ.
ໂດຍ: ຄຳພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















