ປະກາດສ້າງຕັ້ງກອງຮ້ອຍປ້ອງກັນຕົວ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ
ເວລາອອກຂ່າວ: 2025-09-05 09:40:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1924 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2025 ນີ້, ໄດ້ຈັດພິທີ ປະກາດສ້າງຕັ້ງກອງຮ້ອຍປ້ອງກັນຕົວ ລັດວິສາຫະກິດໄຟຟ້າລາວສາຂາແຂວງອຸດົມໄຊ, ໂດຍການປະທານຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີບັນດາກະຊວງອຸດສາຫະກຳ ແລະ ການຄ້າ, ກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະກອງບັນຊາການ, ຄະນະພັກຮາກຖານລັດວິສາກະກິດໄຟຟ້າລາວ, ຫ້ອງການໄຟຟ້າລາວ, ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງຕະຫຼອດຮອດພະນັກງານຫຼັກແຫຼ່ງ ລັດວິສາຫະກິດໄຟຟ້າລາວສາຂາແຂວງອຸດົມໄຊເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຜາຍ ໄຊປັນຍາ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ ວ່າດ້ວຍການສ້າງຕັ້ງກອງຮ້ອຍປ້ອງກັນຕົວໃຫ້ລັດວິສາຫະກິດໄຟຟ້າລາວສາຂາແຂວງອຸດົມໄຊ ແລະ ປະກາດການແຕ່ງຕັ້ງຄະນະກອງຮ້ອຍ. ປະທານຄະນະກຳມະການ ປກຊ-ປກສ ແຂວງຕົກລົງ ແຕ່ງຕັ້ງສະຫາຍ ເຈື້ອສຸພັນ ສໍແສງວັນ ເປັນຫົວໜ້າກອງຮ້ອຍ, ສະຫາຍ ຄຳຮຸ່ງ ຈະເລີນສຸກ ເປັນຮອງກອງຮ້ອຍ, ສະຫາຍ ສົມຊາຍ ພັນໂຊດ ເປັນຄະນະ ແລະ ແຕ່ງຕັ້ງຫົວໜ້າໝວດ ແລະ ຮອງໝວດ, ໝວດທີ 1 ໂດຍແຕ່ງຕັ້ງສະຫາຍ ສອນໄຊ ພົງສະຫວັດ ເປັນຫົວໜ້າໝວດ, ສະຫາຍ ນາງ ປານີ ຫຼວງພະຈິດ ເປັນຮອງໝວດ, ສະຫາຍ ຊຽງສົມ ອີນແກ້ວມະນີວອນ ເປັນຄະນະ, ໝວດທີ 2 ແຕ່ງຕັ້ງສະຫາຍ ຫຸມພັນ ສຸພັນທອນ ເປັນຫົວໜ້າໝວດ, ສະຫາຍ ວົງເພັດ ອີນຕະລາ ເປັນຮອງໝວດ, ສະຫາຍ ຫຸມເພັງ ຫັດສະດີ ເປັນຄະນະ, ໝວດທີ 3 ແຕ່ງຕັ້ງສະຫາຍ ຄຳຜຸຍ ເຮືອງມະນີ ເປັນຫົວໜ້າໝວດ, ສະຫາຍ ຄຳລຸນ ສຸລິຍາ ເປັນຮອງໝວດ, ສະຫາຍ ນາງ ບຸນມີ ມະນີຈັນ ເປັນຄະນະ ແລະ ໝວດທີ 4 ແຕ່ງຕັ້ງສະຫາຍ ບຸນທະວີ ຊາວະດີ ເປັນຫົວໜ້າໝວດ, ສະຫາຍ ບຸນທະໜອມ ບໍລິເວນ ເປັນຮອງໝວດ ແລະ ສະຫາຍ ສອນເພັດ ຈັນທະພອນ ເປັນຄະນະ.
ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານເຂົ້າໃນການກໍ່ສ້າງ, ຄຸ້ມຄອງ ແລະ ປັບປຸງກໍາລັງໃຫ້ເຂັ້ມແຂງ, ເພື່ອເຮັດໃຫ້ກໍາລັງດັ່ງກ່າວເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ສາມາດຊ່ວຍໜູນໃຫ້ກອງທັບໃນເມື່ອມີຄວາມຕ້ອງການໃນທຸກກໍລະນີໄປຄຽງຄູ່ກັບການສຶກສາອົບຮົມການເມືອງ, ນຳພາແນວຄິດ, ໃຫ້ທຸກສະຫາຍຮູ້ແຈ້ງຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສືບຕໍ່ຈັດຕັ້ງກຳລັງປ້ອງກັນເວນຍາມ 24 ຊົ່ວໂມງ ເພື່ອແກ້ໄຂເຫດການທີ່ຈະເກີດຂຶ້ນ, ຈັດຕັ້ງກຳລັງເຄື່ອນໄຫວຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ, ເຝິກຝົນຫຼໍ່ຫຼອມຕົນເອງຊອກຮູ້ຮໍ່າຮຽນສິນລະປະຍຸດ-ຍຸດທະວີທີ, ປະສານສົມທົບກັບກຳລັງ ປກຊ-ປກສ ແຂວງ ເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ 100%.
ຂ່າວ-ພາບ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















