ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງບັນຊາການທະຫານແຂວງຫຼວງນ້ຳທາ ປາຖະກະຖາ 3 ວັນປະຫວັດສາດ
ເວລາອອກຂ່າວ: 2025-08-12 15:05:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1825 | ຄວາມນິຍົມ:



ວັນທີ 12 ສິງຫາ 2025 ນີ້, ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ຈັດຕັ້ງປາຖະກະ ຖາມູນເຊື້ອ 3 ວັນປະຫວັດສາດທີ່ສຳຄັນຂອງຊາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ, ວັນກຳເນີດລັດຖະທຳມະນູນ ຂອງ ສປປ ລາວ ຄົບຮອບ 34 ປີ ແລະ ເຜີຍແຜ່ຄໍາສັ່ງ ຂອງກົມໃຫຍ່ການເມືອງກອງທັບ. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍ ພະນັກງານ-ນັກຮົບ ຈາກອົງການ 5 ຫ້ອງ, ກົມກອງອ້ອມຂ້າງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ໃນໂອກາດນີ້, ສະຫາຍ ພັນໂທ ວັນເພັງ ຈ່າຍຄູນເມືອງ ຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຈໍາກາ ປັນຍາສິບ ຮອງຫົວໜ້າຫ້ອງການເມືອງ ແລະ ພັນໂທ ປະກາຍເພັດ ອ້ອມລັດເດີ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜັດປ່ຽນກັນ ປາຖະກະຖາ ແລະ ເຜີຍແຜ່ເນື້ອໃນເອກະສານ. ໂອກາດດັ່ງກ່າວ, ສະຫາຍ ປະທານ ໄດ້ໂອ້ລົມ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ທົ່ວກໍາລັງປ້ອງກັນຊາດທ້ອງຖິ່ນແຂວງຫຼວງນ້ຳທາ ໄດ້ຮັບຮູ້ເຂົ້າໃຈ ໂດຍໃຫ້ມີສະຕິຕໍ່ການຊົມໃຊ້ສື່ອອນລາຍ ແລະ ການປະຕິບັດຂໍ້ກໍານົດ, ກົດລະບຽບການນຸ່ງຖືເຄື່ອງແບບຂອງກອງທັບ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ສືບຕໍ່ໃນການເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານ ແລະ ມູນເຊື້ອວັນປະຫວັດສາດສຳຄັນຕ່າງໆ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ. ໂດຍ: ສຸເປີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ