ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະອຳນວຍການໂຮງຮຽນທິດສະດີການເມືອງ
ເວລາອອກຂ່າວ: 2019-08-08 10:32:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 70 | ຄວາມນິຍົມ:



ກະຊວງປ້ອງກັນປະເທດ ໄດ້ ຈັດພິທີປະກາດສ້າງຕັ້ງ ແລະ ປະ ກາດແຕ່ງຕັ້ງຄະນະອໍານວຍການ ໂຮງຮຽນທິດສະດີການເມືອງ ກອງທັບປະຊາຊົນລາວ ໃນວັນ ທີ 7 ສິງຫາ 2019 ນີ້, ໂດຍການ ເປັນປະທານຂອງສະຫາຍ ພົນ ໂທ ປອ ທອງລອຍ ສິລິວົງ ກໍາມະ ການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກກະຊວງ, ຄະນະ ນໍາກົມໃຫຍ່, ຫ້ອງວ່າການກະ ຊວງ ແລະ ຕາງໜ້າບັນດາກົມ, ຫ້ອງການເມືອງ ແລະ ວິທະຍາ ຄານເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ກໍາມະການຄະ ນະພັກກະຊວງ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງ ໂຮງຮຽນທິດສະດີການເມືອງ ກອງທັບ (ທຽບເທົ່າກອງພົນ) ຂຶ້ນກັບກົມໃຫຍ່ການເມືອງກອງ ທັບ, ພ້ອມທັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຄະນະອໍາ ນວຍການໂຮງຮຽນດັ່ງກ່າວລະ ອຽດມີຄື: ສະຫາຍ ພັນເອກ ປອ ຄໍາຜາຍ ສະພັງເໜືອ ເປັນຫົວໜ້າ ການເມືອງໂຮງຮຽນທິດສະດີ ການເມືອງກອງທັບ, ສະຫາຍ ພັນເອກ ປອ ຄໍາໄພ ຟອງດາລາ ເປັນຫົວໜ້າການທະຫານ, ສະ ຫາຍ ພັນເອກ ປອ ວິໄລ ເພັດມີໄຊ ເປັນຮອງຫົວໜ້າການເມືອງທັງ ເປັນຫົວໜ້າຫ້ອງການເມືອງໂຮງ ຮຽນ, ສະຫາຍ ພັນໂທ ປອ ບຸນ ທັນ ຈັນທະລິມາ ເປັນຮອງຫົວໜ້າ ການທະຫານ ທັງເປັນຫົວໜ້າ ຫ້ອງອົບຮົມ-ກໍ່ສ້າງໂຮງຮຽນ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ຄໍາພູ ເພັດສັງຄາ ເປັນຮອງຮັບຜິດ ຊອບວຽກງານພະລາທິການເຕັກ ນິກທັງເປັນຫົວໜ້າຫ້ອງພະລາທິການເຕັກນິກໂຮງຮຽນ. ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ກ່າວວ່າ: ການສ້າງຕັ້ງ ໂຮງຮຽນທິດສະດີການເມືອງ ກອງທັບໃນຄັ້ງນີ້ແມ່ນເປັນການ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແນວທາງແຜນນະໂຍບາຍຂອງ ພັກໃນການປັບປຸງກໍ່ສ້າງກຳລັງ ປະກອບອາວຸດໃຫ້ໜັກແໜ້ນ ເຂັ້ມ ແຂງຮອບດ້ານ, ມີສະບຽບແບບ ແຜນທີ່ທັນສະໄໝພາຍໃຕ້ການ ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ ເພື່ອກໍ່ສ້າງ ແລະ ບໍາລຸງພະນັກງານໃຫ້ມີ ຄວາມຮູ້ຄວາມສາມາດດ້ານການ ນໍາພາບັນຊາ, ມີຄວາມຊຳນິຊໍາ ນານດ້ານສິລະປະຍຸດ-ຍຸດທະວິ ທີ, ຍຸດທະບັ້ນຮົບ-ຍຸດທະສາດ ແລະ ວິຊາສະເພາະຕ່າງໆ ເພື່ອ ຮອງຮັບຕໍ່ສະພາບການໃນສະ ເພາະໜ້າ ແລະ ຍາວນານ,ອີກດ້ານ ໜຶ່ງແມ່ນເປັນການປັບປຸງເຫຼົ່າ ຮົບວິຊາສະເພາະການເມືອງໃຫ້ ເປັນລະບົບຄົບຊຸດສາມາດເຄື່ອນ ໄຫວວຽກງານໄດ້ໃນທຸກສະຖາ ນະການ. ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ມີຄໍາເຫັນ ຊີ້ນໍາຕໍ່ຄະນະອໍານວຍການໂຮງ ຮຽນທິດສະດີການເມືອງກອງ ທັບວ່າ: ເພື່ອພ້ອມກັນເຮັດສໍາ ເລັດໜ້າທີ່ການເມືອງຂອງໂຮງ ຮຽນໃນສະເພາະໜ້າ ແລະ ຍາວ ນານນັ້ນ ກ່ອນອື່ນໝົດຄະນະພັກ-ຄະນະອໍານວຍການໂຮງຮຽນ ຕ້ອງກໍາແໜ້ນທີີ່ຕັ້ງ, ພາລະບົດ ບາດ, ສິດ ແລະ ໜ້າທີ່ຄວາມຮັບ ຜິດຊອບຂອງຕົນ ແລະ ຈັດຕັ້ງ ເຄື່ອນໄຫວໃຫ້ຖືກຕ້ອງ, ເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນ, ປະຕິບັດແບບແຜນວິ ທີເຮັດວຽກຕາມຫຼັກການລວມ ສູນປະຊາທິປະໄຕ, ເຮັດວຽກເປັນ ໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບ ຜິດຊອບຈະແຈ້ງ, ຕັ້ງໜ້າປັບ ປຸງກໍ່ສ້າງໂຮງຮຽນໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ຖືເອົາຄຸນນະພາບເປັນຕົ້ນຕໍ, ເອົາ ໃຈໃສ່ວຽກງານກໍ່ສ້າງພັກໃຫ້ຖືກ ຕ້ອງຕາມທິດນໍາ ແລະ ຫຼັກການ ຂອງພັກ, ພ້ອມກັນນັ້ນກໍຕ້ອງໄດ້ ເອົາໃຈໃສ່ກໍ່ສ້າງ-ບໍາລຸງພະນັກ ງານຫຼັກແຫຼ່ງ, ສືບທອດ ແລະ ປ່ຽນແທນໃຫ້ໄດ້ຕາມມາດຖານ, ຕັ້ງໜ້າປະຕິບັດຕາມທິດນໍາເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂ ແລະ ຄວາມສາ ມາດຕົວຈິງ ແລະ ເອົາໃຈໃສ່ປະຕິ ບັດແນວທາງການຕ່າງປະເທດ ຂອງພັກ ໂດຍສະເພາະການເພີ່ມ ທະວີການພົວພັນຮ່ວມມືກັບບັນ ດາປະເທດ ເພື່ອນມິດຍຸດທະສາດ ແລະ ສາກົນ ເພື່ອຍາດແຍ່ງເອົາ ການສະໜັບສະໜູນທາງດ້ານບົດ ຮຽນ ແລະ ປະສົບການຕາມການ ຕົກລົງຂອງຂັ້ນເທິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ