ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະນັກງານການນຳຂັ້ນແຂວງ - ເມືອງໄດ້ຮັບການຍົກລະດັບວຽກງານ ປກຊ-ປກສ
ເວລາອອກຂ່າວ: 2019-08-12 08:36:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 139583513 | ຄວາມນິຍົມ:



ໃນວັນທີ 7 ສິງຫາ 2019 ນີ້, ໂຮງຮຽນທະຫານທ້ອງຖິ່ນ ແຂວງບໍ່ແກ້ວ ໄດ້ຈັດຕັ້ງປະຕິບັດ ການຍິງລູກປືນແທ້ໃຫ້ແກ່ການ ນຳຂັ້ນແຂວງ-ເມືອງ ຢູ່ທີ່ສະໜາມ ປາງປອດ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ວິດອນ ພຸດດາວົງ ກຳມະການພັກແຂວງ ຮອງເລຂາພັກ ຫົວໜ້າການທະ ຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີຄະນະພັກ-ຄະ ນະບັນຊາ 5 ຫ້ອງ, ອໍານວຍການ ໂຮງຮຽນພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ພາຍຫຼັງທີ່ໄດ້ອົບຮົມມາເປັນ ເວລາ 34 ວັນ, ມີນັກເຝິກອົບຮົມ ການນຳຂັ້ນແຂວງ-ເມືອງ ເຂົ້າ ຮ່ວມຮໍ່າຮຽນຫັດແອບ ທັງໝົດ 44 ສະຫາຍ ຍິງ 4 ສະຫາຍ ເຊິ່ງ ບົດຮຽນທີ່ນຳ ມາສິດສອນ, ໄດ້ ແກ່ວິຊາສິລະປະຍຸດ-ຍຸດທະວິທີ ທະຫານຮາບ ປະຕິບັດບົດເປີດ ສາກຍິງ ຜ່ານການອົບຮົມຫັດ ແອບ ສາມາດຈັດແບ່ງປະເພດ ໄດ້ຄື: ຂັ້ນເກັ່ງກວມເອົາ 63,63%, ຂັ້ນດີ 16 ກວມເອົາ 36,37 % ສະເລ່ຍລວມບັນລຸໄດ້ 82,26% ການຈັດຕັ້ງເຝິກອົບ ຮົມການນຳຂັ້ນແຂວງ, ຂັ້ນເມືອງ ໃນການອົບຮົມ ຄັ້ງນີ້ແມ່ນປະຕິ ບັດຕາມ ຂໍ້ຕົກລົງຂອງສະພາ ສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ ວ່າດ້ວຍ ການເຝິກອົບຮົມຫັດແອບວຽກ ງານສຶກສາປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ແລະ ແຜນການຊີ້ນໍາເຝິກອົບຮົມວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະ ນັກງານການນຳຂັ້ນແຂວງ-ເມືອງ ຊຸດທີ I ຂອງແຂວງບໍ່ແກ້ວ. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ວິດອນ ພຸດດາວົງ ໄດ້ມີ ຄຳເຫັນໂອ້ລົມໂດຍສະຫາຍໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນ ດາສະຫາຍຍາດມາໄດ້ ແລະ ເນັ້ນໜັກ ໃຫ້ເອົາໃຈໃສ່ກໍາແໜ້ນ ບົດຮຽນ ທີ່ໄດ້ອົບຮົມຮ່ຳຮຽນ ສືບຕໍ່ວາງແຜນການແຕ່ລະໄລ ຍະ ແລະ ແກ້ໄຂສະພາບການ ຕ່າງໆ ໃຫ້ທັນເວລາ, ນຳເອົາເນື້ອ ໃນຈິດໃຈກ່ຽວກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໄລຍະໃໝ່ ເຮັດໃຫ້ວຽກ ງານກາຍເປັນຄວາມຮັບຜິດ ຊອບຂອງທຸກອົງການຈັດຕັ້ງ ແລະ ພະແນກການຮັບປະກັນເມື່ອ ມີສະພາບສົງຄາມເກີດຂຶ້ນສາ ມາດວາງທິດທາງແຜນການແກ້ໄຂຢ່າງຖືກຕ້ອງກັບຄວາມເປັນຈິງ. ຕໍ່ກັບພະນັກງານ-ຄູອາຈານ ຕ້ອງໄດ້ສະຫຼຸບຖອດຖອນບົດ ຮຽນ ເພື່ອປັບປຸງແກ້ໄຂນຳໄປສິດ ສອນອົບຮົມໃນຊຸດຕໍ່ໜ້າໃຫ້ໄດ້ ຮັບໝາກຜົນດີຂຶ້ນກວ່າເກົ່າ. ໂດຍ: ສົມໄຊ ສີລາຈັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ