ກົມວິທະຍາສາດ-ປະຫວັດສາດການທະຫານ ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ
ເວລາອອກຂ່າວ: 2025-08-12 09:27:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1610 | ຄວາມນິຍົມ: ![]()
ວັນທີ 6 ສິງຫາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດ
ສາດຂອງຊາດ, ຂອງພັກຂຶ້ນ, ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດ
ສາດການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.
ເອກະສານທີ່ນຳມາປາຖະກະຖາເລົ່າຄືນມູນເຊື້ອໃນຄັ້ງນີ້,ປະກອບມີ ວັນປະກາດໃຊ້ລັດຖະທຳມະນູນ 15 ສິງຫາ 1991-15 ສິງຫາ 2025 ຄົບຮອບ 34 ປີ, ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ 1950-13 ສິງຫາ 2025 ຄົບຮອບ 75 ປີ ແລະ ວັນສ້າງຕັ້ງອາຊຽນ ຄົບຮອບ 58 ປີ ວັນທີ 8 ສິງຫາ ປີ 1967-ວັນທີ 8 ສິງຫາ ປີ 2025. ໂອກາດນີ້, ສະຫາຍຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານຍັງໄດ້ຍົກໃຫ້ເຫັນບັນດາມູນເຊື້ອຂອງວັນສຳຄັນດັ່ງກ່າວໃຫ້ພະນັກງານ-ນັກຮົບພາຍໃນກົມກຳໄດ້ ເຊິ່ງເປັນການປະຕິບັດທິດຊີ້ນຳຂອງກະຊວງປ້ອງກັນປະເທດຕໍ່ວຽກງານການເມືອງ-ແນວຄິດ, ການຄົ້ນຄວ້າຮໍ່າຮຽນໂດຍສະເພາະການຮຽນເອົາມູນເຊື້ອອັນດີງາມຂອງຄົນຮຸ່ນ
ກ່ອນມາຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະມູນເຊື້ອຄວາມອົງອາດກ້າຫານ, ອົດທົນ, ໜຽວແໜ້ນ, ແນວຄິດຮັກຊາດບໍ່ຍອມຈຳນົນ, ແນວຄິດຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ອຸດົມການສັງຄົມນິຍົມ, ຮຽນຮູ້ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.ພ້ອມນັ້ນ ກໍຮຽກຮ້ອງໃຫ້ພະນັກງານຮຸ່ນສືບທອດ
ຈົ່ງພ້ອມກັນຮໍ່າຮຽນເອົາມູນເຊື້ອບັນດາວັນສຳຄັນຕ່າງໆ ໃນທາ່ມກາງປະເທດຊາດຖືກກົດຂີ່ຂູດຮີດຂອງພວກສັກດີນາຕ່າງຊາດເຂົ້າມາຮຸກຮານ. ທັງນີ້, ກໍເພື່ອໃຫ້
ພະນັກງານພາຍໃນກົມຮຽນຮູ້ນຳມາໝູນໃຊ້ເຂົ້າກັບໜ້າທີ່ວຽກງານວິຊາສະເພາະຂອງຕົນຮໍ່າຮຽນເອົາຜົນງານ, ໄຊຊະນະ, ຄຸນງາມຄວາມດີຂອງພະນັກງານ
ຮຸ່ນກ່ອນມາເປັນແບບຢ່າງນຳມາໃຊ້ເຂົ້າກັບໜ້າທີ່ວຽກງານຂອງຕົນ ແລະ ສ່ວນລວມໃຫ້ເກີດປະໂຫຍດສູງສຸດນຳພາກົມກອງພັດທະນາຂຶ້ນເລື້ອຍໆ.
ໂດຍ: ນາງ ພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















