ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

6 ເດືອນ​ຕົ້ນ​ປີ 2025 ທະຫານ​ນະຄອນຫຼວງ​ວຽງ​ຈັນ ​ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2025-08-12 09:36:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1591 | ຄວາມນິຍົມ:



ສະຫາຍ ພັນ​ເອກ ສົມ​ເພັດ ສຸ​ລີ​ວົງ ຫົວໜ້າ​ຫ້ອງການ ກອງ​ ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ການຈັດ ຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ ​ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2025 ນີ້ ແມ່ນ​ມີ​ຜົນສຳເລັດ​ຫຼາຍ​ດ້ານ​ເປັນຕົ້ນ​ແມ່ນ​ວຽກ​ງານ​ຮັບ​ປະ​ກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໄດ້​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດ ທະນາ​ຊົນນະບົດ​ຮອບດ້ານຕາມ 4 ເນື້ອ​ໃນ 4 ຄາດໝາຍ, ສຸມ​ໃສ່​ ສ້າງ​ທ່າ​ສະໜາມ 3 ຂັ້ນໂດຍ​ປະ ສານ​ສົມທົບ​ແໜ້ນ​ກັບ​ອົງການ​ປົກຄອງ​ທ້ອງຖິ່ນ ແລະ ກຳລັງ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເຮັດ​ໜ້າທີ່​ຕິດຕາມ​ສະພາບ​ຕ້ານ​ປະ ກົດ​ການ​ຫຍໍ້ທໍ້ ທີ່​ຈະ​ເກີດຂຶ້ນ ແລະ ແກ້​ໄຂ​ໃຫ້​ທັນເວລາ ຮັບປະກັນ​ ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ນະ ຄອນຫຼວງ​ວຽງ​ຈັນ ມີ​ຄວາມ​ສະ ຫງົບ​ໂດຍ​ພື້ນຖານ, ເອົາໃຈໃສ່​ໃນ​ການຈັດຕັ້ງ​ລະບົບ​ປະຈຳການ​ຕະຫຼອດ 24 ຊົ່ວໂມງ, ເຄື່ອນ​ໄຫວ​ເກັບ​ກຳ​ສະພາບ​ຕາມ​ບໍລິເວນ​ຊາຍ​ແດນ​ໃຫ້​ມີ​ຄວາມ​ສະຫງົບ, ພ້ອມ​ນັ້ນ ​ຍັງ​ໄດ້ເອົາໃຈໃສ່​ໃນການ​ນຳ ພາ-ຊີ້​ນຳພະນັກງານ-ນັກຮົບ ສຸມ​ ໃສ່​ການ​ອົບຮົມ-ຫັດ​ແອບ ເພື່ອ​ ເປັນ​ການ​ປັບປຸງ​ລະບຽບ​ແບບ ແຜນ, ເຝິກຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ​ເຮັດ​ໃຫ້​ນາຍ ແລະ ພົນ ທະຫານ ​ມີ​ຄວາມ​ໜັກແໜ້ນ ເຂັ້ມແຂງ, ມີ​ຄວາມ​ຊຳນິ​ຊຳນານ​ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະ ກອນ. ໄປ​ຄຽງ​ຄູ່​ກັບ​ວຽກ​ງານຮັບ ປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ຍັງ​ໄດ້​ສຸມ​ໃສ່​ວຽກ​ງານ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ​ໃນ​ອົງການ​ກອງ​ບັນຊາ​ການ ແລະ ກົມກອງຮາກ ​ຖານ ເຮັດ​ຫຼາຍ​ເນື້ອ​ໃນ ແລະ ຫຼາຍ​ ຮູບ​ການ​ເພື່ອ​ໃຫ້​ແທດເໝາະ ກັບ​ໜ້າທີ່​ການເມືອງ​ຂອງ​ແຕ່ ລະກົມ​ກອງ​ ຜ່ານ​ການຈັດຕັ້ງ​ປະຕິບັດ​ໄດ້​ມີ​ການ​ສະຫຼຸບຈຸດ​ດີ, ຈຸດ​ອ່ອນ​ຂໍ້ຄົງຄ້າງ, ບົດຮຽນທີ່ ຖອດຖອນ​ໄດ້ ແລະ ບັນຫາ​ທີ່​ຈະແກ້ໄຂໃນຕໍ່ໜ້າ​ໃຫ້​ມີ​ຈຸດສຸມ ເພື່ອຄວາມ​ເປັນ​ເອກະ​ພາບ​ໃນ​ໜູ່​ຄະນະ; ພ້ອມ​ນັ້ນ​, ຍັງ​ໄດ້​ປັບ ປຸງ​ການຈັດຕັ້ງ, ຊັບຊ້ອນ​ພະນັກ ງານ ແລະ ມອບໝາຍ​ໜ້າທີ່​ໃຫ້​ສອດຄ່ອງເໝາະສົມ​ຕາມ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ນຳພາ-ບັນຊາ​ຢູ່​ຂະແໜງການ​ຕ່າງໆ. ດ້ານ​ວຽກ​ງານ​ການ​ແກ້​ໄຂ​ຊີ ວິດ​ການ​ເປັນ​ຢູ່ ​ແມ່ນ​ໄດ້​ຊີ້​ນຳ ແລະ ຊຸກຍູ້​ບັນດາ​ກົມ​ກອງ​ຮາກ​ຖານ​ສຸມ​ໃສ່ 4 ປູກ 4 ລ້ຽງ​ທີ່ ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ແລະ ຕາມ​ເງື່ອນໄຂທ່າແຮງບົ່ມ ​ຊ້ອນ​ຂອງ​ຕົນ ​ໂດຍ​ປະຕິບັດ​ຕາມ​ທິດ​ນຳ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນເອງ ແລະ ສ້າງ​ຄວາມ​ເຂັ້ມແຂງດ້ວຍ ​ຕົນ​ເອງ ໂດຍ​ຖື​ເອົາ​ການ​ປູກ-ການ​ລ້ຽງ​ເປັນຕົ້ນ​ຕໍ ແລະ ບໍລິ ການຕ່າງໆ ​ເປັນ​ສຳຮອງ ເພື່ອ ເຮັດ​ໃຫ້ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ນອກຈາກ​ນັ້ນ​ຍັງ​ໄດ້​ເອົາໃຈໃສ່​ສ້ອມແປງປົກ​ປັກ​ຮັກສາ​ເຄື່ອງ​ຂອງ​ພາຫະນະ​ເຕັກນິກ​ທີ່​ຂັ້ນ​ເທິງ​ປະກອບ​ໃຫ້​ຢູ່​ໃນ​ສະພາບ​ກຽມພ້ອມ​ສູ້​ຮົບ ແລະ ບໍລິຫານ ໂດຍ​ການຈັດຕັ້ງ​ບົວລະບັດ​ຜັດ​ເຊັດ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ຖືກ​ຕາມ​ຫຼັກການ​ເຕັກນິກ​ ເພື່ອ​ຮັບປະກັນ​ໃນ​ການ​ປະຕິບັດ​ໜ້າທີ່ ແລະ ນຳ​ໃຊ້​ໄດ້​ຍາວ​ນານ; ວຽກ​ງານ​ການພົວພັນ​ ຮ່ວມ​ມື​ກັບ​ຕ່າງປະເທດ ໄດ້​ປະ ຕິບັດ​ຕາມ​ແນວທາງ​ການ​ຕ່າງ ປະເທດ​ຂອງ​ພັກ ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນ ດາ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ເພື່ອ​ຮັດ​ແໜ້ນ​ຄວາມ​ສາມັກຄີ ແລະ ແລກປ່ຽນ​ບົດຮຽນ, ປະສົບ​ການ​ຢ່າງ​ເປັນ​ປົກກະຕິ ແລະ ຕໍ່​ເນື່ອງ. ຈາກ​ຜົນງານ​ທີ່​ກ່າວ​ມາ​ນັ້ນ, ກົມ​ກອງ​ຍັງ​ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຕ່າງໆ​ ດັ່ງນີ້: ໃນ​ນັ້ນ​ໄດ້ ຮັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ ຊັ້ນ II ມີ 2 ສະຫາຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ປະເພດ​ກົມ​ກອງ​ລວມ​ໝູ່ 17 ກົມ​ກອງ, ບຸກຄົນ 190 ສະຫາຍ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ ປະເພດ​ກົມ​ກອງ​ລວມ​ໝູ່​ຈຳນວນ 13 ກົມ​ກອງ, ບຸກຄົນ 1.110 ສະຫາຍ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ ມີ 681 ສະຫາຍ ຢ່າງ​ໜ້າ​ຊົມເຊີຍ. ໂດຍ: ທະ​ນັນ​ເສນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ