ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ຫ້ອງ​ເຕັກນິກ ກອງ​ພົນ​ທີ 1 ມອບ​ລົດ​ການ​ທະຫານ ຢີນ 131 ແລະ ລົດ ຫັນ​ເຕີ ໃຫ້​ກອງພັນ 631
ເວລາອອກຂ່າວ: 2025-08-12 09:24:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1297 | ຄວາມນິຍົມ:



ວັນ​ທີ 7 ສິງຫາ 2025 ນີ້, ຫ້ອງ​ເຕັກນິກ ກອງ​ພົນ​ທີ 1 ໄດ້​ຈັດ​ພິທີ ມອບ-ຮັບ ລົດ​ການ​ທະຫານ ຢີນ131 ຈຳນວນ 2 ຄັນ ແລະ ລົດຫັນ​ເຕີ ຈຳນວນ 1 ຄັນ ໃຫ້​ກອງພັນ 631 ຫຼັງ​ຈາກ​ບົວລະບັດ​ສ້ອມແປງ​ໜັກ​ສຳເລັດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສົມ​ຈັນ ກອງ​ໄຊ​ສອນ ຄະນະ​ພັກ​ກອງ​ພົນ ຫົວໜ້າ​ຫ້ອງການ ກອງ​ພົນ​ທີ 1, ມີ​ຄະນະ-ຄະນະ​ບັນຊາ, ຫ້ອງ​ເຕັກນິກ, ກອງພັນ 631, ພະນັກງານ-ວິຊາ​ສະເພາະ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ຟອງ ວົງ​ສູນ​ທອນ ຮອງ​ຫົວໜ້າ​ຫ້ອງ​ເຕັກນິກ ໄດ້​​ຜ່ານ​ບົດ​ສະຫຼຸບ​ໂດຍ​ຫຍໍ້​ໃນ​ການຈັດຕັ້ງ​ປະຕິບັດ​ວຽກງານ ບົວລະບັດ​ສ້ອມແປງ​ລົດ​ ການ​ທະຫານ ຢີນ 131 ໃນ​ແຕ່​ລະ​ໄລຍະ​ເຊິ່ງ​ມີ​ທັງ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ ແຕ່​ດ້ວຍ​ຄວາມ​ເອົາໃຈໃສຢ່າງໃກ້ຊິດ ແລະ ການຊີ້​ນຳ​ຈາກ​ຂັ້ນ​ເທິງ ຈຶ່ງເຮັດ​ໃຫ້​ ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກງານ​ສຳເລັດ​ຕາມ​ຄາດໝາຍ. ​ຈາກ​ນັ້ນ, ​ກໍໄດ້​ຜ່ານ​ບົດ​ບັນທຶກ​ໃນ​ການ​ມອບ-ຮັບ​ລົດ​ຄັ້ງ​ນີ້ ແມ່ນ ອີງ​ຕາມ ທິດ​ຊີ້​ນຳ​ຂອງ​ກົມ​ ຄຸ້ມ​ຄອງ​ລົດ-ເຮືອ ກົມ​ໃຫຍ່​ເຕັກນິກ​ກອງທັບ ໃນ​ຄັ້ງ​ວັນ​ທີ 11 ທັນວາ 2024 ກ່ຽວ​ກັບ​ການ​ມອບ​ໝາຍ​ໜ້າທີ່​ຮັບຜິດຊອບ ໃຫ້​ຫ້ອງ​ເຕັກນິກ ກອງ​ພົນ​ທີ1 ປະຕິບັດ​ການ​ສ້ອມແປງ​ໜັກ ລົດ​ການ​ທະຫານ ຢູ່​ອູ່​ສ້ອມແປງ​ຂອງ​ກອງ​ພົນ ດ້ວຍ​ກຳລັງ​ເຕັກນິກຂອງ​ກົມກອງ, ອີງ​ຕາມຜົນສຳເລັດໃນ​ການ​ບົວລະບັດ​ສ້ອມ ແປງ-ຟື້ນ​ຟູ​ລົດ​ຕົວ​ຈິງ ແລະ ສາມາດ​ຮັບປະກັນ​ເຕັກນິກ ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ໜ້າທີ່​ການເມືອງ​ກົມ​ກອງ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ດັ່ງນັ້ນ, ຈຶ່ງ​ໄດ້​ມອບ​ລົດ​ການ​ທະຫານ ຢິນ 131 ຈຳນວນ 2 ຄັນ ແລະ ລົດ ຫັນ​ເຕີ ຈຳນວນ 1 ຄັນ ຄືນ​ໃຫ້​ກອງພັນ 631 ເປັນ​ຜູ້ນຳ​ໃຊ້​ເກັບ​ມ້ຽນ ​ຮັກສາ, ເຂົ້າ​ປະຈຳການ​ກຽມພ້ອມ​ສູ້​ຮົບ ແລະ ນຳ​ໃຊ້​ຮ່ຳຮຽນ​ຫັດ​ແອບ ຂອງ​ກົມ​ກອງ. ຈາກ​ນັ້ນ, ທັງ​ສອງ​ຝ່າຍກໍໄດ້ລົງ​ນາມ​ເຊັນ​ບົດ​ບັນທຶກ ​ມອບ-ຮັບ ລະຫວ່າງ ສະຫາຍ ພັນ​ໂທ ຄຳ​ຟອງ ວົງ​ສູນ​ທອນ ຮອງ​ຫົວໜ້າ​ຫ້ອງເຕັກນິກ ກອງ​ພົນ​ທີ1 ແລະ ສະຫາຍ ພັນ​ຕີ ຄຳ​ສີ ແສນ​ທະ​ວົງ ຫົວໜ້າ​ການ​ທະຫານ ກອງພັນ 631. ໂດຍ: ຊັນ​ໂດ ລາດ​ຊະ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ